Homeຂ່າວພາຍ​ໃນລາຍງານສະພາບໂຄວິດ-19 ວັນທີ 14 ກຸມພາ 2022

ລາຍງານສະພາບໂຄວິດ-19 ວັນທີ 14 ກຸມພາ 2022

Published on

ລາຍງານຈາກຄະນະສະເພາະກິດ ກ່ຽວກັບສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ໃນວັນທີ 14 ກຸມພາ 2022 ມີເນື້ອໃນດັ່ງຕໍ່ໄປນີ້:

ຮອດປັດຈຸບັນ ມີຜູ້ຕິດເຊື້ອທັງໝົດ ຢູ່ໃນ ສປປ ລາວ 139,244 ຄົນ, ອອກໂຮງໝໍວານນີ້ 123 ຄົນ, ກຳລັງປິ່ນປົວ 3,800 ຄົນ ແລະ ເສຍຊີວິດ ທັງໝົດ 597 ຄົນ (ເສຍຊິວິດໃໝ່ 03 ຄົນ).

ທົ່ວປະເທດລາວ ສັກວັກຊີນ ທັງໝົດ: ເຂັມທີ 1 ສັກໄດ້ 4.819.056 (ອັດຕາປົກຄຸມ 65,68 %) ແລະ ທຸກເຂັມທີ່ແນະນໍາ 4.238.906 (ອັດຕາປົກຄຸມ 57,77 %).

ປັດຈຸບັນ ສະພາບການລະບາດຂອງພະຍາດໂຄວິດ-19 ໃນທະວີບຢູໂຣບ ແມ່ນເລິ່ມມີທ່າອ່ຽງດີຂຶ້ນ ແຕ່ກົງກັນຂ້າມ ທະວີບອາຊີ ໂດຍສະເພາະ ອາຊີຕະເວັນອອກ ຕົວເລກສະສົມຜູ້ຕິດເຊື້ອກັບມາເພິ່ມສູງຂຶ້ນອີກ ຢູ່ໃນຫຼາຍປະເທດ.

  • ສຳລັບ ຮ່ອງກົງ, ອິນໂດເນເຊຍ, ຍີ່ປຸ່ນ ແລະ ເກົາຫຼີໃຕ້ ກຳລັງພະເຊີນກັບການລະບາດຮອບໃໝ່, ໃນນັ້ນ ບາງປະເທດໄດ້ອອກມາດຕະການລ໋ອກດາວ ໂດຍສະເພາະ ເຂດທີ່ມີການລະບາດແບບເປັນຈຸ້ມ ພ້ອມທັງ ກຳນົດ ເວລາ ໃນການເປີດ – ປິດ ຮ້ານອາຫານ ເພື່ອຫຼຸດຜ່ອນການຊຸມນຸມກັນແບບເປັນກຸ່ມ.
  • ສະເພາະ ສປປ ລາວ ເຮົາ ເຖິງວ່າ ໄລຍະນີ້ ຕົວເລກຜູ້ຕິດເຊື້ອໃໝ່ຈະຫຼຸດລົງກໍ່ຕາມ ແຕ່ກໍ່ຕ້ອງໄດ້ເຂັ້ມງວດໃນການເຝົ້າລະວັງປ້ອງກັນ ບໍ່ໃຫ້ມີການລະບາດແບບແພ່ລາມຂອງສາຍພັນໂອໄມຄຣອນໃນຊຸມຊົນ ເພາະ ສາຍພັນໂອໄມຄຮອນ ສາມາດແຜ່ເຊື້ອໄດ້ງ່າຍ ແລະ ໄວ ເຖິງ 2-5 ເທົ່າ ເມື່ອທຽບໃສ່ສາຍພັນ Delta. ສະນັ້ນ ພວກເຮົາທຸກຄົນ ບໍ່ຄວນປະໝາດ ຕ້ອງມີສະຕິປ້ອງກັນຕົນເອງຢ່າງເຂັ້ມງວດ ແລະ ພ້ອມດຽວກັນນັ້ນກໍຕ້ອງໄປຮັບການສັກວັກຊີນໃຫ້ຄົບຢ່າງໜ້ອຍ 2 Doses ຂື້ນໄປ ເພື່ອສ້າງພູມຄຸ້ມກັນໃຫ້ໂຕເອງ ກໍຄືຄົນອ້ອມຂ້າງ ເພື່ອໃຫ້ມີພູມຄຸ່ມກັນໝູ່ຫຼາຍຂື້ນ.
  • ພ້ອມດຽວກັນນີ້ ຖ້າຫາກທ່ານ ຮູ້ວ່າຕົນເອງເປັນຜູ້ສຳພັດໃກ້ຊິດ ກັບ ຜູ້ທີ່ຕິດເຊື້ອ ຫຼື ໄດ້ເດີນທາງໄປຍັງສະຖານທີ່ ທີ່ມີຄວາມສ່ຽງ ຈົ່ງຮີບຮ້ອນໄປພົບແພດໝໍ ເພື່ອເກັບຕົວຢ່າງກວດຫາເຊື້ອພະຍາດ, ສຳລັບຜູ້ທີ່ບໍ່ສະບາຍມີອາການຄ້າຍຄືໄຂ້ຫວັດກໍ່ໃຫ້ຮີບຮ້ອນໄປກວດ, ບໍ່ຄວນໄປຊື້ຢາມາກິນເອງ ແລະ ໃນໄລຍະລໍຖ້າຜົນກວດ ກໍ່ໃຫ້ຈຳກັດໂຕເອງ ແຍກໂຕອອກຈາກຄອບຄົວ ແລະ ຄົນໃກ້ຊິດ ເຖິງແມ່ນວ່າຜົນກວດຈະອອກມາເປັນລົບກໍ່ຕາມ ກໍ່ໃຫ້ສືບຕໍ່ຈຳກັດບໍລິເວນຕົນເອງ ຈົນຄົບກຳນນົດ ຈຶ່ງອອກມາເຄື່ອນໄຫວປົກກະຕິ ເພື່ອຕັດວົງຈອນການສົ່ງເຊື້ອພະຍາດໄປຫາຄົນອ້ອມຂ້າງ ແລະ ສູ່ສັງຄົມ ລວມທັງຄົນທີ່ທ່ານຮັກ.

ຮູບໂດຍ: Teng

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...