spot_img
Homeຂ່າວພາຍ​ໃນຜົນກະທົບຈາກສະຖານະການ ຣັດເຊຍ-ຢູເຄຣນ ເຮັດໃຫ້ລາຄານໍ້າມັນເພີ່ມຂຶ້ນ

ຜົນກະທົບຈາກສະຖານະການ ຣັດເຊຍ-ຢູເຄຣນ ເຮັດໃຫ້ລາຄານໍ້າມັນເພີ່ມຂຶ້ນ

Published on

ນໍ້າມັນເປັນປັດໃຈສຳຄັນໃນການເຄື່ອນໄຫວດຳລົງຊີວິດປະຈຳວັນ ແລະ ຂະແໜງດ້ານວຽກງານຕ່າງໆ, ເຊິ່ງນັບແຕ່ຕົ້ນປີເຮົາຈະເຫັນລາຄານໍ້າມັນທີ່ເພີ່ມຂຶ້ນ ແລະ ຍັງຈະເພີ່ມຂຶ້ນຕື່ມອີກ.

ປະເທດໄທ ກໍໄດ້ມີການປັບລາຄານ້ຳມັນຂຶ້ນ, ຈາກການໃຫ້ສຳພາດຂອງທ່ານ ສຸພັນ ມົງຄົນສຸທີ ປະທານ ສະພາອຸດສະຫະກຳແຫ່ງປະເທດໄທ, ຄະນະກຳມະການຮ່ວມພາກເອກະຊົນ ໃນລາຍງານ ຫຍໍ້ໂລກເສດຖະກິດ ໄດ້ກ່າວວ່າ: ເລດການຂຶ້ນນ້ຳມັນຕອນນີ້ ເຮົາຕ້ອງຍອມຮັບວ່າ ມັນຍຶດຍາວ ແລະ ມີແນວໂນ້ມທີ່ລາຄານ້ຳມັນຈະເພີ່ມຂຶ້ນອີກເປັນ 120 ໂດລາສະຫະລັດຕໍ່ (ບາເລວ) ເພາະວ່າທຸກຄັ້ງທີ່ມີການເພີ່ມຂຶ້ນຂອງລາຄາ ແມ່ນມີທ່າອ່ຽງຂອງລາຄາປັບລົງຍາກ ເພາະນ້ຳມັນເປັນປັດໃຈສຳຄັນ ທີ່ມີສ່ວນໃນສິນຄ້າຫຼາຍປະເພດ ເນື່ອງຈາກໄດ້ຮັບຜົນກະທົບຈາກສົງຄາມ ຣັດເຊຍ-ຢູເຄຣນ ນອກຈາກນີ້, ຈະເຮັດໃຫ້ການຜະລິດອາຫານສັດ(ເຂົ້າ,ສາລີ) ເກີດພາວະຂາດແຄນການນຳເຂົ້າ ເນື່ອງຈາກວ່າຢູເຄຣນເປັນຜູ້ສົ່ງອອກຫຼັກ.

ໃນປີ 2022 ນີ້ລາຄານ້ຳມັນເຊື້ອໄຟໃນ ສປປ ລາວ ປັບໂຕຂຶ້ນ 5 ຄັ້ງມາຮອດວັນທີ 25 ກຸມພາ 2022 ລາຄານ້ຳມັນແອັດຊັງພິເສດເພີ່ມຂຶ້ນ 740 ກີບ ເຊິ່ງລາຄາເກົ່າແມ່ນ 16.190 ກີບ ປັບຂຶ້ນເປັນ 16.930 ກີບ, ນ້ຳມັນແອັດຊັງທຳມາດາ ປັບຂຶ້ນ 670 ກີບ ເຊິ່ງລາຄາເກົ່າ 14.280 ກີບ ປັບຂຶ້ນເປັນ 14.950 ກີບ ແລະ ນ້ຳມັນກາຊວນ ຂຶ້ນ 420 ກີບ ເຊິ່ງລາຄາເກົ່າຢູ່ທີ່ 12.520 ກີບ, ປັບຂຶ້ນເປັນ 12,940 ກີບ

ອີງຕາມລາຍການ ເວທີມະຫາຊົນ ໃຫ້ຮູ້ວ່າ: ກົມການຄ້າພາຍໃນກະຊວງອຸດສາຫະກຳ ແລະ ການຄ້າ ໃນວັນທີ 24 ກຸມພາ 2022 ໄດ້ລະບຸກ່ຽວກັບການນຳເຂົ້າຂອງນ້ຳມັນເຊື້ອໄຟທີ່ໃຊ້ພາຍໃນປະເທດແມ່ນນຳເຂົ້າຈາກໄທ ແລະ ຫວຽດນາມ ເປັນຫຼັກ ແລະ ການກຳໜົດລາຄານຳເຂົ້າແມ່ນໄດ້ກຳໜົດຕາມການຂຶ້ນລົງຂອງຕະຫຼາດໂລກ ໃນແຕ່ລະໄລຍະ ເຊິ່ງພາຍໃນປະເທດແມ່ນມີການປັບລາຄານ້ຳມັນເຊຶ້ອໄຟທຸກ 15 ວັນ ມາຮອດປັດຈຸບັນໄດ້ຕິດຕາມລາຄານ້ຳມັນເຊື່ອໄຟໃນຕະຫຼາດໂລກ ເວົ້າລວມເວົ້າສະເພາະນ້ຳມັນເຊື້ອໄຟສຳເລັດຮູບຕະຫຼາດສິງກະໂປແມ່ນຍັງປັບຂຶ້ນຕໍ່ເນື່ອງ ໂດຍສົມທໜບລາຄາ CIF ຄັ້ງວັນທີ 22 ກຸມພາ 2022 ສະເລ່ຍຄັ້ງວັນທີ 8-22 ກຸມພາ 2022 ກັບລາຄາ CIF ປະຕິບັດຄັ້ງວັນທີ 12 ກຸມພາ 2022 ເຊິ່ງເມື່ອນຳມາຄິດໄລ່ໃນໂຄງປະກອບລາຄານ້ຳມັນເຊື້ອໄຟທີ່ປະກອບດ້ວຍ: ພາສີ ອາກອນຊົມໃຊ້ ອາກອນມູນຄ່າເພີ່ມ ກອງທິນບູລະນະທາງຫຼວງ ຄັງແຮ່ ລາຍຮັບລາຍຈ່າຍຂອງພາກທຸລະກິດ ຫຼື ຄ່າບໍລິການ ຈຶ່ງເຮັດໃຫ້ລາຄານຳ້ມັນປັບສູງຂຶ້ນ

ໃນຂະນະທີ່ພາກລັດໄດ້ພ້ອມກັນຄົ້ນຄວ້າວິທີການແກ້ໄຂແຕ່ຕົ້ນປີ 2022 ເປັນຕົ້ນມາໄດ້ຫຼຸດອາກອນມູນຄ່າເພີ່ມລົງເຫຼືອ 7/100 ຈາກ 10/100 ແລະ ໄດ້ຫຼຸດຄັງແຮ່ນ້ຳມັນເຊື້ອໄຟທຸກຊະນິດລົງເປັນແຕ່ລະໄລຍະ. ເຊິ່ງໄລຍະຜ່ານມາພາກລັດໄດ້ນຳໃຊ້ເງິນໃນຄັງແຮ່ເພື່ອບໍ່ໃຫ້ບໍລິສັດຂາດທິນ ແລະ ບໍ່ໃຫ້ບໍລິສັດປັບລາຄານ້ຳມັນເຊື້ອໄຟ ຂຶ້ນສູງເກີນຂອບເຂດ ແຕ່ມາຮອດປັດຈຸັນແມ່ນບໍໄດ້ເກັບແລ້ວເພື່ອບໍ່ໃຫ້ສົ່ງຜົນກະທົບຕໍ່ສະພາບເສດຖະກິດໂດຍລວມຂອງຊາດກໍຄືການດຳລົງຊີວິດປະຈຳວັນຂອງສັງຄົມ.

 

 

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...