Homeຂ່າວຕ່າງປະເທດເຮືອບິນໃຫຍ່ຂອງຢູເຄຣນຖືກຍິງຖະຫຼົ່ມເສຍຫາຍ

ເຮືອບິນໃຫຍ່ຂອງຢູເຄຣນຖືກຍິງຖະຫຼົ່ມເສຍຫາຍ

Published on

ວັນ​ທີ 28 ກຸມພາ 2022 ເວັບໄຊ້ຂ່າວ CNA ໄດ້ລາຍງານວ່າ: ກຸ່ມ​ອຸດສາຫະກຳ​ປ້ອງ​ກັນ​ປະ​ເທດ​ຂອງ​ຢູເຄຣນ ເປີດເຜີຍວ່າ ເຮືອບິນຂົນ​ສົ່ງ​ Antonov-225 ຂອງຢູເຄຣນ ແມ່ນ​ເຮືອບິນ​ຂະໜາດ​ໃຫຍ່​ສຸດ​ຂອງ​ໂລກ, ໄດ້​ຖືກ​​ຖະຫຼົ່ມ​ຍິງຢູ່​ນອກ​ເມືອງຄຽບ ນັບ​ແຕ່​ວັນ​ທີ 4 ຂອງ​ການ​ໂຈມ​ຕີ​ຂອງຣັດ​ເຊຍ.

ເຮືອບິນລຳດັ່ງກ່າວມີຄວາມຍາວ 84 ແມັດ ແລະ ສາມາດບັນທຸກສິນຄ້າໄດ້ເຖິງ 250 ໂຕນ ດ້ວຍຄວາມໄວສູງສຸດ 850 ກິໂລແມັດຕໍ່ຊົ່ວໂມງ. ມັນຖືກເອີ້ນວ່າ “ມຮິຍາ”, ເຊີ່ງຫມາຍຄວາມວ່າ “ຄວາມຝັນ” ໃນພາສາຢູເຄຣນ ໂດຍເຮືອບິນລຳນີ້ ໄດ້ຖືກສ້າງຂຶ້ນເທື່ອທຳອິດ ເປັນສ່ວນຫນຶ່ງຂອງໂຄງການການບິນຂອງໂຊວຽດ ຊຶ່ງ​ໄດ້​ຂຶ້ນ​ເປັນ​ເທື່ອ​ທຳ​ອິດ​ໃນ​ປີ 1988 ດໍາເນີນການໂດຍສາຍການບິນ Ukrainian Antonov. ເພື່ອຂົນສົ່ງສິນຄ້າທີ່ມີຄວາມຕ້ອງການສູງໃນຕອນເລີ່ມຕົ້ນການລະບາດຂອງພະຍາດໂຄວິດ-19

ໃນການວິເຄາະຄວາມເສຍຫາຍຂອງຜູ້ຜະລິດອາວຸດຈາກກຸ່ມອຸດສາຫະກໍາປ້ອງກັນປະເທດຄາດຄະເນວ່າ ການສ້ອມແປງເຮືອບິນ ມຮິຍາ ຈະມີມູນຄ່າຫຼາຍກວ່າ 3 ຕື້ໂດລາ ແລະ ອາດຈະໃຊ້ເວລາຫຼາຍກວ່າ 5 ປີໃນການສ້ອມແປງ.

ທ່ານ ດາມີໂທ ຄູເລເບົາ ລັດຖະມົນຕີການຕ່າງປະເທດຂອງຢູເຄຣນໄດ້ກ່າວວ່າ: ຣັດເຊຍອາດທຳລາຍມຮິຍາຂອງພວກເຮົາ ແຕ່ພວກເຂົາບໍ່ສາມາດທຳລາຍຄວາມຝັນທີ່ເຂັ້ມແຂງຂອງພວກເຮົາ ທີ່ຈະເປັນປະເທດເອີຣົບທີ່ເຂັ້ມແຂງ ມີອິດສະຫຼະ ແລະ ເປັນປະຊາທິປະໄຕ.

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...