spot_img
Homeຂ່າວທ້ອງຖິ່ນເປີດຢ່າງເປັນທາງການ! ງານບຸນນະມັດສະການ ຜາສາດຫີນວັດພູຈຳປາສັກ ປະຈຳປີ 2022

ເປີດຢ່າງເປັນທາງການ! ງານບຸນນະມັດສະການ ຜາສາດຫີນວັດພູຈຳປາສັກ ປະຈຳປີ 2022

Published on

ງານບຸນນະມັດສະການ ຜາສາດຫີນວັດພູຈຳປາສັກ ມໍລະດົກໂລກ ປະຈຳປີ 2022 ໄດ້ມີ ພິທີເປີດຢ່າງເປັນທາງການ ໃນຕອນບ່າຍຂອງ ວັນທິ 13 ກຸມພາ 2022, ໂດຍການເຂົ້າຮ່ວມຂອງ ພຣະອາຈານ ມະຫາສຸວັນ ຈັນທະລາດ ເຈົ້າຄະນະ ອພສ ແຂວງ, ທ່ານ ວິໄລວົງ ບຸດດາຄໍາ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຈໍາປາສັກ ພ້ອມພັນລະຍາ, ມີ ບັນດາທ່ານ ຮອງເລຂາພັກແຂວງ, ຄະນະນຳຂອງແຂວງ, ນະຄອນ ແລະເມືອງ, ມີ ພຣະເຖຣານຸເຖຣະ ເຖົ້າແກ່ມຸນໂທ ແລະພໍ່ແມ່ປະຊາຊົນ ເຂົ້າຮ່ວມ.

ທ່ານ ສະຫວາດ ແກ້ວບັນດິດ ເຈົ້າເມືອງຈຳປາສັກ, ຕາງໜ້າຄະນະຮັບຜິດຊອບຈັດງານ ໄດ້ລາຍງານ ການກະກຽມຄວາມພ້ອມງານບຸນນະມັດສະການຜາສາດຫີນວັດພູ ປະຈຳປີ 2012 ບາງຕອນ ລະບຸວ່າ: ໃນການກະກຽມການຈັດງານບຸນນະມັດສະການຜາສາດຫີນ ວັດພູຈຳປາສັກ ປີ 2022 ພວກເຮົາກໍໄດ້ຈັດກິດຈະກຳ ປູກຕົ້ນດອກຈຳປາ ເພື່ອເປັນສວນອຸດທິຍານປະດັບເອ້ ສະຖານທີ່ບຸນິຍະສະຖານແຫ່ງນີ້ ຕິດພັນກັບການຈັດງານພຸດທະສາສະນະກິດ ເພື່ອຮັກສາຮີດຄອງປະເພນີງາມວັດທະນະທຳ ອັນດີງາມຂອງຊາດ ຂອງທ້ອງຖີ່ນຈຳປາສັກ, ພິເສດ ປີນີ້ ໄດ້ມີການຈັດຕັ້ງພັກ-ລັດ ພະແນກການຂອງແຂວງ, 09 ເມືອງ, ນະຄອນປາກເຊ ແລະ ຄອບຄົວທ່ານເຈົ້າແຂວງຈຳປາສັກ ໄດ້ເປັນເຈົ້າພາບເຈົ້າສັດທາ ຮ່ວມກັນສ້າງກອງບຸນຂື້ນ ຈຳນວນ 11 ກອງ ເພື່ອອຸທິດເຖີງບັນພະບູລຸດ, ພໍ່ແມ່, ຄູບາອາຈານ, ເຈົ້າຖີ່ນເຈົ້າຖານ, ເຈົ້າແມ່ທໍລະນີ, ເຈົ້າກຳນາຍເວນ ເພື່ອເປັນສິລິມຸງຄຸນ ແກ່ຄອບຄົວທຸກໆທ່ານດ້ວຍກັນ ແລະ ເພື່ອເຮັດໃຫ້ການຈັດງານ ບຸນນະມັດສະການຜາສາດຫີນ ວັດພູຈຳປາສັກ ເຕັມໄປດ້ວຍເນື້ອໃນ, ມີບັນຍາກາດງານບຸນປະເພນີ ຂອງທ້ອງຖີ່ນ ຕິດພັນກັບການຈັດຕັ້ງປະຕິບັດ ປ້ອງກັນພະຍາດໂຄວິດ 19, ພາຍໃຕ້ເງື່ອນໄຂການດຳລົງຊີວິດແບບໃໝ່ (New Normal) ການຈັດງານຈະມີຂື້ນ 3 ມື້, ກາງຄືນມີການຄົບງັນຕາມປະເພນີ, ນັບແຕ່ມື້ນີ້ ວັນທີ 13 ໄປຈົນເຖິງ ວັນທີ 16 ກຸມພາ 2022 ຈຶ່ງຈະສິ້ນສຸດ.

ໂອກາດນີ້, ທ່ານ ວິໄລວົງ ບຸດດາຄໍາ ເຈົ້າແຂວງຈໍາປາສັກ ໄດ້ກ່າວເປີດງານ ບາງຕອນວ່າ: ໃນໄລຍະຜ່ານມາ ພັກ ແລະ ລັດຖະບານ ກໍຄືແຂວງຈໍາປາສັກ ຍາມໃດກໍໃຫ້ຄວາມສໍາຄັນ ແລະ ເອົາໃຈໃສ່ຢ່າງຕັ້ງໜ້າ ໃນການສະເຫຼີມ ສະຫຼອງ ບຸນນະມັດສະການປະສາດຫີນວັດພູຈຳປາສັກມໍລະດົກໂລກ ທຸກໆ ປີ ໃນມື້ຂື້ນ 15 ຄໍ່າ ເດືອນ 3 ເຊິ່ງເປັນແຫ່ງອະລິຍະທໍາບູຮານ ເກົ່າແກ່ທາງດ້ານປະຫວັດສາດ ແລະວັດທະນະທໍາຂອງ ຊາດລາວເຮົາ ແມ່ນກຸ່ມສະຖານບູຮານ ທີ່ຖືກຮັບຮູ້ ແລະ ມີຊື່ສຽງມາເປັນເວລາຫຼາຍພັນປີ, ຖືກສ້າງຂຶ້ນ ໃນລະຫວ່າງ ສະຕະວັດທີ VII ແລະ ຖືກຮັບຮອງຈົດເຂົ້າທະບຽນ ມໍລະດົກໂລກໂດຍອົງການ UNESCO ໃນປີ 2001. ຍ້ອນພວກເຮົາ ເຫັນໄດ້ຄຸນຄ່າອັນໂດດເດັ່ນ ຄືດັ່ງກ່າວມານັ້ນ, ລັດຖະບານ ແລະ ອຳນາດການປົກຄອງແຂວງ ໄດ້ເອົາໃຈໃສ່ປົກປັກຮັກສາ, ບູລະນະ ແລະ ປະຕິສັງຂອນ ໃຫ້ເພິ່ມຄຸມຄ່າມໍລະດົກຍິງຂຶ້ນຕະຫຼອດມາ ໂດຍດຶງດູດການຊ່ວຍເຫຼືອແຫຼ່ງທຶນທັງພາຍໃນ, ອົງການຈັດຕັ້ງສາກົນ ແລະ ບັນດາປະເທດເພື່ອນມິດ ໃນໂລກຢ່າງກວ້າງຂວາງ, ຈິ່ງມີນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາກາບໄຫວ້, ສຶກສາຄົ້ນຄວ້າ, ທ່ອງທ່ຽວນັບມື້ນັບເພີ່ມຂື້ນໃນແຕ່ລະປີ ແລະ ເພື່ອເປັນການສົ່ງເສີມການທ່ອງທ່ຽວ ຂໍເຊີນຊວນບັນດາທ່ານທ່ຽວຊົມ ຫໍວາງສະແດງວັດຖຸບູຮານ, ປະຫວັດການກໍ່ສ້າງຜາສາດຫີນວັດພູ, ທ່ຽວງານຕະຫຼາດ ນັດວາງສະແດງ ແລະ ຈຳຫນ່າຍສິນຄ້າທີ່ຫຼາກຫຼາຍຜະລິດຕະພັນ ທັງພາຍໃນ ແລະຕ່າງປະເທດ, ຊົມການແຂ່ງຂັນກິລາພື້ນເມືອງ, ຊົມສິລະປະດົນຕີ, ຮັບປະທານອາຫານທ້ອງຖິ່ນເອກະລັກເມືອງຈຳປາສັກ ເຂົ້າຫຼາມ ປີ້ງໄກ່ ຕົ້ມໄກ່ໃສ່ໄຂ່ມົດແດງສົ້ມ, ນະມັດສະການກາບໄຫວ້ ບູຊາ ພະພຸດທະຮູບ ແລະໃນຄໍ່າຄືນວັນທີ 15 ເຂົ້າຮ່ວມພິທີທາງສາດສະຫນາ, ຟັງທັມ, ສູດປະລິຕະມົງຄຸນ ຕະຫຼອດຄືນ ແລະ ໃນຕອນເຊົ້າເລີ່ມແຕ່ເວລາ 6:30 ໂມງ ເຂົ້າສູ່ພິທີ ຕັກບາດ, ຖວາຍສັງຄະທານ ແດ່ພະສົງ 100 ອົງ.

ຂ່າວ: ທັດຊະນະ

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...