spot_img
HomeBaby-ແມ່ແລະເດັກ ເສື້ອຜ້າເດັກນ້ອຍ 10 ແບບອັນຕະລາຍທີ່ຕ້ອງຫລີກລ້ຽງ

ເສື້ອຜ້າເດັກນ້ອຍ 10 ແບບອັນຕະລາຍທີ່ຕ້ອງຫລີກລ້ຽງ

Published on

01_385

  1.  ຊຸດ​ທີ່​ມີ​ຂົນ​ ອາດ​ກໍ່​ຄວາມ​ລະ​ຄາຍ​ເຄືອງ​ແກ່​ຜິວ​ທີ່​ບອບ​ບາງ​ໂດຍ​ເດັກນ້ອຍ​ບໍ່​ຮູ້​ຕົວ ບາງເທື່ອ​ກະຕຸ້ນ​ພູ​ມ​ແພ້ ​ແລະ ​ກໍ່​ອາການ​ຄັນ​ໄດ້
  2.  ຊຸດ​ທີ່​ປະກອບ​ດ້ວຍ​ສ່ວນ​ຕົກ​ແຕ່ງ​ ເຊັ່ນ ກະ​ດຸມ​ດອກ​ໄມ້, ລູກ​ໄມ້, ຍິ່ງ​ມີ​ສີ​ສັນ​ຈະ​ຍິ່ງ​ກະຕຸ້ນ​ໃຫ້​ເດັກ​ດຶງ​ມາ​ອົມ​ຫລື​ກືນ​ໄດ້
  3. ຊຸດ​ທີ່​ຂະໜາດ​ພໍ​ດີ​ຕົວ​ເກີນ​ໄປ​ ຫລື​ ຄັບ​ ເຮັດໃຫ້​ເດັກ​ຫາຍ​ໃຈ​ບໍ່​ອອກ ອຶດ​ອັດ ​ແລະ​ ເຮັດໃຫ້​ເລືອດ​ໄຫລ​ວຽນ​ໄດ້​ບໍ່​ດີ
  4. ຊຸດ​ທີ່​ມີ​ສີ​ສະ​ທ້ອນ​ແສງ​ປະກອບ ຈະ​ສ້າງ​ຄວາມ​ສົນ​ໃຈ​ແກ່​ເດັກນ້ອຍ ​ແລະ​ ເຮັດໃຫ້​ເຂົາ​ຈຶ້ງຕາເບີ່ງໄດ້​ດົນ​ນັບ​ຊົ່ວ​ໂມງ ເຮັດໃຫ້​ສາຍ​ຕາ​ອ່ອນ​ລ້າ ​ແລະ ​ບົກຜ່ອງ​ໄດ້
  5. ຊຸດ​ໃຍ​ສັງ​ເຄາະ​ທີ່​ບໍ່​ໄດ້ຄຸນນະພາບ ອາດ​ມີ​ສານ​ພິດ​ຢູ່ໃນ​ເສັ້ນ​ໃຍ​ຜ້າ​ຊຶ່ງ​ເດັກນ້ອຍ​ຈະ​ຕ້ອງ​ສຳ​ຜັດ​ຢູ່​ສະເໝີ
  6. ຊຸດ​ທີ່​ປະກອບ​ດ້ວຍ​ສາຍ​​ເເອວ,ເຊືອກ, ດ້າຍ ເພາະ​ອາດ​ພັນ​ຕົວ ​ຫລື ​ຫັດ​ຄໍ​ໄດ້​ເວລາ​ທີ່​ລູກ​ຫລັບ ​ຫລື ​ຫລິ້ນ
  7. ຊຸດ​ທີ່​ໜາ​ເກີນ​ໄປ ມີ​ນ້ຳ​ໜັກ​ ເຮັດໃຫ້​ເດັກນ້ອຍ​ຕ້ອງ​ແບກ​ຮັບ​ນ້ຳ​ໜັກ ແລະ​ສົ່ງ​ຜົນ​ຕໍ່​ກ້າມ​ເນື້ອ​ຂອງ​ລູກ​ໄດ້
  8. ຊຸດ​ທີ່​ເຮັດ​ຈາກ​ແພແຂງ ມີ​ຄວາມ​ຍືດ​​ໜ້ອຍ​ເກີນ​ໄປ ເມື່ອ​ເດັກ​ດຶງ​ເສື້ອ​ຜ້າ ​ຫລື​ ເຄື່ອນ​ໄຫວ​ອາດ​ເຮັດໃຫ້​ເຈັບ​ ຫລື​ ເກີດ​ການ​ຮຸກຖູ​ເປັນ​ບາດໄດ້
  9. ຊຸດ​ມື​ສອງ ທີ່​ອາດ​ສະ​ສົມ​ເຊື້ອ​ທີ່​ກໍ່​ໃຫ້​ເກີດ​ພະຍາດ​ຕິດ​ຕໍ່ ຊຶ່ງ​ບໍ່​ເໝາະ​ກັບ​​ເດັກ​ນ້ອຍທີ່ມີພູ​ມແພ້​
  10. ຊຸດ​ທີ່​ຜ່ານ​ການ​ຍ້ອມ​ສີ​ເຄ​ມີ​ຈັດ​ຈ້ານ ຫລື​ຊຸດ​ທີ່​ພະຍາຍາມ​ຍ້ອມ​ເອງ ດ້ວຍ​ວິທີ​ການ​ແລະ ​ສີ​ຍ້ອມ​ຜ້າ​ທີ່​ບໍ່​ໄດ້​ມາດຕະຖານ ບໍ່​ມີ​ເຄື່ອງ​ໝາຍ​ຮັບຮອງ​ຄວາມ​ປອດ​ໄພ ຊຶ່ງ​ເຕັມ​ໄປ​ດ້ວຍ​ສານ​ອັນຕະລາຍ​ຕໍ່​ເດັກ

 

 

 

ບົດຄວາມຫຼ້າສຸດ

ລາວ-ສ.ເກົາຫຼີ ລົງນາມຮ່ວມມື ເພື່ອດໍາເນີນໂຄງການສ້າງສູນພັດທະນາບຸກຄະລາກອນທາງດ້ານດິຈິຕອນ ມູນຄ່າ 9.9 ລ້ານໂດລາ

ລາວ-ສ.ເກົາຫຼີ ລົງນາມບົດບັນທຶກການຮ່ວມມື (Record of Discussion-ROD) ເພື່ອດໍາເນີນໂຄງການສ້າງສູນພັດທະນາບຸກຄະລາກອນທາງດ້ານດິຈິຕອນ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ຮ່ວມກັບ ອົງການຮ່ວມມືສາກົນ ສ.ເກົາຫຼີ (KOICA) ໄດ້ຈັດພິທີລົງນາມບົດບັນທຶກການຮ່ວມມື...

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...