Homeຂ່າວພາຍ​ໃນລາຍງານຜູ້ຕິດເຊື້ອໂຄວິດ-19 ປະຈໍາວັນທີ 3 ກຸມພາ 2022

ລາຍງານຜູ້ຕິດເຊື້ອໂຄວິດ-19 ປະຈໍາວັນທີ 3 ກຸມພາ 2022

Published on

ສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ ສະພາບການການຕິດເຊື້ອພະຍາດໂຄວິດ19 ຢູ່ປະເທດເຮົາ ໃນມື້ວານ ວັນທີ 2 ກຸມພາ 2022, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ-19 ທັງໝົດ 3,234 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອ ທັງໝົດ 400 ຄົນ (ຕິດເຊື້ອພາຍໃນ ມີ 397 ຄົນ ແລະ ຕິດເຊື້ອນໍາເຂົ້າ 03 ຄົນ) ດັ່ງນັ້ນຜູ້ຕິດເຊຶ້ອ ພະຍາດໂຄວີດ 19 ສະສົມໃນ ສປປ ລາວ ຮອດປະຈຸບັນ ແມ່ນ 135.301 ຄົນ, ເສຍຊີວິດສະສົມ 558 ຄົນ (ໃນນີ້ເສຍຊີວິດ ໃໝ່ 5 ຄົນ), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 697 ຄົນ, ກໍາລັງປິ່ນປົວ 5235 ຄົນ (ຜູ້ຕິດເຊື້ອໂຄວິດ ປະຈຸບັນ ) ຈຳນວນຕົວເລກ ການຕິດເຊືື້ອໃໝ່ພາຍໃນປະເທດມື້ວານນີ້ ທັງໝົດມີ 397 ຄົນ ຈາກ ນະຄອນຫຼວງວຽງຈັນ ແລະ 16 ແຂວງ ມີ ດັ່ງນີ້:

1 ນະຄອນຫຼວງ 80 ຄົນ
2 ຊຽງຂວາງ 44 ຄົນ
3 ຫົວພັນ 37 ຄົນ
4 ບໍລິຄໍາໄຊ 28 ຄົນ
5 ວຽງຈັນ 26 ຄົນ
6 ໄຊຍະບູລີ 26 ຄົນ
7 ອັດຕະປື 26 ຄົນ
8 ສາລະວັນ 22 ຄົນ
9 ໄຊສົມບູນ 21 ຄົນ
10 ຫຼວງພະບາງ 16 ຄົນ
11 ເຊກອງ 16 ຄົນ
12 ຜົ້ງສາລີ 13 ຄົນ
13 ສະຫັວນນະເຂດ 12 ຄົນ
14 ອຸດົມໄຊ 12 ຄົນ
15 ຈໍາປາສັກ 6 ຄົນ
16 ຄໍາມ່ວນ 6 ຄົນ
17 ບໍ່ແກ້ວ 6 ຄົນ

ສ່ວນການຕິດເຊືື້ອນໍາເຂົ້າ ຂອງຜູ້ທີ່ເດີນທາງເຂົ້າປະເທດ ມີ 03 ຄົນ ຈາກນະຄອນຫຼວງວຽງຈັນ 2 ຄົນ ແລະ ບໍລິຄໍາໄຊ 01 ຄົນ, ທຸກຄົນໄດ້ເກັບຕົວຢ່າງ ແລະ ເຂົ້າຈຳກັດບໍລິເວນໃນສະຖານທີ່ຄະນະສະເພາະກິດກຳນົດໄວ້ກ່ອນຈະກວດພົບເຊື້ອ.

❖ ສຳລັບຄົນທີ່ເສຍຊີວິດໃໝ່ 05 ຄົນ ຈາກ: ນະຄອນຫຼວງວຽງຈັນ 2 ຄົນ, ແຂວງວຽງຈັນ 01 ຄົນ, ແຂວງອຸດົມໄຊ 01 ຄົນ ແລະ ບໍລິຄໍາໄຊ 01 ຄົນ. ຂ້າພະເຈົ້າ ຂໍສະແດງຄວາມເສຍໃຈ ມານຳຄອບຄົວ ແລະ ຍາດຕິພີ່ນ້ອງ ທີ່ໄດ້ສູນເສຍຄົນທີ່ຮັກ ແລະ ເຄົາລົບໃນຄອບຄົວ ມານະທີ່ນີ້ດ້ວຍ ຈຸດບໍລິການເກັບຕົວຢ່າງ ເພື່ອກວດຫາເຊືື້ອ ໂຄວິດ-19 ໃນທົ່ວປະເທດ

• ຢູ່ບັນດາແຂວງ ທ່ານສາມາດໄປເກັບຕົວຢ່າງກວດຊອກຫາເຊືື້ອໂຄວິດ-19 ໄດ້ຢູ່ໂຮງໝໍແຂວງ, ໂຮງໝໍເມືອງ ຫຼື ຈຸດກວດເພີ້ມເຕີມ ທີ່ທາງຄະນະສະເພາະກິດຂອງແຂວງໄດ້ກຳນົດໄວ້ ພ້ອມດຽວກັນ ກໍ່ຍັງມີບໍລິການກວດເຄື່ອນທີ່ ໃນຈຸດ ຫຼື ບ້ານ ທີ່ມີການລະບາດພາຍໃນ ເພື່ອຄົ້ນຫາຜູ້ຕິດເຊືື້ອໃໝ່.

• ຢູ່ນະຄອນຫຼວງວຽງຈັນ ແມ່ນມີ ລາຍລະອຽດ ດັ່ງນີ້:

❖ ຈຸດກວດຄົງທີ່ ຢູ່ໂຮງໝໍສູນກາງ (ມິດຕະພາບ, ມະໂຫສົດ, ເສດຖາທິລາດ, ໂຮງໝໍສູນກາງ 103 ກອງທັບ, ໂຮງໝໍ 5 ເມສາ, ໂຮງໝໍແມ່ ແລະ ເດັກເກີດໃໝ່ ແລະ ໂຮງໝໍເດັກ). ❖ ໜ່ວຍກວດເຄື່ອນທີ່: – ສຳລັບເມືອງໄຊທານີ, ສີສັດຕະນາກ, ສີໂຄດຕະບອງ ມີເມືອງລະ 1 ທີມ – ສ່ວນເມືອງນາຊາຍທອງ ແລະ ພະແນກສາທາລະນະສຸກ ນະຄອນຫຼວງວຽງຈັນ ມີ 02 ທີມ

• ສໍາລັບຈຸດບໍລິການສັກວັກຊີນ

• ຢູ່ບັນດາແຂວງມີ : ໂຮງໝໍແຂວງ, ໂຮງໝໍເມືອງ ແລະ ຈຸດທີ່ຄະນະສະເພາະກິດກໍານົດໄວ້

• ຢູ່ນະຄອນຫຼວງວຽງຈັນມີຄື : 1. ໂຮງໝໍສູນກາງ (ມິດຕະພາບ, ມະໂຫສົດ, ເສດຖາທິລາດ, ໂຮງໝໍສູນກາງ 103 ກອງທັບ, ໂຮງ ໝໍ 5 ເມສາ, ໂຮງໝໍແມ່ ແລະ ເດັກເກີດໃໝ່ ແລະ ໂຮງໝໍເດັກ). 2. ໂຮງໝໍເມືອງ 9 ຕົວເມືອງ 3. ນອກນັ້ນຍັງມີຈຸດສັກຢາເພີ້ມ ( ເປີດວັນຈັນ – ວັນສຸກ ໃນໂມງລັດຖະການ)

• ວັດຈີນ ບ້ານດົງປ່າແລບ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ

• ສູນການຄ້າລາວ-ໄອເຕັກ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...