Homeຂ່າວຕ່າງປະເທດນໍເວຍົກເລີກຄຳສັ່ງມາດຕະການຄວບຄຸມໂຄວິດການເວັ້ນໄລຍະຫ່າງທາງສັງຄົມຂັ້ນສຸດທ້າຍ

ນໍເວຍົກເລີກຄຳສັ່ງມາດຕະການຄວບຄຸມໂຄວິດການເວັ້ນໄລຍະຫ່າງທາງສັງຄົມຂັ້ນສຸດທ້າຍ

Published on

ອີງຕາເວັບໄຊ້ຂ່າວ Post ToDay ໄດ້ລາງານວ່າ:ວັນ​ທີ 2 ກຸມພາ​ນີ້, ທ່ານ​ນາຍົກລັດຖະມົນຕີ ເມສ ເຟເດີລິກ ຂອງດານມາກໄດ້ຍົກອອກຂໍ້ຈໍາກັດເຊັ່ນ: ຄໍາສັ່ງທີ່ຈະໃສ່ຜ້າປິດປາກ-ດັງ, ຄວາມຕ້ອງການທີ່ຈະສະແດງໃບຜ່ານສຸຂະພາບຈາກ COVID-19 ເພື່ອເຂົ້າເຖິງສິ່ງອໍານວຍຄວາມສະດວກສາທາລະນະ ແລະ ຍົກເລີກການປິດຂອງ ຮ້ານບັນເທິງ ເຮັດໃຫ້ດານມາກເປັນປະເທດທໍາອິດ ທີ່ຜູ້ຄົນອາໄສຢູ່ກັບໂຄວິດແທ້ໆ ໂດຍສະເພາະການເຊົາໃສ່ຫນ້າກາກອັນເປັນສັນຍາລັກຂອງສິ່ງທີ່ເອີ້ນວ່າ “ການດຳລົງຊີວິດແບບໃໝ່”

ທ່ານ ໂຍນັສ ກາສະເຕີ ນາຍົກລັດຖະມົນຕີນໍເວໄດ້ກ່າວໃນງານຖະແຫຼງວ່າ: ພວກເຮົາກຳລັງຍົກເລີກຄຳແນະນຳກ່ຽວກັບການເວັ້ນໄລຍະຫ່າງທາງສັງຄົມ ເຊິ່ງໃນຕອນນີ້ພວກເຮົາສາມາດເຂົ້າສັງຄົມໄດ້ຄືເມື່ອກ່ອນ ທັງໃນສະຖານບັນເທິງ ໃນງານວັດທະນາທຳ ແລະ ໂອກາດທາງສັງຄົມ ທີ່ມີການເດີນທາງໂດຍໃຊ້ລົດໂດຍສານປະຈຳທາງ ຫຼື ເຮືອຂ້າມຝາກ.

ຫຼ້າສຸດປະເທດນໍເວໄດ້ຍົກເລີກຂໍ້ຈຳກັດໂຄວິດຂັ້ນສຸດທ້າຍໃນວັນທີ 12 ກຸມພາ ຜ່ານມາ, ໂດຍຍົກເລີກການເວັ້ນໄລຍະຫ່າງທາງສັງຄົມແລະ ການໃສ່ຜ້າປິດປາກດັງ ໃນເຂດທີ່ແອອັດ, ຍົກເລີກຈໍາກັດຂາຍເຄື່ອງດື່ມທີ່ມີທາດເຫຼົ້າຢູ່ໃນບາ ແລະ ຮ້ານອາຫານ ເຖິງແມ່ນວ່າມີການຕິດເຊື້ອ ໂອໄມຄຣອນ ເພີ່ມຂຶ້ນ.

ບົດຄວາມຫຼ້າສຸດ

ຫວຽດນາມ ຈະສ້າງໄຟຟ້າພະລັງງານລົມ Savan 2 ມູນຄ່າສູງເຖິງ 768 ລ້ານໂດລາສະຫະລັດ ຫຼື ປະມານ 17 ພັນຕື້ກີບ

ກຸ່ມບໍລິສັດ T&T Group ຂອງຫວຽດນາມ ສືບຕໍ່ລົງທຶນໃຫຍ່! ເປີດໂຕໂຄງການໄຟຟ້າພະລັງງານລົມ "Savan 2" ເກືອບ 500 MW ຢູ່ແຂວງສະຫວັນນະເຂດ (ຝ່າຍຫວຽດນາມເປັນຜູ້ຈ່າຍ ແລະ...

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງສະຫາຍ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ, ນາຍົກລັດຖະມົນຕີ...

ສອງນາຍົກລັດຖະມົນຕີ ລາວ – ຫວຽດນາມ ຮ່ວມກັນ ເປີດໂຄງການກໍ່ສ້າງ ມະຫາວິທະຍາໄລມິດຕະພາບ ລາວ – ຫວຽດນາມ

ໃນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ທ່ານ...

ຮອງປະທານສະພາແຫ່ງຊາດ ຕາງໜ້າໃຫ້ ຄປຈສພຊ ປະກອບ 16 ຄໍາເຫັນຕໍ່ບົດລາຍງານຂອງລັດ

ວັນທີ 5 ຕຸລາ 2026, ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ປະກອບຄໍາເຫັນຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ...