spot_img
Homeຂ່າວພາຍ​ໃນລາຍງານສະພາບການແຜ່ລະບາດຂອງ ໂຄວິດ-19 ວັນທີ 27 ມັງກອນ 2022

ລາຍງານສະພາບການແຜ່ລະບາດຂອງ ໂຄວິດ-19 ວັນທີ 27 ມັງກອນ 2022

Published on

ປັດຈຸບັນ ຍັງມີລາຍງານ ການລະບາດຂອງສາຍພັນໂອໄມຄຣອນຢູ່ໃນຫຼາຍປະເທດທົ່ວໂລກ, ສະນັ້ນ ການຮັບວັກຊີນເຂັມກະຕຸ້ນ ຈຶ່ງມີຄວາມສຳຄັນຫຼາຍ ເພາະວ່າ ເຖິງທ່ານໄດ້ຮັບວັກຊີນຄົບທຸກເຂັມທີ່ແນະນຳ ບໍ່ວ່າ ຈະເປັນຊະນິດໃດກໍ່ຕາມ ເມື່ອຜ່ານໄປ 3 ເດືອນພູມຄຸ້ມກັນກໍ່ຈະຫຼຸດລົງ,​ ສະນັ້ນ ຈຶ່ງມີຄວາມຈຳເປັນ ຄວນໄປຮັບວັກຊີນເຂັມກະຕຸ້ນ ເພາະສາມາດປ້ອງກັນທ່ານ ຈາກການຕິດເຊື້ອຂອງການລະບາດໂອໄມຄຣອນ ໄດ້ເຖິງ 79-89%.

• ໃນໄລຍະບຸນປີໃໝ່ຂອງ ພີ່ນ້ອງຊາວຈີນ ແລະ ຫວຽດນາມ ທີ່ໃກ້ຈະມາເຖິງນີ້ ຄະນະສະເພາະກິດ ກໍ່ໄດ້ມີການຕິດຕາມ ແລະ ເຝົ້າລະວັງສະພາບການຢ່າງໃກ້ຊິດ ຄາດຄະເນວ່າ ຈະມີການໂຮມຊຸມນຸມກັນຂອງຍາດຕິພີ່ນ້ອງ ທີ່ເດີນທາງມາຈາກຫຼາຍພື້ນທີ່ ຫຼື ຕ່າງແຂວງ ເພື່ອມາພົບພໍ້ກັນ, ກິນເຂົ້າຮ່ວມກັນ, ຈັດກິດຈະກຳກາບໄຫວ້ບັນພະບູລຸດພາຍໃນເຮືອນ, ການເດີນທາງໄປຊື້ເຄື່ອງຢູ່ຕະຫຼາດ ຫຼື ຊຸບເປີ້ມາເກັດ ແລະ ສະຖານທີ່ກາບໄຫວ້ອື່ນໆ ທີ່ມີຄົນຈຳນວນຫຼາຍ ເຊິິ່ງມີຄວາມສ່ຽງທີ່ຈະເຮັດໃຫ້ເກີດການແຜ່ລະບາດຂອງພະຍາດໄດ້. ສະນັ້ນ, ຈຶ່ງຂໍຮຽກຮ້ອງມາຍັງ ພໍ່ແມ່, ພີ່ນ້ອງ ຊາວຈີນ ແລະ ຫວຽດນາມ ຂໍໃຫ້ໃຊ້ຊີວິດຢ່າງປອດໄພ ປະຕິບັດມາດຕະການປ້ອງກັນຕົນເອງຢ່າງຮອບດ້ານ ອີງຕາມມາດຕະການຄວບຄຸມ ທີ່ຄະນະສະເພາະກິດວາງອອກ ຢ່າງເຂັ້ມງວດ.

• ສິ່ງທີ່ຄວນປະຕິບັດ ໃນໄລຍະບຸນປີໃໝ່ຂອງ ພີ່ນ້ອງຊາວຈີນ ແລະ ຫວຽດນາມ ມີຄືດັ່ງນີ້:
– ໝັ່ນເຮັດຄວາມສະອາດສະຖານທີ່ພາຍໃນເຮືອນ, ອຸປະກອນເຄື່ອງໃຊ້ຕ່າງໆ, ຫ້ອງນ້ຳ ແລະ ຈຸດທີ່ມີການສຳຜັດຮ່ວມກັນ ເຊັ່ນ: ລູກບິດປະຕູ, ຮາວຂັ້ນໃດ….
– ຫຼີກລ້ຽງການໂຮມຊຸມນຸມກັນ ທີ່ມີຄົນຢູ່ຈຳນວນຫຼາຍ, ໃສ່ຜ້າປິດປາກດັງຕະຫຼອດເວລາ, ສັກວັກຊີນຄົບທຸກເຂັມ, ຮັກສາໄລຍະຫ່າງ
– ກໍລະນີສະຖານທີ່ເປັນພື້ນທີ່ປິດ ຄວນຈັດໃຫ້ມີການລະບາຍອາກາດ ທີ່ຖ່າຍເທ ແລະ ໝູນວຽນ
– ຖ້າຫາກຮູ້ສຶກບໍ່ສະບາຍ ຄວນງົດການເຂົ້າຮ່ວມກິດຈະກຳທຸກປະເພດ, ກັກໂຕ ພ້ອມທັງ ກວດຫາເຊື້ອຊອກຫາພະຍາດໂຄວິດ

• ອີກເທື່ອໜຶ່ງ, ເພື່ອເຮັດໃຫ້ຕົວເລກ ຜູ້ຕິດເຊື້ອໃໝ່ ໃນໄລຍະບຸນປີໃໝ່ຂອງພີ່ນ້ອງ ຊາວຈີນ ແລະ ຫວຽດນາມ ຫຼຸດລົງ ຫຼື ຖ້າມີຜູ້ຕິດເຊື້ອ ກໍ່ຂໍໃຫ້ມີໜ້ອຍທີ່ສຸດ, ກໍ່ຂໍຮຽກຮ້ອງມາຍັງ ບັນດາທ່ານ ເອົາໃຈໃສ່ ເພິ່ມທະວີປະຕິບັດຕາມມາດຕະການປ້ອງກັນການຕິດເຊື້ອ ທີ່ຄະນະສະເພາະກິດວາງອອກ ແລະ ແຈ້ງການຂອງກະຊວງປ້ອງກັນຄວາມສະຫງົບ, ສະບັບເລກທີ 019/ປກສ.ນວ, ລົງວັນທີ 25 ມັງກອນ 2022 ກ່ຽວກັບ ການເພິ່ມທະວີ ຮັກສາຄວາມຫງົບປອດໄພ, ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ໃນງານບຸນປີໃໝ່ ຈີນ-ຫວຽດນາມ ປີ 2022.

• ການປະຕິບັດມາດຕະການປ້ອງກັນຕົນເອງ ຄວນເຮັດໃຫ້ເປັນປະຈຳ, ທຸກສະຖານທີ່, ທຸກເວລາ ແລະ ທຸກເທດສະການ ເພື່ອຄວາມປອດໄພຂອງທ່ານ ແລະ ສະມາຊິກໃນຄອບຄົວ.

• ກ່ອນຈະຈົບການຖະແຫຼງຂ່າວໃນມ້ືນ້ີ້ ຂໍແຈ້ງໃຫ້ບັນດາທ່ານຊາບວ່າ ມາຮອດມື້ນີ້ ທົ່ວປະເທດ ສັກວັກຊີນສະສົມທັງໝົດ:
– ເຂັມ1 ໄດ້ 4,710,344 ຄົນ (ກວມເອົາ 64.19 %)
– ທຸກເຂັມທີ່ແນະນໍາ 4,021,325 ຄົນ (ກວມເອົາ 54.80 %)

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...