Homeຂ່າວການພັດທະນາມາແລ້ວ !! ສະດວກ ສະບາຍ ບໍ່ຕ້ອງແວ່ປໍ້ານໍ້າມັນ!! ກັບການບໍລິການຈັດສົ່ງນ້ຳມັນເຖິງສະຖານທີ່

ມາແລ້ວ !! ສະດວກ ສະບາຍ ບໍ່ຕ້ອງແວ່ປໍ້ານໍ້າມັນ!! ກັບການບໍລິການຈັດສົ່ງນ້ຳມັນເຖິງສະຖານທີ່

Published on

ໃນວັນທີ 07 ກຸມພາ 2022 ທີ່ຜ່ານມາ, ທີ່ ສາງນ້ຳມັນເອັນທີພີ ບ້ານ ດົງຫລວງ ເມືອງ ນາຊາຍທອງ ນະຄອນຫລວງວຽງຈັນ ໄດ້ຈັດພິທີສະເຫລີມສະຫລອງ ຜົນສຳເລັດ 5 ປີ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ ມະຫາຊົນ ພ້ອມກັບ ມີການເປີດໂຕຜະລິດຕະພັນໃຫມ່ ພ້ອມທັງ, ມອບ-ຮັບ ຫນັງສືຮັບຮອງການແຈ້ງຂໍ້ມູນລິຂະສິດ ຈາກ ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກຳ ແລະ ການຄ້າ, ໂດຍການເຂົ້າຮ່ວມຂອງຄະນະການນຳພັກ-ລັດ, ກະຊວງທີ່ກ່ຽວຂ້ອງ ແລະ ຄູ່ຮ່ວມທຸລະກິດຂອງບໍລິສັດເອັນທີພີ

ທ່ານ ເຫລື່ອມ ຍົງວົງສິດທິ ຮອງຜູ້ອຳນວຍການໃຫ່ຍ ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ ມະຫາຊົນ ໄດ້ຂຶ້ນລາຍງານຜົນງານຕະຫລອດໄລຍະ 5 ປີ ຜ່ານມາວ່າ: ບໍລິສັດຂອງພວກເຮົາ ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 2017 ໂດຍໄດ້ມີການຈົດທະບຽນວິສາຫະກິດ ແລະ ໄດ້ຮັບໃບອະນຸຍາດດຳເນີນທຸລະກິດຢ່າງຖືກຕ້ອງ ແລະ ສອດຄ່ອງກັບມາດຕະຖານ-ເງື່ອນໄຂ ໃນການສ້າງຕັ້ງ

ພາຍໃນງານ, ນອກຈາກພິທີສະເຫລີມສະຫລອງຄົບຮອບ 5 ປີ ເອັນທີພີ ແລ້ວ, ຍັງໄດ້ມີພິທີເປີດໂຕຜະລິດຕະພັນໃຫມ່ ທີ່ຄົ້ນຄິດຜະລິດສ້າງໂດຍຄົນລາວ ເພື່ອອຳນວຍຄວາມສະດວກໃຫ້ແກ່ປະຊາຊົນລາວເຮົາ ກໍ່ຄື ການບໍລິການນ້ຳມັນໃນຮູບແບບໃຫມ່ ທີ່ມີຊື່ວ່າ: “ບໍລິການຈັດສົ່ງນ້ຳມັນເຖິງສະຖານທີ່” ໂດຍໃຫ້ກຽດມອບຫນັງສື ຮັບຮອງການແຈ້ງຂໍ້ມູນລິຂະສິດຂອງ ທ່ານ ນາງ ຈັນສຸກ ແສງພະຈັນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ  ແລະ ຮັບໂດຍ ທ່ານ ຈິນດາສັກ ຍົດຫມັ້ນຄົງ ຜູ້ອຳນວຍການໃຫ່ຍ ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ ມະຫາຊົນ

 

ທ່ານ ຈິນດາສັກ ຍົດຫມັ້ນຄົງ ໄດ້ກ່າວວ່າ: ໃນຂະນະທີ່ມີການລະບາດຂອງພະຍາດໂຄວິດ-19. ຜູ້ຄົນກໍໄປມາຫາສູ່ກັນຍາກຂຶ້ນ, ພວກເຮົາຈຶ່ງໄດ້ຄົ້ນຄິດຊອກຫາວິທີການອຳນວຍຄວາມສະດວກໃຫ້ ຜູ້ຊົມໃຊ້ໄດ້ນ້ຳມັນມາຊົມໃຊ້ໂດຍທີ່ຕົນເອງບໍ່ຈຳເປັນຕ້ອງອອກໄປໃສ, ພວກເຮົາກໍໄດ້ຄົ້ນຄິດ ແລະ ຕົກລົງເປີດໂຕການບໍລິການນ້ຳມັນໃນຮູບແບບໃໝ່ນີ້ຂຶ້ນ ເພື່ອອຳນວຍຄວາມສະດວກໃຫ້ແກ່ສັງຄົມລາວຫລາຍຂຶ້ນ

ທ່ານຍັງໄດ້ກ່າວຕື່ມວ່າ: ສຳລັບການ “ບໍລິການຈັດສົ່ງນ້ຳມັນເຖິງສະຖານທີ່” ນີ້, ແມ່ນຈະສາມາດປະຫຍັດຕົ້ນທຶນ ປະຫຍັດເວລາ ໃຫ້ແກ່ລູກຄ້າໄດ້ຫລາຍຂຶ້ນ. ໂດຍລູກຄ້າສາມາດດາວໂຫລດແອັບພິເຄຊັ່ນ ເອັນທີພີ (NTP Petrols) ທີ່ Google Play ແລະ App Store ເພື່ອລົງທະບຽນຕາມຂັ້ນຕອນຂອງລະບົບ ພຽງເທົ່ານີ້ ລູກຄ້າກໍ່ສາມາດສັ່ງນ້ຳມັນໃຫ້ໄປສົ່ງເຖິງສະຖານທີ່. ໂດຍພວກເຮົາຈະເລີ່ມໃຫ້ບໍລິການຕັ້ງແຕ່ວັນທີ 9 ກຸມພາ 2022 ນີ້ເປັນຕົ້ນໄປ (ໂດຍຈະບໍ່ໄດ້ມີການເກັບຄ່າຂົນສົ່ງ ແລະ ລາຄານ້ຳມັນແມ່ນອີງຕາມລາຄາທ້ອງຕະຫລາດທົ່ວໄປ)

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...