Homeຂ່າວພາຍ​ໃນບົດຖະແຫຼງຂ່າວຂອງຄະນະສະເພາະກິດ ປະຈໍາວັນທີ 06 ກຸມພາ 2022

ບົດຖະແຫຼງຂ່າວຂອງຄະນະສະເພາະກິດ ປະຈໍາວັນທີ 06 ກຸມພາ 2022

Published on

ວັນທີ 5 ກຸມພາ 2022, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊຶ້ອໂຄວິດ-19 ທັງໝົດ 2.906 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອ ທັງໝົດ 290 ຄົນ (ຕິດເຊື້ອພາຍໃນ 281 ຄົນ ແລະ ນໍາເຂົ້າ 9 ຄົນ).
ຂໍ້ມູນໂດຍຫຍໍ້ກ່ຽວກັບ ການຕິດເຊື້ອພາຍໃນໃໝ່ ທັງໝົດ 281 ຄົນ ຈາກ 17ແຂວງ ແລະ ນະຄອນຫຼວງວຽງຈັນ ມີລາຍລະອຽດ ດັ່ງນີ້:

  1. ນະຄອນຫຼວງ 36 ຄົນ
  2. ຫົວພັນ 60 ຄົນ
  3. ຊຽງຂວາງ 44 ຄົນ
  4. ສາລະວັນ 20 ຄົນ
  5. ອັດຕະປື 20 ຄົນ
  6. ໄຊຍະບູລີ 18 ຄົນ
  7. ບໍລິຄໍາໄຊ 16 ຄົນ
  8. ສະຫັວນນະເຂດ 11 ຄົນ
  9. ຄໍາມ່ວນ 10 ຄົນ
  10. ເຊກອງ 7 ຄົນ
  11. ວຽງຈັນ 6 ຄົນ
  12. ບໍ່ແກ້ວ 6 ຄົນ
  13. ຫຼວງນໍ້າທາ 5 ຄົນ
  14. ຜົ້ງສາລີ 5 ຄົນ
  15. ອຸດົມໄຊ 5 ຄົນ
  16. ຫຼວງພະບາງ 4 ຄົນ
  17. ຈໍາປາສັກ 4 ຄົນ
  18. ໄຊສົມບູນ 4 ຄົນ

ສໍາລັບການຕິດເຊື້ອນໍາເຂົ້າ ມີ 9 ຄົນ ທັງໝົດຈາກ ນະຄອນຫຼວງ 4 ຄົນ, ວຽງຈັນ 4 ຄົນ ແລະ ສະຫວັນນະເຂດ 01 ຄົນ ເຊິ່ງໄດ້ເຂົ້າຈຳກັດບໍລິເວນຕາມສະຖານທີ່ກຳນົດໄວ້ກ່ອນຈະກວດພົບເຊື້ອ.

ຮອດປັດຈຸບັນ ມີຜູ້ຕິດເຊື້ອສະສົມ ຢຸ່ໃນ ສປປ ລາວ ທັງໝົດ 136,438 ກໍລະນີ, ອອກໂຮງໝໍວານນີ້ 158 ຄົນ, ກຳລັງປິ່ນປົວ 4,478 ຄົນ ແລະ ເສຍຊີວິດສະສົມທັງໝົດ 569 ຄົນ (ເສຍຊິວິດໃໝ່  04 ຄົນ). ສຳລັບຜູ້ເສຍຊີວິດໃໝ່ 04 ຄົນ ຢູ່ ແຂວງບໍລີຄຳໄຊ 2 ຄົນ, ນະຄອນຫຼວງ 1 ຄົນ ແລະ ໄຊຍະບູລີ 1 ຄົນ.

ບົດຄວາມຫຼ້າສຸດ

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...