Homeຂ່າວທ້ອງຖິ່ນຈັບໄດ້ແລ້ວ! ຜູ້ກໍ່ເຫດຂ້າແມ່ໝູ່ ເອົາຄຳໄປຂາຍໃຊ້ໜີ້ການພະນັນ

ຈັບໄດ້ແລ້ວ! ຜູ້ກໍ່ເຫດຂ້າແມ່ໝູ່ ເອົາຄຳໄປຂາຍໃຊ້ໜີ້ການພະນັນ

Published on

ເຈົ້າໜ້າທີ່ ປກສ ແຂວງຈຳປາສັກ ໃຫ້ຮູ້ວ່າ: ວັນທີ 28 ກຸມພາ 2022, ເຈົ້າໜ້າທີ່ ປກສ ແຂວງ ໄດ້ຮັບລາຍງານວ່າ ມີເຫດຢູ່ບ້ານໜອງຫອຍ ເມືອງຊະນະສົມບູນ ແຂວງຈຳປາສັກ. ຫຼັງຈາກໄດ້ຮັບລາຍງານ, ເຈົ້າໜ້າທີ່ໄດ້ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງລົງຊັນນະສູດສະຖານທີ່ເກີດເຫດ ຈິ່ງຮູ້ວ່າ ຜູ້ເສຍຊີວິດຊື່ນາງ ຄຳມະນີ ອາຍຸ 44 ປີ ຢູ່ບ້ານໜອງຫອຍ ເສຍຊີວິດດ້ວຍການຖືກຕີ ຢູ່ບໍລິເວນຫົວ ແລະ ໃບໜ້າ.

ຈາກນັ້ນ, ເຈົ້າໜ້າທີ່ ໄດ້ຂຶ້ນບັນຊີເປົ້າຫມາຍ ຈຶ່ງຮູ້ວ່າ ຜູ້ກໍ່ເຫດ ຊື່ທ້າວ ເພັດສະໝອນ ຫຼື ເຟມ ຢູ່ບ້ານນາຊອນ ເມືອງຊະນະສົມບູນ ແຂວງຈຳປາສັກ ແລະ ນຳຈັບຕົວໄດ້ ໃນວັນດຽວກັນ.

ທ້າວ ເຟມ ຮັບສາລະພາບກັບເຈົ້າໜ້າທີ່ໃນເວລາສອບສວນວ່າ: ຕົນເອງໄດ້ຮູ້ຈັກກັບ ນາງ ແປ ອາຍຸ 24 ປີ ແລະ ນາງ ພອນ ອາຍຸ 21 ປີ ທີ່ເປັນເອື້ອຍນ້ອງກັນເຊິ່ງເປັນລູກສາວຂອງຜູ້ເສຍຊີວິດມາແຕ່ປີ 2017 ແລະ ໄດ້ໄປມາຫາສູ່ກັນ ແລະ ມາພັກເຊົາຢູ່ເຮືອນຂອງຜູ້ເສຍຊີວິດເປັນປະຈຳ. ນັບແຕ່ ປີ 2020 ມາຮອດປັດຈຸບັນ ຕົນເອງໄດ້ເປັນໜີ້ການພະນັນ ແລະ ໄດ້ຢືມເງິນຫມູ່ຫຼາຍຄົນລວມທັງໝົດ 16 ລ້ານກີບ.

ມາຮອດ ວັນທີ 27 ກຸມພາ 2022 ທ້າວ ເຟມ ໄດ້ມາຫຼິ້ນຢູ່ເຮືອນນາງ ພອນ ໄດ້ສັງເກດເຫັນ ນາງ ຄຳມະນີ ໃສ່ສາຍແຂນຄຳ ຈິ່ງເກີດມີແນວຄິດຢາກໄດ້ເພື່ອເອົາໄປຂາຍເອົາເງິນມາໃຊ້ໜີ້ ຈິ່ງວາງແຜນຄາດຕະກຳ ແລະ ມາຮອດວັນທີ 28 ກຸມພາ ເວລາ 10 ໂມງ ຜູ້ກ່ຽວໄດ້ຂີ່ລົດຈັກ ມາຈອດໄວ້ຢູ່ໃກ້ກັບເຮືອນຂອງຜູ້ເສຍຊີວິດ ແລ້ວປີນຮົ້ວເຂົ້າໄປໃນເຮືອນ ເຫັນນາງ ຄຳມະນີ ນັ່ງເຂັນຝ້າຍຢູ່ເຮືອນຄົນດຽວ ຈິ່ງໄດ້ເອົາໄມ້ຄ້ອນ 4 ລ່ຽມທີ່ກຽມມາພ້ອມນັ້ນຕີຫົວ ແລະ ໃບໜ້າຂອງ ຄຳມະນີ ຈົນເສຍຊີວິດແລ້ວປົດເອົາສາຍແຂນຄຳ 1 ເສັ້ນ ໜັກ 1 ບາດ ແລ້ວຂີ່ລົດຈັກຫຼົບໜີເຂົ້ານະຄອນປາກເຊ ແລ້ວເອົາຄຳໄປຂາຍ ໄດ້ເງິນ 10.100.000 ກີບ. ຮອດເວລາ 16 ໂມງ ກໍຖືກເຈົ້າໜ້າທີ່ຈັບຕົວໄດ້.

ວັນທີ 2 ມີນາ 2022, ເຈົ້າໜ້າທີ່ໄດ້ນຳຕົວ ທ້າວ ເຟມ ໄປທົດສະກຳເຫດການຄືນ ເພື່ອເປັນຫຼັກຖານປະກອບສຳນວນຄະດີກ່ອນສົ່ງໄອຍະການຟ້ອງສານຕັດສິນ.

ພາບ-ຂ່າວ: ໜັງສືພິມຄວາມສະຫງົບ

ບົດຄວາມຫຼ້າສຸດ

ເຮັດແທ້ທຳຈິງ! ແຂວງສະຫວັນນະເຂດ ປະກາດເລັ່ງປາບປາມການລັກລອບຂຸດແຮ່-ຕັດໄມ້ເຖື່ອນ

ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ V ວັນທີ 24 ພະຈິກ 2026 ພາຍໃຕ້ການເປັນປະທານຂອງ ທ່ານ ບຸນໂຈມ ອຸບົນປະເສີດ...

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...