spot_img
Homeຂ່າວການພັດທະນາໂຄງການບ້ານຈັດສັນ ສໍາເລັດແລ້ວເກືອບ 100%

ໂຄງການບ້ານຈັດສັນ ສໍາເລັດແລ້ວເກືອບ 100%

Published on

ຂປລ. ແຫຼ່ງຂ່າວ ຈາກແຂວງຫຼວງນ້ຳທາ ລາຍງານ ໃຫ້ຮູ້ວ່າ: ໂຄງການຊ່ວຍ ເຫຼືອລ້າ ກໍ່ສ້າງບ້ານຈັດສັນ ທີ່ຖືກຜົນກະທົບຈາກໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ ມາເຖິງທ້າຍເດືອນມັງກອນ 2022 ນີ້ ໂຄງການດັ່ງກ່າວ ໄດ້ສຳເລັດການກໍ່ສ້າງອາຄານເຮືອນທັງໝົດ 159 ຫຼັງ ສຳເລັດ 100%, ເສັ້ນທາງພາຍນອກ 90%, ເສັ້ນທາງພາຍໃນ 100%, ຫ້ອງການບ້ານ, ສຸກສາລາ, ໂຮງຮຽນອານຸບານ, ໂຮງຮຽນປະຖົມ, ໄຟ ຟ້າ, ນ້ຳປະປາແມ່ນ 100% ລວມສະພາບຄວາມຄືບໜ້າທີ່ສຳເລັດແມ່ນ 96%.
ໃນໂອກາດ ທ່ານ ພົນຕີ ວົງສັກ ພັນທະວົງ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 3, ຄະນະປະຈໍາສະພາແຫ່ງຊາດ, ປະທານກໍາມາທິການ ປກຊ-ປກສ ສະພາແຫ່ງຊາດ ພ້ອມຄະນະ ລົງຊຸກຍູ້, ຕິດຕາມກວດກາ ແລະ ເປີດກອງປະຊຸມຮ່ວມ ໂຄງການຊ່ວຍເຫຼືອລ້າ ກໍ່ສ້າງບ້ານຈັດສັນທີ່ຖືກຜົນກະທົບຈາກ ໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ ແລະ ດ່ານບໍ່ເຕນແດນງາມ ໃນວັນທີ 29 ມັງກອນ ທີ່ຜ່ານມາ ໂດຍທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ກັບການຈັດຕັ້ງປະຕິບັດວຽກງານ ເຫັນວ່າໄດ້ຮັບຜົນສຳເລັດຫຼາຍດ້ານ ໂດຍສະເພາະໂຄງການກໍ່ສ້າງບ້ານຈັດສັນ ສຳເລັດເກືອບ 100%.
ສ່ວນບັນຫາທີ່ພົບຄວາມຫຍຸ້ງຍາກ ຂໍຮຽກຮ້ອງໃຫ້ທຸກພາກສ່ວນ ພ້ອມກັນຈັດຕັ້ງປະຕິບັດ ໃຫ້ລຸລ່ວງຕາມເປົ້າໝາຍທີ່ວາງໄວ້ ແລະ ຄຳສະເໜີຕ່າງໆທາງແຂວງ ກໍຄື ສູນກາງຈະນຳໄປສະເໜີ, ປຶກສາຫາລືຂັ້ນເທິງຊອກທິດທາງແກ້ໄຂ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານຕໍ່ໜ້າ ໃຫ້ມີຄວາມຖືກຕ້ອງສອດຄ່ອງກັບສະພາບວຽກງານຕົວຈິງ.

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...