spot_img
Homeຂ່າວພາຍ​ໃນນະຄອນຫຼວງ ແຈ້ງ! ສືບຕໍ່ປິດຮ້ານບັນເທີງ-ຄາຣາໂອເກະ ຫາກລະເມີດ ໃຫ້ລົບລ້າງໃບດຳເນີນທຸລະກິດ.

ນະຄອນຫຼວງ ແຈ້ງ! ສືບຕໍ່ປິດຮ້ານບັນເທີງ-ຄາຣາໂອເກະ ຫາກລະເມີດ ໃຫ້ລົບລ້າງໃບດຳເນີນທຸລະກິດ.

Published on

ເຈົ້າຄອງ ນະຄອນຫຼວງ ວຽງຈັນ ໄດ້ໃຫ້ຮູ້ວ່າ: ກ່ຽວກັບການຜັນຂະຫຍາຍມາດຕະການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງ ໂຄວິດ-19 ຂອງ ລັດຖະບານ ໃນໄລຍະໃໝ່ ຢູ່ ນະຄອນຫຼວງວຽງຈັນ ແມ່ນຈະຍັງໄດ້ໃຫ້ສືບຕໍ່ ປິດ ຮ້ານບັນເທິງ ແລະ ຮ້ານຄາລາໂອເກະ (ຖ້າຮ້ານໃດລະເມີດ ແມ່ນໃຫ້ລົບລ້າງໃບອະນຸ ຍາດດຳເນີນທຸລະກິດ ແລະ ປັບໃໝ), ຜ່ອນຜັນ ໄລຍະເວລາໃນການຈໍາກັດບໍລິເວນຕໍ່ ແຕ່ລະເປົ້າໝາຍຜູ້ທີ່ເດີນທາງເຂົ້າ ສປປ ລາວ.

ຜ່ານນະຄອນຫຼວງວຽງຈັນ ແມ່ນໃຫ້ປະຕິບັດຕາມ ຂໍ້ 1.1, 1.2, 1.3, 1.4 ແລະ 1.5 ຂອງແຈ້ງການຫ້ອງວ່າການ ສຳນັກງານນາຍົກລັດຖະມົນຕີ ສະບັບເລກທີ 130/ຫສນຍ, ລົງວັນທີ 03 ກຸມພາ 2022. ສໍາລັບຄົນຕ່າງປະເທດ ທີ່ອາໄສຢູ່ ນະຄອນຫຼວງວຽງຈັນ ລວມທັງຜູ້ທີ່ເດີນທາງເຂົ້າມາ ແມ່ນຕ້ອງໄດ້ໃຊ້ບໍລິການ “ລາວ ສູ້ໆ” ເພື່ອໃຊ້ເປັນບັດຢັ້ງຢືນການສັກວັກຊີນ ແລະ ຢືນຢັນສະຖານະຄວາມສ່ຽງຂອງຕົນ ໃນເວລາເຄື່ອນເຂົ້າສະຖານທີ່ຕ່າງໆ.

ອະນຸຍາດໃຫ້ເປີດກິລາ ໃນຮົ່ມ ແລະ ກາງແຈ້ງ ທຸກປະເພດ (ແຕ່ຕ້ອງມີການປ້ອງກັນ ແລະ ຄວບຄຸມພະຍາດໂຄວິດ-19 ຢ່າງເຂັ້ມງວດ), ອະນຸຍາດໃຫ້ແກ່ການບໍລິການລົດໂດຍສານ, ຜູ້ໂດຍສານ, ຜູ້ທີ່ເດີນທາງດ້ວຍພາຫະນະປະເພດເດີນທາງໄປ-ມາ ໄດ້ຢ່າງເປັນປົກກະຕິ ແລະ ສຳລັບການກະກຽມເປີດດ່ານປະເພນີ-ດ່ານທ້ອງຖິ່ນ ຍັງຕ້ອງໄດ້ຄົ້ນຄວ້າ ແລະ ພິຈາລະນາຕື່ມອີກ.

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...