Homeຂ່າວພາຍ​ໃນຜົນກະທົບຈາກຝົນຕົກໜັກໃນລະຫວ່າງວັນທີ 18-21 ກຸມພາ 2022

ຜົນກະທົບຈາກຝົນຕົກໜັກໃນລະຫວ່າງວັນທີ 18-21 ກຸມພາ 2022

Published on

ຕອນເຊົ້າວັນທີ 20 ກຸມພາ 2022 ນີ້, ທາງເວັ້ນຂົວຫ້ວຍຊ້າງ ລະຫວ່າງເຂດບ້ານບໍ່ຈ່ານ ແລະ ບ້ານໂພມມ່ວງ ເມືອງຫີນເຫີບ ແຂວງວຽງຈັນ, ຫ່າງຈາກສາມແຍກຫີນເຫີບ ໄປປະມານ 15 ກິໂລແມັດ ຖືກນໍ້າເຊາະເຈື່ອນ ເຮັດໃຫ້ເສັ້ນທາງດັ່ງກ່າວຖືກຕັດຂາດ ແລະ ລົດບໍ່ສາມາດສັນຈອນໄປ-ມາໄດ້.

ສະນັ້ນ, ບັນດາທ່ານທີ່ຈະເດີນທາງໄປເມືອງເຟືອງ ຫລື ຈາກເມືອງເຟືອງໄປຫາ ເມືອງຫີນເຫີບ ຄວນສຶກສາເບິ່ງເສັ້ນທາງກ່ອນເດີນທາງ ເນື່ອງຈາກໄລຍະນີ້ ມີຝົນຕົກຢ່າງຕໍ່ເນື່ອງ ອາດເຮັດໃຫ້ການເດີນທາງໄປມາບໍ່ສະດວກ.

ຂະນະທີ່ ກົມອຸຕຸນິຍົມ ແລະ ອຸທົກກະສາດ ກໍໄດ້ອອກແຈ້ງເຕືອນຝົນຕົກໜັກ ໃນວັນທີ 20 ກຸມພາ 2022 ເວລາ 7:00 ໂມງ ຄວາມກົດດັນອາກາດສູງຂອງອາກາດເຢັນຈະເພີ່ມກໍາລັງແຮງຂຶ້ນ ແພ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ດ້ວຍກໍາລັງອ່ອນ ຫາ ປານກາງ ສົມທົບກັບກະແສລົມຕາເວັນອອກປົກຄຸມພາກເໜືອ ແລະ ຕາເວັນອອກສ່ຽງໃຕ້ພັດປົກຄຸມພາກກາງ ແລະ ພາກໃຕ້, ເຊິ່ງຈະເຮັດ ໃຫ້ອາກາດເຢັນໃນຕອນເຊົ້າ ແລະ ຍັງມີຝົນຕົກໃນລະດັບຄ່ອຍ ຫາ ປານກາງຢູ່ໃນແຕ່ລະພາກ ແລະ ຕົກໜັກ ພ້ອມມີລົມພັດແຮງຢູ່ ບາງທ້ອງຖິ່ນ ຢູ່ແຂວງພາກເໜືອ ແລະ ພາກກາງ.

ດັ່ງນັ້ນຈຶ່ງແຈ້ງເຕືອນ ເຖິງອໍານາດການປົກຄອງທຸກພາກສ່ວນ ແລະ ປະຊາຊົນບັນດາເຜົ່າ ທີ່ອາໃສຢູ່ແຂວງພາກເໜືອ ແລະ ພາກກາງ ໃຫ້ມີສະຕິລະມັດລະວັງ ຕໍ່ສະພາບຝົນຕົກໜັກ, ຟ້າຮ້ອງ, ຟ້າເຫລື້ອມ ດິນເຈື່ອນ ແລະ ລົມພັດ ແຮງທີ່ອາດຈະເຮັດໃຫ້ຕົ້ນໄມ້, ເສົາໄຟຟ້າ ແລະ ປ້າຍໂຄສະນາຫັກລົ້ມ, ຫລັງຄາເຮືອນເປ່ເພ ແລະ ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງຕໍ່ເນື່ອງ.
ຂໍ້ມູນ: ປະເທດລາວ Pathedlao

ບົດຄວາມຫຼ້າສຸດ

ຫວຽດນາມ ຈະສ້າງໄຟຟ້າພະລັງງານລົມ Savan 2 ມູນຄ່າສູງເຖິງ 768 ລ້ານໂດລາສະຫະລັດ ຫຼື ປະມານ 17 ພັນຕື້ກີບ

ກຸ່ມບໍລິສັດ T&T Group ຂອງຫວຽດນາມ ສືບຕໍ່ລົງທຶນໃຫຍ່! ເປີດໂຕໂຄງການໄຟຟ້າພະລັງງານລົມ "Savan 2" ເກືອບ 500 MW ຢູ່ແຂວງສະຫວັນນະເຂດ (ຝ່າຍຫວຽດນາມເປັນຜູ້ຈ່າຍ ແລະ...

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງສະຫາຍ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ, ນາຍົກລັດຖະມົນຕີ...

ສອງນາຍົກລັດຖະມົນຕີ ລາວ – ຫວຽດນາມ ຮ່ວມກັນ ເປີດໂຄງການກໍ່ສ້າງ ມະຫາວິທະຍາໄລມິດຕະພາບ ລາວ – ຫວຽດນາມ

ໃນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ທ່ານ...

ຮອງປະທານສະພາແຫ່ງຊາດ ຕາງໜ້າໃຫ້ ຄປຈສພຊ ປະກອບ 16 ຄໍາເຫັນຕໍ່ບົດລາຍງານຂອງລັດ

ວັນທີ 5 ຕຸລາ 2026, ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ປະກອບຄໍາເຫັນຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ...