Homeຂ່າວພາຍ​ໃນບົດຖະແຫຼງຂ່າວຂອງຄະນະສະເພາະກິດ ປະຈໍາວັນທີ 22 ມັງກອນ 2021

ບົດຖະແຫຼງຂ່າວຂອງຄະນະສະເພາະກິດ ປະຈໍາວັນທີ 22 ມັງກອນ 2021

Published on

ວັນທີ 20 ມັງກອນ 2022, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊຶ້ອໂຄວິດ-19 ທັງໝົດ 4.594 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອ ທັງໝົດ 612 (ຕິດເຊື້ອພາຍໃນ 609 ຄົນ ແລະ ນໍາເຂົ້າ 03 ຄົນ).

ຂໍ້ມູນໂດຍຫຍໍ້ກ່ຽວກັບ ການຕິດເຊື້ອພາຍໃນໃໝ່ ທັງໝົດ 609 ຄົນ ຈາກ 17ແຂວງ ແລະ ນະຄອນຫຼວງວຽງຈັນໂດຍລຽງລຳດັບແຕ່ແຂວງຫຼາຍຫາໜ້ອຍ ມີລາຍລະອຽດ ດັ່ງນີ້:

  1. ນະຄອນຫຼວງ 153 ຄົນ
  2. ຊຽງຂວາງ 84 ຄົນ
  3. ໄຊຍະບູລີ 83 ຄົນ
  4. ອັດຕະປື 45 ຄົນ
  5. ເຊກອງ 32 ຄົນ
  6. ຜົ້ງສາລີ 31 ຄົນ
  7. ໄຊສົມບູນ 31 ຄົນ
  8. ຄຳມ່ວນ 25 ຄົນ
  9. ສາລະວັນ 21​ ຄົນ
  10. ບໍລິຄຳໄຊ 18 ຄົນ
  11. ຫຼວງພະບາງ 15 ຄົນ
  12. ຫົວພັນ 15 ຄົນ
  13. ອຸດົມໄຊ 12 ຄົນ
  14. ວຽງຈັນ 10 ຄົນ
  15. ຫຼວງນ້ຳທາ 10 ຄົນ
  16. ບໍ່ແກ້ວ 8 ຄົນ
  17. ສະຫວັນນະເຂດ 7 ຄົນ
  18. ຈຳປາສັກ 7 ຄົນ

ສໍາລັບການຕິດເຊື້ອນໍາເຂົ້າ ມີ 03 ຄົນ ຈາກ ນະຄອນຫຼວງ 1 ຄົນ, ແລະ ຈຳປາສັກ 2​ ຄົນ ເຊິ່ງໄດ້ເຂົ້າຈຳກັດບໍລິເວນຕາມສະຖານທີ່ກຳນົດໄວ້ກ່ອນຈະກວດພົບເຊື້ອ.ຮອດປັດຈຸບັນ ມີຜູ້ຕິດເຊື້ອສະສົມ ຢູ່ໃນ ສປປ ລາວ ທັງໝົດ 129.536 ກໍລະນີ, ອອກໂຮງໝໍວານນີ້ 505 ຄົນ, ກຳລັງປິ່ນປົວ 8.136 ຄົນ ແລະ ເສຍຊີວິດສະສົມທັງໝົດ 524 ຄົນ (ເສຍຊີວິດໃໝ່ 6 ຄົນ).

ສຳລັບຜູ້ເສຍຊີວິດໃໝ່ 6  ຄົນ ຈາກວຽງຈັນ 2 ຄົນ, ອຸດົມໄຊ 1 ຄົນ, ຫຼວງນ້ຳທາ 1, ໄຊສົມບູນ 1 ຄົນ ແລະ ສາລະວັນ 1​ ຄົນ.

ບົດຄວາມຫຼ້າສຸດ

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...