spot_img
Homeຂ່າວພາຍ​ໃນສຳເລັດການຊ່ວຍຊີວິດຜູ້ລັກລອບຂຸດຄົ້ນແຮ່ທອງບໍລິເວນເໝືອງແຮ່ເກົ່າ

ສຳເລັດການຊ່ວຍຊີວິດຜູ້ລັກລອບຂຸດຄົ້ນແຮ່ທອງບໍລິເວນເໝືອງແຮ່ເກົ່າ

Published on

ວັນທີ 06 ກຸມພາ 2021 ທີມງານກູ້ໄພສຸກເສີນຈາກ ບໍລິສັດ ລ້ານຊ້າງ ມິເນໂຣນສ໌ ລິມິເຕັດ (ລມຊມ) ໄດ້ຮັບແຈ້ງມີ ອຸປະຕິເຫດຮ້າຍແຮງ ທີ່ມີຜູ້ຊາຍສອງຄົນ (ອາຍຸ 23 ແລະ 27 ປີ) ລັກລອບເຂົ້າໄປຂຸດຊອກຫາມາລາໄຄດ໌ (ທອງ ຫຼື “ຫີນຂຽວ”) ໂດຍບໍ່ໄດ້ຮັບອະນຸຍາດຢູ່ທີ່ເມືອງວິລະບູລີ ໃກ້ບໍ່ຄຳ-ທອງເຊໂປນ ແຂວງສະຫວັນນະເຂດ ແຕ່ສຸດທ້າຍກໍເກີດເຫດການຫີນທັບໃນປ່ອງອຸໂມງທີ່ຜູ້ກ່ຽວຂຸດໄວ້ເຊິ່ງຕິດຢູ່ໃຕ້ດິນຫຼາຍແມັດ.

ເຫດການດັ່ງກ່າວ ລຊມລ ໄດ້ແຈ້ງເຈົ້າໜ້າທີ່ຕຳຫຼວດ ແລະ ອຳນາດການປົກຄອງທ້ອງຖິ່ນ ເຊິ່ງສະຖານທີ່ເກີດເຫດກໍຖືວ່າ ຫ່າງໄກສອກຫຼີກ ແລະ ລຳບາກໃນການເຂົ້າເຖິງ, ພື້ນດິນກໍປຽກ, ບວກກັບຄວາມສ່ຽງທີ່ຈະເກີດຫີນເຈື່ອນ ແຕ່ໜ່ວຍກູ້ໄພ ລຊມລ ຫຼາຍຮ້ອຍຄົນພ້ອມດ້ວຍອຸປະກອນພິເສດ ກຕັ້ງໜ້າບຸກບືນຢ່າງບໍ່ຢຸດຢ່ອນຕະຫຼອດທັງຄືນເພື່ອພະຍາຍາມຊ່ວຍເຫຼືອຊີວິດຜູ້ຊາຍທັງສອງທີ່ຄ້າງຢູ່ປ່ອງອຸມົງ. ປະມານ 14 ຊົ່ວໂມງຜ່ານໄປ, ທີມງານຂຸດຄົ້ນຂອງ ລຊມລ ກໍສາມາດສ້າງຖານເພື່ອໃຫ້ລົດຈົກສາມາດເຂົ້າເຖິງພື້ນທີ່ໄດ້ ແລະ ສາມາດກອບກູ້ເອົາຜູ້ຊາຍທັງສອງຄົນດັ່ງກ່າວອອກມາໄດ້ຢ່າງປອດໄພ. ມາຮອດປັດຈຸບັນ, ພວກກ່ຽວພວມຟື້ນຟູຕົວຢູ່ໂຮງໝໍ ທ່າມກາງສະມາຊິກຄອບຄົວທີ່ໂລ່ງອົກໂລ່ງໃຈ, ທັງສອງຄົນມີບາດແຜ ແລະ ຈຸດຊ້ຳເລັກໜ້ອຍ, ໂຊກດີທີ່ຍັງມີຊີວິດຢູ່.

ອຸປະຕິເຫດຄັ້ງນີ້ຊີ້ໃຫ້ເຫັນເຖິງ ຄວາມອັນຕະລາຍອັນຫຼາກຫຼາຍທີ່ຕິດພັນກັບການຂຸດຄົ້ນແຮ່ແບບຜິດກົດໝາຍ. ທີ່ມີຫຼາຍຄົນທີ່ໄດ້ເສຍຊີວິດຈາກອຸປະຕິເຫດຄ້າຍຄືກັນນີ້ ຢູ່ໃນ ສປປ ລາວ ແລະ ປະເທດອື່ນໆອ້ອມຂ້າງ.

ທ່ານ ພໍ ແຮຣິສ໌, ຜູ້ຈັດການໃຫຍ່ ລຊມລ ໄດ້ກ່າວວ່າ: “ພວກເຮົາມີຄວາມກັງວົນເປັນຢ່າງຍິ່ງຕໍ່ຄວາມປອດໄພຂອງຊາວບ້ານຈຳນວນໜຶ່ງ ລວມທັງຄອບຄົວຂອງຜູ້ຊາຍທັງສອງ ເຊິ່ງອັນຕະລາຍອາດເຖິງແກ່ຊີວິດໄດ້ ຖ້າຫາກເກີດດິນເຈື່ອນໄປປິດປ່ອງອຸມົງ. ການກະທຳຂອງຜູ້ຄ້າຂາຍແຮ່ຜິດກົດໝາຍໄດ້ເຮັດໃຫ້ຊີວິດຂອງຊຸມຊົນຫຼາຍສິບຄົນຕົກຢູ່ໃນຄວາມອັນຕະລາຍ.

ນອກຈາກນັ້ນ ລຊມລ ຍັງໄດ້ລາຍງານອຸປະຕິເຫດດັ່ງກ່າວນີ້: ຕໍ່ ກະຊວງພະລັງງານ ແລະ ບໍ່ແຮ່, ເມືອງວິລະບູລີ ແລະ ແຂວງສະຫວັນນະເຂດ ວ່າຈະເຮັດວຽກຢ່າງໃກ້ຊິດກັບຊຸມຊົນທ້ອງຖິ່ນ ແລະ ເຈົ້າໜ້າທີ່ປ້ອງກັນຄວາມສະຫງົບ ເພື່ອ ປູກຈິດສຳນຶກ ແລະ ຢຸດຕິຜູ້ຄ້າຂາຍແຮ່ແບບຜິດກົດໝາຍ ທີ່ເຮັດໃຫ້ຊີວິດຂອງປະຊາຊົນທ້ອງຖິ່ນມີຄວາມສ່ຽງ ກໍຄື ເພື່ອການປ້ອງກັນບໍ່ໃຫ້ເກີດອຸປະຕິເຫດເຊັ່ນນີ້ຂຶ້ນອີກໃນອະນາຄົດ.

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...