Homeຂ່າວຕ່າງປະເທດອິນໂດຍເນເຊຍ ໄດ້ທໍາລາຍ ແລະ ຖິ້ມວັກຊີນຈໍານວນຫຼາຍ ເນື່ອງຈາກວັກຊີນໝົດອາຍຸ

ອິນໂດຍເນເຊຍ ໄດ້ທໍາລາຍ ແລະ ຖິ້ມວັກຊີນຈໍານວນຫຼາຍ ເນື່ອງຈາກວັກຊີນໝົດອາຍຸ

Published on

ເວັບໄຊ້ຂ່າວຕ່າງປະເທດ ໄດ້ລາຍວ່າ: ໃນວັນທີ 19 ມັງກອນ 2022 ທີ່ຜ່ານມາ ທ່ານ ບາດີ ກູນາດິ ຊາດິຄິນ ລັດຖະມົນຕີກະຊວງສາທາລະນະສຸກຂອງປະເທດອິນໂດເນເຊຍໄດ້ເປີດເຜີຍວ່າ ຕ້ອງໄດ້ຖິ້ມວັກຊີນຈໍານວນ 1.1 ລ້ານໂດສ ຫຼື ປະມານ 98% ຫຼັງຈາກທີ່ຫາກໍໄດ້ຮັບບໍລິຈາກຈາກຕ່າງປະເທດທີ່ເຫຼືອອາຍຸການເກັບຮັກສາພຽງແຕ່ 1-3 ເດືອນເທົ່ານັ້ນ ແລະ ທ່ານ ບາດີ ຍັງໄດ້ກ່າວຕໍ່ອີກວ່າຈາກນີ້ຕໍ່ໄປລັດຖະບານຈໍາເປັນຕ້ອງໄດ້ມີການຄັດເລືອກວັກຊີນດ້ວຍຄວາມຮອບຄອບ ແລະ ຈະຮັບວັກຊີນທີ່ມີອາຍຸການເກັບຮັກສາເກີນ 3 ເດືອນຂຶ້ນໄປ.

ທັງນີ້, ປະເທດອິນໂດເນເຊຍຍັງຕ້ອງການວັກຊີນເພີ່ມຕື່ມອີກປະມານ 100 ລ້ານໂດສສໍາລັບໂຄງການສັກວັກຊີນເຂັມກະຕຸ້ນ ເຊິ່ງສ່ວນໃຫຍ່ແມ່ນໄດ້ຮັບການບໍລິຈາກຜ່ານທາງໂຄງການໂຄແວັກຂອງອົງການອະນາໄມໂລກ ແລະ ກໍຍັງມີອີກຫຼາຍປະເທດທີ່ຈໍາເປັນຕ້ອງທໍາລາຍ ຫຼື ຖິ້ມວັກຊີນຈໍານວນຫຼາຍເຊັ່ນດຽວກັນ ເນື່ອງຈາກວັກຊີນໝົດອາຍຸ.

ສໍາລັບປະເທດອິນໂດເນເຊຍເປັນປະເທດທີ່ມີປະຊາກອນຫຼາຍທີ່ສຸດອັນດັບທີ 4 ຂອງໂລກ ແລະ ໄດ້ສັກວັກຊີນໃຫ້ກັບປະຊາຊົນໄປແລ້ວປະມານ 300 ລ້ານເຂັມ ໂດຍໃນບັນດາປະຊາກອນທັງໝົດ 270 ລ້ານຄົນ ແລະ ມີປະມານ 44% ທີ່ໄດ້ສັກວັກຊີນຄົບໂດສ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...