spot_img
Homeຂ່າວຕ່າງປະເທດໂຮງງານໄຟຟ້ານິວເຄລຍໃຫຍ່ທີ່ສຸດຂອງເອຣົບ ໄດ້ເກີດໄຟໄໝ້ ຫຼັງຈາກຖືກຍິງລະເບີດ

ໂຮງງານໄຟຟ້ານິວເຄລຍໃຫຍ່ທີ່ສຸດຂອງເອຣົບ ໄດ້ເກີດໄຟໄໝ້ ຫຼັງຈາກຖືກຍິງລະເບີດ

Published on

ຕາມການລາຍງານຂອງສຳນັກຂ່າວ AP News ໃຫ້ຮູ້ວ່າ: ກອງກຳລັງຣັດເຊຍບຸກໂຈມຕີເມືອງຢູເຄນ ທີ່ຜະລິດພະລັງງານທີ່ສຳຄັນ, ໂຮງງານໄຟຟ້ານິວເຄລຍທີ່ໃຫຍ່ທີ່ສຸດໃນເອີຣົບເມື່ອວັນສຸກທີ່ຜ່ານມາ, ເຮັດໃຫ້ເກີດໄຟໄໝ້ ແລະ ເຮັດໃຫ້ເກີດສານເຄມີອາດຮົ່ວໄຫຼອອກຈາກໂຮງງານໄຟຟ້າທີ່ເສຍຫາຍ.

ການໂຈມຕີເມືອງ Enerhodar ທາງຕະວັນອອກ ແລະ ໂຮງງານໄຟຟ້ານິວເຄຍ Zaporizhzhia ເກີດຂຶ້ນເມື່ອການບຸກຮຸກເຂົ້າສູ່ອາທິດທີສອງໂດຍກອງກຳລັງຣັດເຊຍເຂົ້າປົກຄອງເພື່ອພະຍາຍາມຕັດປະເທດອອກຈາກທະເລ ສຳລັບການເຈລະຈາຮອບທີ 2 ລະຫວ່າງທັງສອງຝ່າຍເຮັດໃຫ້ເກີດຂໍ້ຕົກລົງເບື້ອງຕົ້ນໃນການຈັດຕັ້ງແນວທາງທີ່ປອດໄພໃນຢູເຄຣນ ເພື່ອອົບພະຍົບເຄື່ອນຍ້າຍປະຊາຊົນ ແລະ ສົ່ງມອບການຊ່ວຍເຫຼືອດ້ານມະນຸດສະທຳ.

ທ່ານ Andriy Tuz ໂຄສົກຂອງໂຮງງານນີວເຄລຍ ກ່າວຜ່ານໂທລະພາບຂອງຢູເຄຣນວ່າ: ລູກລະເບີດຕົກຈາກໂຮງງານ ແລະ ໄຟລຸກຂຶ້ນເຜົາໜຶ່ງໃນຫົກເຕົາປະຕິກອນ. ທ່ານຍັງກ່າວຕື່ມວ່າ: ເຕົາດັ່ງກ່າວແມ່ນພວມຢູ່ໃນລະຫວ່າງການຊ້ອມແປງ ແລະ ບໍ່ໄດ້ດຳເນີນການ ແຕ່ມີນໍ້າມັນນິວເຄລຍຢູ່ພາຍໃນ, ອີກຢ່າງໜຶ່ງນັກດັບເພີງບໍ່ສາມາດເຂົ້າໄປໃກ້ກັບແປວໄຟໄດ້ຍ້ອນພວກເຂົາຖືກຍິງ.

ລັດຖະມົຕີການຕ່າງປະເທດຢູເຄລນໄດ້ໂພລໃນທະເວີເຕີ ຮຽກຮ້ອງໃຫ້ຣັດເຊຍຢຸດການໂຈມຕີ ແລະ ອະນຸຍາດໃຫ້ເຈົ້າໜເາທີ່ດັບເພີງເຂົ້າໄປໃນພື້ນທີໄດ້.

ທ່ານ Andriy Tuz ກ່າວໃນຖະແຫຼງການວິດີໂອ ວ່າ:  “ພວກເຮົາຮຽກຮ້ອງໃຫ້ພວກເຂົາຢຸດການຍິງອາວຸດໜັກ ເຊິ່ງຈະເປັນໄພຂົ່ມຂູ່ທີ່ແທ້ຈິງຂອງອັນຕະລາຍນິວເຄລຍໃນສະຖານີພະລັງງານປະລໍາມະນູທີ່ໃຫຍ່ທີ່ສຸດໃນເອີຣົບ.”

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...