Homeຂ່າວພາຍ​ໃນໄທສຳເລັດການສົ່ງອອກເຂົ້າ 1 ພັນໂຕນ ຜ່ານທາງສາຍລົດໄຟລາວ-ຈີນ

ໄທສຳເລັດການສົ່ງອອກເຂົ້າ 1 ພັນໂຕນ ຜ່ານທາງສາຍລົດໄຟລາວ-ຈີນ

Published on

ການສົ່ງອອກເຂົ້າສານໄທຖ້ຽວທຳອິດ 1 ພັນໂຕນ ໂດຍໃຊ້ລົດໄຟລາວ-ຈີນ ໃນການລຳລຽງຂົນສົ່ງໄປມະຫານະຄອນຈົງຊິງໃນພາກຕາເວັນຕົກຂອງຈີນ ແລະ ມີເປົ້າໝາຍຕໍ່ໄປຄືການສົ່ງອອກຢາງພາລາ, ໝາກໄມ້, ດອກກ້ວຍໄມ້,  ສິນຄ້າການປະມົງ ແລະ ການລ້ຽງສັດ.

ຕາມການລາຍງານຈາກສຳນັກຂ່າວ ພີພີທີວີ ໄດ້ເວົ້າເຖິງ ການຂົນສົ່ງຂອງລົດໄຟລາວ-ຈີນ ທີ່ສົ່ງຜັກຈາກຈີນມາໄທ ໂດຍໃຊ້ເວລາໃນການຂົນສົ່ງທີ່ໄວກວ່າ ຫຼ້າສຸດໄທເລີຍຕັດສິນໃຈສົ່ງເຂົ້າສານຈຳນວນ 20 ຕູ້ ປະລິມານ 1 ພັນໂຕນ ໂດຍໃຊ້ເສັ້ນທາງລົດໄຟລາວ-ຈີນ ໄປມະຫານະຄອນ ຈົງຊິງ ໃນພາກຕາເວັນຕົກຂອງຈີນ ແລະ ຈະປະເມີນຜົນການສົ່ງອອກຂອງເຂົ້າຖ້ຽວທຳອິດ ລວມທັງລະບົບການຈອງຂະບວນລົດໄຟສົ່ງສິນຄ້າ ແລະ ການຈອງຕູ້ບັນຈຸ ໂດຍກຳລັງປະສານງານກັບຜູ້ໃຫ້ບໍລິການຂອງ ລາວ ແລະ ຈີນ.

ການສົ່ງອອກໃນຄັ້ງນີ້ໃຊ້ເວລາ 1-2 ມື້ ແລະ ເປັນສ່ວນໜຶ່ງຂອງຍຸດທະສາດ (ESAN Gateway) ເຊື່ອມໄທ-ເຊື່ອມໂລກ ໂດຍມີເປົ້າໝາຍສູ່ຕະຫຼາດອາຊີກາງ ອາຊີຕາເວັນອອກ ຕາເວັນອອກກາງ ຣັດເຊຍ ແລະ ເອີຣົບ ສ່ວນສິນຄ້າກະສິກຳທີ່ຈະຂົນສົ່ງ ຜ່ານເສັ້ນທາງລົດໄຟສາຍນີ້ເປັນຕົ້ນແມ່ນ ຢາງພາລາ, ໝາກໄມ້, ດອກກ້ວຍໄມ້, ມັນຕົ້ນ, ນ້ຳມັນປາມ, ສິນຄ້າປະມົງ ແລະ ການລ້ຽງສັດ ລວມທັງສິນຄ້າກະສິກຳປຸງແຕ່ງ ແລະ ສິນຄ້າອື່ນໆ

ສຳລັບມະຫານະຄອນຈົງຊິງຖືໄດ້ວ່າເປັນ ປະຕູເສດຖະກິດຂອງຈີນຕາເວັນຕົກ ແມ່ນມີຄວາມພ້ອມທາງດ້ານການຂົນສົ່ງ ແລະ ວາງນະໂຍບາຍການເຊື່ອມໂຍງ ລະຫວ່າງ ຈົງຊິງ-ອາຊຽນ ເຊິ່ງເປັນແນວທາງທີ່ສອດຄ້ອງກັບລັດຖະບານໄທສາມາດເປັນຈຸດກະຈາຍສິນຄ້າໄປໃນຂົງເຂດຕ່າງໆ ໃນພາກຕາເວັນຕົກຂອງຈີນ ແລະ ຂົນສົ່ງໄປສູ່ປະເທດຕ່າງໆໄດ້.

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...