spot_img
Homeຂ່າວຕ່າງປະເທດພາຍຸຖະຫຼົ່ມເຂົ້າປະເທດມາເລເຊຍ ເຊິ່ງສ້າງຄວາມເສຍຫາຍຕໍ່ກັບບ້ານເຮືອນປະຊາຊົນ

ພາຍຸຖະຫຼົ່ມເຂົ້າປະເທດມາເລເຊຍ ເຊິ່ງສ້າງຄວາມເສຍຫາຍຕໍ່ກັບບ້ານເຮືອນປະຊາຊົນ

Published on

ໃນວັນທີ 31 ມັງກອນ 2022 ເວັບໄຊ້ຂ່າວຕ່າງປະເທດ ໄດ້ລາຍງານເຖິງຄວາມຄືບໜ້າຄວາມເສຍຫາຍທີ່ເກີດຈາກພາຍຸຖະຫຼົ່ມເຂົ້າປະເທດມາເລເຊຍ ເຊິ່ງພາຍຸໄດ້ພັດເຂົ້າເມືອງ ອີໂປະ ແຂວງ ເປຣັກ ປະເທດ ມາເລເຊຍ ໃນວັນທີ 30 ມັງກອນ 2022 ທີ່ຜ່ານມາ ກະແສລົມຈາກພາຍຸດັ່ງກ່າວໄດ້ເຮັດໃຫ້ບ້ານເຮືອນຈໍານວນຫຼາຍໄດ້ຮັບຄວາມເສຍຫາຍ ແລະ ເສົາໄຟໄຟ້າຫັກລົ້ມເປັນບໍລິເວນກວ້າງ ແຕ່ໃນເບື້ອງຕົ້ນຍັງບໍ່ພົບຜູ້ເສຍຊີວິດ.

ປະຊາຊົນພາຍໃນເມືອງຫຼາຍຄົນໄດ້ໃຫ້ຄວາມເຫັນວ່າ ຫຼັງຈາກທີ່ພາຍຸພັດເຂົ້າມາກໍໄດ້ເຮັດໃຫ້ຫຼັງຄາເຮືອນປິວໄປຕາມຄວາມແຮງຂອງລົມ ແລະ ມີຕົ້ນໄມ້ລົ້ມທັບເຮືອນເຮັດໃຫ້ໄດ້ຮັບຄວາມເສຍຫາຍເປັນຈໍານວນຫຼາຍ.

ທ່ານ ອັລເບີດ ໂຮ ເຈົ້າໜ້າທີ່ສະພາເທດສະບານເມືອງອີໂປະ ໄດ້ກ່າວວ່າໄດ້ປັບປຸງສາລາໃນເຂດກໍາປຸງຕາວາຊໃຫ້ກາຍເປັນສະຖານທີ່ພັກເຊົາຊົ່ວຄາວ ແລະ ໄດ້ມີການປະສານງານກັບສໍານັກງານສະຫວັດດີການເພື່ອເລັ່ງໃຫ້ຄວາມຊ່ວຍເຫຼືອກັບຜະຊາຊົນຜູ້ທີ່ປະສົບໄພ.

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...