Homeຂ່າວພາຍ​ໃນກຽມໃຫ້ບໍລິການແລ້ວ! ລົດໄຟຂະບວນທໍາມະດາ ທີ່ບັນຈຸໄດ້ຖ້ຽວລະ 1.000 ກວ່າຄົນ

ກຽມໃຫ້ບໍລິການແລ້ວ! ລົດໄຟຂະບວນທໍາມະດາ ທີ່ບັນຈຸໄດ້ຖ້ຽວລະ 1.000 ກວ່າຄົນ

Published on

ລົດໄຟຂະບວນທໍາມະດາ ທີ່ບັນຈຸຜູ້ໂດຍສານໄດ້ຖ້ຽວລະ 1.000 ກວ່າຄົນ ກຽມໃຫ້ບໍລິການແລ້ວ

ທ່ານວົງທອງ ສຸພັນທອງ ຮອງວິສະວະກອນເອກ ບໍລິສັດທາງລົດໄຟລາວ-ຈີນ ຈໍາກັດ ໃຫ້ສໍາພາດຕໍ່ສື່ມວນຊົນ ຕອນເຊົ້າວັນທີ 18 ກຸມພາ 2022 ເຖິງສະພາບການໃຫ້ບໍລິການຜູ້ໂດຍສານ ພາຍຫລັງເປີດໃຫ້ບໍລິການມາໄດ້ສອງເດືອນກວ່າ ໂດຍເບື້ອງຕົ້ນໄດ້ໃຫ້ບໍລິການພຽງ 6 ສະຖານີ ຄື: ສະຖານີນະຄອນຫລວງວຽງຈັນ, ໂພນໂຮງ, ວັງວຽງ, ຫລວງພະບາງ, ອຸດົມໄຊ ແລະສະຖານີບໍ່ເຕັນ ແຂວງຫລວງນໍ້າທາ ເຊິ່ງມີມີຜູ້ໂດຍສານໃຊ້ບໍລິການຈໍານວນຫລວງຫລາຍ, ຮອດວັນທີ 6 ກຸມພາ ໄດ້ເພີ່ມສະຖານີນາເຕີຍໃຫ້ບໍລິການອີກເປັນ 7ສະຖານີ, ແຕ່ກໍມີຫາງສຽງກ່ຽວກັບການຊື້ປີ້ລົດໄຟ ເຊັ່ນ: ມາລໍຖ້າດົນ, ບາງຄົນມາຊື້ປີ້ບໍ່ທັນ, ປີ້ໝົດກ່ອນ ແລະບັນຫາອື່ນໆທີ່ປະກົດຢູ່ຕາມສື່ສັງຄົມອອນລາຍ, ຕໍ່ບັນຫານີ້ ທ່ານວົງທອງ ສຸພັນທອງ ໃຫ້ຮູ້ວ່າ:

ພວກເຮົາເຫັນໄດ້ຄວາມຫຍຸ້ງຍາກຂອງປະຊາຊົນ ແລະໃຫ້ຄວາມສໍາຄັນຕໍ່ຜູ້ໂດຍສານ ໂດຍໄດ້ປຶກສາຫາລືກັບວິຊາການຜູ້ເຮັດໜ້າທີ່ໂດຍກົງ ແລະໄດ້ກໍານົດຮູບແບບການບໍລິການໃຫ້ດີຂຶ້ນກວ່າເກົ່າ ລວມທັງການຊື້ປີ້ທາງອອນລາຍ, ແຕ່ປະຈບັນນີ້ທາງບໍລິສັດທາງລົດໄຟລາວ-ຈີນ ກໍມີມາດຕະການຫລາຍດ້ານເປັນຕົ້ນ: ກໍານົດໃຫ້ມີບໍລິການຂາຍປີ້ເພີ່ມຢູ່ສູນການຄ້າວຽງຈັນເຊັນເຕີ ເຊິ່ງປະຈຸບັນພວມປັບປຸງສະຖານທີ່ຍັງບໍ່ທັນສໍາເລັດ ແລະຄາດວ່າຈະສາມາດໃຫ້ບໍລິການໃນໄວໆນີ້. ຂະນະດຽວກັນໃນວັນທີ 18 ກຸມພານີ້ ລົດໄຟຂະບວນທໍາມະດາ ທີ່ສາມາດບັນຈຸຜູ້ໂດຍສານໄດ້ ຖ້ຽວລະ 1.000ກວ່າຄົນ ກໍມາເຖິງນະຄອນຫລວງວງຈັນ ແລະຄາດວ່າ ຈະໃຫ້ບໍລິການໄດ້ໃນຕົ້ນເດືອນ ມິນາ 2022ນີ້, ຄາດວ່າບັນຫາທີ່ເກີດຂຶ້ນຈະຖືກແກ້ໄຂໄປພ້ອມກັນ.

ທ່ານວົງທອງ ສຸພັນທອງ ໃຫ້ຮູ້ອີກວ່າ: ຫາກພວກເຮົາສາມາດໃຫ້ບໍລິການລົດໄຟຂະບວນທໍາມະດາໄດ້ແລ້ວ ການຊື້ປີ້ອາດບໍ່ມີບັນອີກຕໍ່ໄປ ທັງລາຄາປີ້ກໍຖືກລົງກວ່າເກົ່າ, ຜູ້ໂດຍສານທີ່ຕ້ອງການເດິນທາງ ກໍສາມາດໄປສະຖານີ ຊື້ປີ້ແລ້ວກໍອອກເດີນທາງໄດ້ເລີຍ ທັງສາມາດເອົາສິ່ງຂອງຕິດຕົວໄປນໍາໄດ້ຫລາຍຂຶ້ນ ເຊິ່ງປະຈຸບັນພວມກຽມຈະເປີດໃຫ້ບໍລິການສະຖານີກາສີ ແລະສະຖານີເມືອງງາ ຕື່ມອີກ ເຊິ່ງຂະບວນລົດໄຟຈະແວ່ຈອດທຸກສະຖານີ ແຕ່ນະຄອນຫລວງວຽງຈັນ ເຖິງສະຖານີບໍ່ເຕັນ.

ແຫຼ່ງຂ່າວ: Lao National Radio

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...