Homeຂ່າວພາຍ​ໃນຊີ້ແຈງກ່ຽວກັບເຈົ້າໜ້າທີ່ປ່າໄມ້ ຢຶດລີງວອກ ແລະ ຂ່າງ ນໍາຜູ້ຄອບຄອງໂດຍບໍ່ໄດ້ຮັບອະນຸຍາດ

ຊີ້ແຈງກ່ຽວກັບເຈົ້າໜ້າທີ່ປ່າໄມ້ ຢຶດລີງວອກ ແລະ ຂ່າງ ນໍາຜູ້ຄອບຄອງໂດຍບໍ່ໄດ້ຮັບອະນຸຍາດ

Published on

ຈາກກໍລະນີທີ່ມີຜູ້ໃຊ້ສື່ສັງຄົມອອນລາຍຈໍານວນບໍ່ໜ້ອຍວິພາກວິຈານເຈົ້າໜ້າທີ່ກ່ຽວຂ້ອງຂອງ ແຂວງຫຼວງພະບາງ ທີ່ໄປຢຶດເອົາລີງວອກນ້ອຍ ແລະ ຂ່າງນ້ອຍ ນໍາຜູ້ຄອບຄອງຢູ່ບ້ານຜານົມ, ນະຄອນຫລວງພະບາງ ເນື່ອງຈາກບໍ່ໄດ້ຮັບອະນຸຍາດເມື່ອບໍ່ດົນມານີ້.
ທ່ານ ບຸນມີ ສະຫວັດ, ຮອງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ແຂວງຫລວງພະບາງ ຊີ້ແຈງຕໍ່ຜ່ານລາຍການຮອບບ້ານຜ່ານເມືອງຂອງວິທະຍຸກະຈາຍສຽງແຫ່ງຊາດລາວ (ວສລ) ໃນວັນທີ 31 ມັງກອນ 2022 ວ່າ: ຫຼັງຈາກທີ່ເຫັນສື່ສັງຄົມອອນລາຍເຜີຍແຜ່ກ່ຽວກັບຄົນເອົາລີງມາລ້ຽງ ຢູ່ບ້ານຜານົມ. ພະແນກກະສິກໍາ ແລະ ປ່າໄມ້ແຂວງ ໄດ້ແຕ່ງຕັ້ງເຈົ້າໜ້າທີ່ກ່ຽວຂ້ອງໄປກວດກາ ແລະ ພົບເຫັນຕົວຈິງ ວ່າ: ເປັນລີງວອກນ້ອຍ ແລະ ຂ່າງນ້ອຍ.

ໂດຍອີງໃສ່ກົດໝາຍວ່າດ້ວຍສັດນໍ້າ-ສັດປ່າ ແລະ ຄໍາສັ່ງທີ່ກ່ຽວ ຂ້ອງຂອງນາຍົກລັດຖະມົນຕີ ເຫັນວ່າສັດດັ່ງກ່າວນອນຢູ່ໃນສັດຫວງຫ້າມປະເພດ I. ຈິ່ງສຶກສາອົບຮົມ ແລະ ຜູ້ກ່ຽວຍິນຍອມເອົາສັດດັ່ງກ່າວໃຫ້ເຈົ້າ ໜ້າທີ່ກ່ຽວຂ້ອຍໄປປ່ອຍຄືນສູ່ປ່າທໍາມະຊາດ, ພ້ອມທັງເຮັດບົດບັນທຶກຮ່ວມ ກັນໂດຍຊ້ອງໜ້າອົງການປົກຄອງບ້ານຜານົມ.

ທ່ານ ບຸນມີ ສະຫວັດ ໃຫ້ຮູ້ຕື່ມວ່າ: ສັດຫວງຫ້າມປະເພດ I, ຖ້າຫາກບຸກຄົນ ຫຼື ນິຕິບຸກຄົນຕ້ອງການລ້ຽງ ຕ້ອງໄດ້ຂຽນບົດວິພາກຢ່າງລະອຽດ ເພື່ອໃຫ້ຮູ້ເຖິງຈຸດປະສົງໃນການລ້ຽງ, ການກໍານົດສະຖານທີ່ສໍາລັບການລ້ຽງທີ່ເໝາະສົມ ແລະ ອື່ນໆ. ນອກຈາກນີ້, ຕ້ອງໄດ້ຮັບອະນຸຍາດຈາກລັດຖະບານ ຕາມທີ່ກໍານົດໄວ້ໃນມາດຕາ 36 ຂອງກົດໝາຍວ່າດ້ວຍ ສັດນໍ້າ-ສັດປ່າ ເພາະແຂວງບໍ່ສາມາດອະນຸຍາດໄດ້. ໃນໄລຍະຜ່ານມາ ເຈົ້າໜ້າທີ່ກ່ຽວຂ້ອງຂອງແຂວງຫຼວງພະບາງ ເຄີຍຢຶດສັດຫວງຫ້າມທີ່ປະຊາຊົນ ແລະ ນັກທຸລະກິດພາຍໃນແຂວງນໍາມາລ້ຽງ ໂດຍບໍ່ໄດ້ຮັບອະນຸຍາດມາແລ້ວຫຼາຍຄັ້ງ. ຢ່າງໃດກໍຕາມ, ສໍາລັບລີງວອກນ້ອຍ ແລະ ຂ່າງນ້ອຍ ທີ່ຍຶດນໍາຜູ້ຄອບຄອງໂດຍບໍ່ໄດ້ຮັບອະນຸຍາດຢູ່ ບ້ານຜານົມ ໃນຄັ້ງນີ້. ປັດຈຸບັນ, ໄດ້ມອບ ໃຫ້ສູນຮັກສາພັນປ່າ ແຂວງຫຼວງພະບາງ ເບິ່ງແຍງດູແລ ເພື່ອໃຫ້ແຂງແຮງກວ່າເກົ່າ ຈິ່ງຈະເອົາໄປປ່ອຍໃຫ້ພວກມັນໄດ້ກັບໄປຄືນອາໃສຢູ່ປ່າຕາມທໍາມະຊາດຕໍ່ໄປ.

ຂໍ້ມູນ: Lao National Radio

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...