Homeຂ່າວຕ່າງປະເທດນິວຊີແລນ ສັ່ງຕິດເຄື່ອງຟອກອາກາດໃນໂຮງຮຽນກວ່າ 5000 ເຄື່ອງເພື່ອກຽມພ້ອມການເປີດສົກຮຽນໃໝ່

ນິວຊີແລນ ສັ່ງຕິດເຄື່ອງຟອກອາກາດໃນໂຮງຮຽນກວ່າ 5000 ເຄື່ອງເພື່ອກຽມພ້ອມການເປີດສົກຮຽນໃໝ່

Published on

ໃນວັນທີ 25 ເດືອນມັງກອນ 2022 ສຳນັກຂ່າວ ຊິນຫົວ ໄດ້ລາຍງານວ່າ: ທ່ານ ຄຣິດ ຮິບກິ້ນ ລັດຖະມົນຕີກະຊວງສຶກສາທິການນິວຊີແລນປະກາດສັ່ງຊື້ເຄື່ອງຟອກອາກາດໃຫ້ໂຮງຮຽນພາຍໃນປະເທດ ຈຳນວນ 5000 ເຄື່ອງ ເພື່ອກຽມຄວາມພ້ອມໃນການເປີດສົກຮຽນໃໝ່.

ທ່ານ ຄຣິດ ຮິບກິ້ນ ໄດ້ບອກວ່າ: ການຖ່າຍເທອາກາດທີ່ດີຊ່ວຍຫຼຸດຄວາມສ່ຽງການແຜ່ກະຈາຍທາງອາກາດ (airborne) ຂອງເຊື້ອພະຍາດໂຄວິດ-19 ຄວບຄູ່ກັບການສັກວັກຊີນ, ການກວດໂລກປະຈຳໂຕ ແລະ ການເວັ້ນໄລຍະຫ່າງ ເຊິ່ງເຄື່ອງຟອກອາກາດດັ່ງກ່າວຈຳນວນ 500 ເຄື່ອງທຳອິດອາດຈັດສົ່ງເຖິງນິວຊີແລນໃນເດືອນມີນາ ສ່ວນທີ່ເຫຼືອອີກ 4500 ເຄື່ອງຈະຖືກຈັດສົ່ງໃນເດືອນມິຖຸນາ ສຳຫຼັບ 500 ເຄື່ອງທຳອິດຈະຖືກນຳໄປໃຊ້ໃນໂຮງຮຽນບາງແຫ່ງອີກບໍ່ເທົ່າໃດເດືອນໃນຂ້າງໜ້ານີ້. ພ້ອມດຽວກັນນັ້ນທາງໂຮງຮຽນຈະໄດ້ຮັບຊຸດປະເມີນການລະບາຍອາກາດດ້ວຍໂຕເອງ ພ້ອມເຄື່ອງວັດແທກກາກບອນ ແບບພົກພາອີກຈຳນວນ 2,500 ເພື່ອໃຊ້ວັດແທກໃນພື້ນທີ່ທີມີຄວາມສ່ຽງ ແລະ ຍັງຊ່ວຍແບ່ງແຍກພຶ້ນທີ່ຫ້ອງຮຽນວ່າບ່ອນໃດມີອາກາດຖ່າຍເທທີ່ດີໄດ້ອີກ.

ເຊິ່ງກ່ອນໜ້ານີ້ທາງສະຖາບັນວິໄຈນ້ຳ ແລະ ອາກາດແຫ່ງຊາດຂອງນິວຊີແລນ (NIWA) ໄດ້ສະໜັບສະໜູນວິທີການເປີດປ່ອງຢ້ຽມ ແລະ ປະຕູ ເປັນວິທີທີ່ດີທີ່ສຸດໃນການກະຕຸ້ນໃຫ້ອາກາດບໍລິສຸດໃຫ້ໄຫຼວຽນໃນຫ້ອງຮຽນ ແລະ ການລະບາຍອາກາດທີ່ດີຈະຫຼຸດການສະສົມຂອງອາກາດທີ່ປົນເປື້ອນ ໂດຍມີລະດັບການວັດແທກຂອງກາກບອນໄດອອກໄຊບົ່ງບອກຄວາມບໍລິສຸດຂອງອາກາດໃນພຶ້ນທີ່ນັ້ນ.

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...