spot_img
Homeຂ່າວຕ່າງປະເທດຢູເຄຣນປະກາດສະຖານະການສຸກເສີນ 30 ວັນກຽມຮັບມືວິກິດຜະເຊີນໜ້າກັບຣັດເຊຍ

ຢູເຄຣນປະກາດສະຖານະການສຸກເສີນ 30 ວັນກຽມຮັບມືວິກິດຜະເຊີນໜ້າກັບຣັດເຊຍ

Published on

ຫຼັງຈາກສະຖານະການຣັດເຊຍ – ຢູແຄຣນໄດ້ທະວີຄວາມຄວາມຮຸນແຮງຂຶ້ນ, ຫຼ້າສຸດຢູເຄຣນໄດ້ປະກາດພາວະສຸກເສີນເປັນເວລາ 30 ວັນ, ພ້ອມອົບພະຍົບພົນລະເມືອງອອກຈາກຣັດເຊຍໃນທັນທີ.

ອີງຕາມການລາຍງານຂອງສຳນັກຂ່າວ KPL ລາຍງານວ່າ: ໃນວັນທີ 24 ກຸມພາ 2022 ທ່ານ ໂວໂລດີເມຍ ເຊເລນສກີ (Volodymyr Zelensky), ປະທານາທິບໍດີ ຢູເຄຣນ ປະກາດສະຖານະການສຸກເສີນເປັນເວລາ 30 ວັນພ້ອມກັບແຈ້ງພົນລະເມືອງໃຫ້ເດີນທາງອອກຈາກຣັດເຊຍທັນທີເພື່ອເປີດທາງ ໃຫ້ລັດຖະບານດຳເນີນມາດຕະການຕ່າງໆທີ່ເໝາະສົມ ເພື່ອຮັບມືກັບວິກິດການຜະເຊີນໜ້າກັບຣັດເຊຍ.

ການປະກາດສະຖານະການສຸກເສີນຂອງຢູເຄຣນເປັນເວລາ 30 ວັນໄດ້ຮັບການອະນຸມັດຈາກລັດຖະສະພາໂດຍມີຂໍ້ບັງຄັບໃນການເຄື່ອນຍ້າຍກອງກຳລັງທີ່ໄດ້ຮັບການຄັດເລືອກມາເປັນກອງໜຸນ, ການຄວບຄຸມສື່ມວນຊົນ ແລະ ກວດສອບເອກະສານສ່ວນບຸກຄົນ ອັນນີ້ຈະມີຜົນບັງຄັບໃຊ້ຕັ້ງແຕ່ວັນພະຫັດເປັນຕົ້ນໄປ.

ຢ່າງໃດກໍ່ຕາມ, ການປະກາດດັ່ງກ່າວບໍ່ມີຜົນຄອບຄຸມໃນເຂດໂດເນັດ ແລະ ເຂດລູຮານ ໃນພາກພຶ້ນດອນບາສ ຊຶ່ງໃນຕົ້ນອາທິດທີ່ຜ່ານມາ ທ່ານປະທານາທິບໍດີລັດເຊຍ ໄດ້ປະກາດຮັບຮອງສະຖານະການເປັນດິນແດນອິດສະຫຼະໃນຮູບແບບ “ສາທາລະນະລັດ” ແລະສົ່ງກຳລັງທະຫານຣັດເຊຍເຂົ້າເຂດດັ່ງກ່າວໂດຍໃຫ້ເຫດຜົນວ່າເພື່ອຮັກສາຄວາມສະຫງົບ.

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...