spot_img
Homeຂ່າວພາຍ​ໃນລາຍງານສະພາບລວມການແຜ່ລະບາດຂອງ ໂຄວິດ-19 ວັນທີ 25 ມັງກອນ 2022

ລາຍງານສະພາບລວມການແຜ່ລະບາດຂອງ ໂຄວິດ-19 ວັນທີ 25 ມັງກອນ 2022

Published on

ຕາມການລາຍງານຈາກຄະນະສະເພາະກິດ ໃນວັນທີ 25 ມັງກອນ 2022 ກ່ຽວກັບສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ມີດັ່ງນີ້:

• ນັບຕັ້ງແຕ່ມີການກວດພົບສາຍພັນໂອໄມຄຣອນ ຄັ້ງທຳອິດ ໃນທ້າຍເດືອນພະຈິິກ ປີ 2021 ຈົນຮອດປັດຈຸບັນ ມີລາຍງານຜູ້ຕິດເຊື້ອຈາກສາຍພັນດັ່ງກ່າວ ສູງເຖິງ 80 ລ້ານກວ່າຄົນ ດ້ວຍເຫດນີ້ ໂອໄມຄຣອນ ຈຶ່ງຖືວ່າ ເປັນສາຍພັນທີ່ມີຄວາມອັນຕະລາຍ ແລະ ໜ້າເປັນຫ່ວງ ຍ້ອນວ່າ ຈຳນວນຜູ້ຕິດເຊື້ອທີ່ເພິ່ມຂຶ້ນຫຼາຍ ແບບກ້າວກະໂດດ ສົ່ງຜົນກະທົບ ຕໍ່ລະບົບສາທາລະນະສຸກໃນທົ່ວໂລກ.

• ຕໍ່ກັບ ສະພາບການລະບາດຂອງພະຍາດໂຄວິດ ໃນທົ່ວໂລກ, ຜູ້ອຳນວຍການ ອົງການອະນາໄມໂລກ ກ່າວວ່າ ປັດຈຸບັນ ທຸກໆ 3 ວິນາທີ ອົງການອະນາໄມໂລກ ຈະໄດ້ຮັບລາຍງານວ່າມີ ຄົນເຈັບຕິດເຊື້ອພະຍາດໂຄວິດ ປະມານ 100 ຄົນ ແລະ ທຸກໆ 12 ວິນາທີ ຈະມີການຢືນຢັນ ຜູ້ເສຍຊີວິດຈາກພະ ຍາດໂຄວິດ ປະມານ 1​ ຄົນ. ສະນັ້ນ, ການກຽມພ້ອມໃນການໂຕ້ຕອບຕໍ່ການລະບາດ, ການວາງມາດຕະການທາງດ້ານສາທາລະນະສຸກ ແລະ ສັງຄົມ ທີ່ເຂັ້ມຂຸ້ນຂຶ້ນ, ລວມໄປເຖິງ ການຈັດສັນ ແລະ ກະຈາຍການສັກວັກຊີນໃຫ້ແກ່ກຸ່ມເປົ້າໝາຍ ຢ່າງທົ່ວເຖິງນັ້ນ ຈະຊ່ວຍໃຫ້ມະນຸດໂລກຂອງພວກເຮົາ ສາມາດເອົາຊະນະ ຕໍ່ການລະບາດຂອງພະຍາດໂຄວິດໃນຄັ້ງນີ້ໄດ້.

• ສຳລັບ ສປປລາວເຮົາເອງ ເຖິງວ່າ ອັດຕາການກວດພົບຜູ້ຕິດເຊື້ອໃໝ່ ຈະຢູ່ ປະມານ 20-25 % ຂອງຈຳນວນຄົນທີ່ມາກວດຢູ່ຕາມຈຸດທີ່ກຳນົດໄວ້ກໍ່ຕາມ, ແຕ່ພວກເຮົາທຸກຄົນ ກໍ່ບໍ່ຄວນປະໝາດຢ່າງເດັດຂາດ ຕ້ອງເຂັ້ມງວດ ໃນການປ້ອງກັນຕົນເອງ ໃຫ້ກາຍເປັນຄວາມຊິນເຄີຍ ແລະ ເຮັດເປັນປະຈຳ, ສຳຄັນທີ່ສຸດ ຕ້ອງໃສ່ຜ້າປິດປາກດັງ ຕະຫຼອດເວລາ ເມື່ອອອກຈາກບ້ານ, ໝັ່ນລ້າງມືເລື້ອຍໆ ແລະ ຮັກສາໄລຍະຫ່າງ. ຖ້າຫາກທ່ານ ປ່ອຍປະຫຼະເຫຼິງ ບໍ່ປ້ອງກັນຕົນເອງຢ່າງຮອບດ້ານ ທ່ານອາດຈະກາຍເປັນຜູ້ຕິດເຊື້ອ ໂດຍທີ່ບໍ່ຮູ້ຕົວ ແລະ ອາດແຜ່ເຊື້ອສູ່ຄົນອ້ອມຂ້າງ ຫຼື ຄົນໃນຄອບຄົວຂອງທ່ານກໍ່ເປັນໄດ້ ແລະ ສິ່ງທີ່ໜ້າເປັນຫ່ວງ ກໍ່ຄື ຖ້າຫາກ ທ່ານມີຜູ້ສູງອາຍຸຢູ່ໃນເຮືອນ ຫຼື ສະມາຊິກໃນຄອບຄົວຂອງທ່ານ ຫາກມີພະຍາດປະຈຳໂຕແລ້ວ ກໍ່ຈະຍິ່ງເພິ່ມຄວາມສ່ຽງ ຫຼື ໂອກາດ ທີ່ຈະກ້າວໄປສູ່ຂັ້ນຮຸນແຮງໄດ້ ໂດຍສະເພາະ ຖ້າຫາກ ເຂົາເຈົ້າ ບໍ່ໄດ້ຮັບການສັກວັກຊີນຄົບທຸກເຂັມທີ່ແນະນຳ.

• ສະນັ້ນ, ຈຶ່ງຂໍຮຽກຮ້ອງມາຍັງທ່ານ ນຳພາຜູ້ສູງອາຍຸ ຫຼື ສະມາຊິກໃນຄອບຄົວຂອງທ່ານ ຜູ້ທີ່ີມີພະຍາດປະຈຳໂຕ ໄປຮັບການສັກວັກຊີນ ຢູ່ຈຸດບໍລິການໃກ້ບ້ານທ່ານ ເພື່ອຫຼຸດຜ່ອນຄວາມຮຸນແຮງຂອງພະຍາດ ເມື່ອມີການຕິດເຊື້ອເກີດຂຶ້ນ.

• ອີກເທື່ອໜຶ່ງ ກ່ອນຈະຈົບການຖະແຫຼງຂ່າວໃນມ້ືນ້ີ້ ຂໍແຈ້ງໃຫ້ບັນດາທ່ານຊາບວ່າ ມາຮອດມື້ນີ້ ທົ່ວປະເທດ ສັກວັກຊີນສະສົມທັງໝົດ: – ເຂັມ1 ໄດ້ 4,695,375 ຄົນ (ກວມເອົາ 63.99 %) – ທຸກເຂັມທີ່ແນະນໍາ 3,967,374 ຄົນ (ກວມເອົາ 54.07 %) – ກຸ່ມອາຍຸ 12-17 ປີ ໄດ້ຮັບວັກຊີນ ເຂັມ 1 ເຖິງ 59.4 %)

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...