spot_img
Homeຂ່າວທ້ອງຖິ່ນເປີດແລ້ວໃຫ້ທ່ຽວຄືນແລ້ວ! ອຸທິຍານແຫ່ງຊາດນໍ້າແອດ-ພູເລີຍ

ເປີດແລ້ວໃຫ້ທ່ຽວຄືນແລ້ວ! ອຸທິຍານແຫ່ງຊາດນໍ້າແອດ-ພູເລີຍ

Published on

ພາຍຫລັງຢຸດໃຫ້ບໍລິການຊົ່ວຄາວໄດ້ໄລຍະໜຶ່ງ ຍ້ອນມາດຕະການປ້ອງກັນພະຍາດໂຄວິດ-19, ກິດຈະກໍາການທ່ຽວຊົມສັດປ່າຢູ່ອຸທິຍານແຫ່ງງຊາດ ນໍ້າແອດ-ພູເລີຍ ກັບມາເປີດໃຫ້ບໍລິການນັກທ່ອງທ່ຽວເປັນປົກກະຕິແລ້ວ ໂດຍມີ 2 ກິດຈະກໍາຄືເກົ່າ.

ທ່ານ ພອນສັກ ອິນທະວົງ, ຮັບຜິດຊອບວຽກງານທ່ອງທ່ຽວອຸທິຍານແຫ່ງງຊາດນໍ້າແອດ-ພູເລີຍ ໃຫ້ສໍາພາດວ່າ: 2 ກິດຈະກໍາທີ່ເປີດໃຫ້ບໍລິການນັກທ່ອງທ່ຽວ ຕັ້ງແຕ່ວັນທີ 23 ມັງກອນ 2022 ລວມມີ: ການລ່ອງເຮືອຕາມນໍ້າເນີນຈາກບ້ານສົ້ນຂົວເມືອງ ແລ້ວ ລ່ອງລົງມາເພື່ອເບິ່ງສັດປ່າທີ່ລົງມາແຄມນໍ້າໃນຍາມຄໍ່າຄືນ ຈາກນັ້ນພັກຢູ່ບັງກະໂລແລ້ວລ່ອງເຮືອເດີນທາງກັບໃນຕອນເຊົ້າ ເຊິ່ງ ກິດຈະກໍານີ້ໃຊ້ເວລາ 2 ມື້ 1 ຄືນ. ສ່ວນອີກ 1 ກິດຈະກໍາ ແມ່ນການຍ່າງປ່າພູເລີຍ-ປຸ່ງນຽດ ທີ່ມີຄວາມສູງແຕ່ 300 ແມັດ -2.200 ແມັດ ເພື່ອຊົມສັດປ່າມີໃຫ້ເລືອກແຕ່ 2 ມື້ 1 ຄືນ ຈົນຮອດ 5 ມື້ 4 ຄືນ ເຊີ່ງມີຈຸດເລີ່ມຕົ້ນຢູ່ 3 ບ້ານ ຄື: ບ້ານສາກົກ ແລະ ບ້ານນໍ້າປຸ່ງ ເມືອງຮ້ຽມ ແຂວງຫົວພັນ ແລະ ບ້ານນາແວນ, ເມືອງວຽງຄໍາ ແຂວງຫຼວງພະບາງ ຫຼັງຈາກນັ້ນພັກຂ້າງຄືນທີ່ເຮືອນນົກທີ່ໄດ້ຈັດກຽມໄວ້ໃນປ່າ.

ທ່ານ ພອນສັກ ອິນທະວົງ ໃຫ້ຮູ້ຕື່ມວ່າ: ກິດຈະກໍາທ່ຽວຊົມສັດປ່າຢູ່ອຸທິຍານແຫ່ງງຊາດນໍ້າແອດ-ພູເລີຍ ເປີດໃຫ້ບໍລິການມາດົນກ່ອນການລະບາດຂອງພະຍາດໂຄວິດ-19 ໂດຍສະເພາະນັກທ່ອງທ່ຽວຕ່າງປະເທດນິຍົມໄປຫຼາຍຈົນໄດ້ຮັບຄວາມສົນໃຈ, ສຳຫຼັບກຸ່ມຄົນທີ່ເຂົ້າຮ່ວມບໍລິການທັງ 2 ກິດຈະກໍາ ແມ່ນປະຊາ ຊົນພາຍໃນ 4 ບ້ານ ທີ່ຜ່ານການເຝິກອົບຮົມດ້ານຕ່າງໆ ທີ່ກ່ຽວຂ້ອງຈາກຄະນະຮັບຜິດຊອບອຸທິຍານດັ່ງກ່າວຢ່າງລະອຽດ ແລະ ຈັດເປັນຫລາຍກຸ່ມບໍລິການ ເປັນຕົ້ນ: ກຸ່ມນໍາທ່ຽວ, ກຸ່ມແຕ່ງກິນ, ກຸ່ມເປ້ເຄື່ອງ, ກຸ່ມຊັກ, ກຸ່ມເຮືອນຮັບແຂກ, ກຸ່ມຫັດຖະກໍາແລະ ອື່ນໆ.

ນອກຈາກນີ້ ມີ 26 ບ້ານພາຍໃນ 3 ເມືອງທີ່ຢູ່ໃກ້ຄຽງອຸທິຍານແຫ່ງງຊາດນໍ້າແອດ-ພູເລີຍ ໄດ້ຮັບຜົນປະໂຫຍດນໍາຄື: ເມືອງຮ້ຽມ ແລະ ເມືອງຫົວເມືອງ, ແຂວງຫົວພັນ ແລະ ເມືອງວຽງຄໍາ, ແຂວງຫລວງພະບາງ ເຮັດໃຫ້ເຂົາເຈົ້າມີຫລາຍຮັບໂດຍກົງ ແລະ ມີຊີວິດການເປັນຢູ່ທີ່ນັບມື້ດີຂຶ້ນ.

ແຫຼ່ງຂ່າວ: Lao Nationnal Radio, ມົດແດງນ້ອຍ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...