spot_img
Homeຂ່າວພາຍ​ໃນລາຍງານສະພາບ ໂຄວິດ-19 ວັນທີ 21 ມັງກອນ 2022

ລາຍງານສະພາບ ໂຄວິດ-19 ວັນທີ 21 ມັງກອນ 2022

Published on

ຕາມການລາຍງານຈາກຄະນະສະເພາະກິດ ໂດຍທ່ານ ດຣ. ສຸດທານີລະໄຊ ໃຫ້ຮູ້ວ່າ:

ປັດຈຸບັນ ໂອໄມຄຣອນ ກາຍເປັນສາຍພັນຫຼັກ ຂອງການລະບາດຂອງພະຍາດໂຄວິດ-19 ໃນທົ່ວໂລກ, ເຖິງວ່າ ໂອໄມຄຣອນຈະບໍ່ຮຸນແຮງ ເມ່ືອທຽບໃສ່ສາຍພັນເດວຕ້າກໍ່ຕາມ ແຕ່ໂອໄມຄຣອນ ສາມາດແຜ່ເຊື້ອໄດ້ຢ່າງໄວວາ ຍ້ອນແນວນັ້ນ ຈຶ່ງເປັນສາເຫດ ເຮັດໃຫ້ຈຳນວນຜູ້ຕິດເຊື້ອໃໝ່ ໃນທົ່ວໂລກ ເພິ່ມຂຶ້ນຢ່າງຕໍ່ເນື່ອງ ແລະ ບໍ່ມີທ່າທີ ທີ່ຈະຢຸດຕິລົງເທື່ອ.
• ສະເພາະ ສປປລາວ ເຮົາ ຍັງມີລາຍງານຜູ້ຕິດເຊື້ອໃໝ່ເພິ່ມຂຶ້ນໃນແຕ່ລະວັນ. ຖ້າພວກເຮົາ ບໍ່ເອົາໃຈໃສ່ປ້ອງກັນຕົນເອງຢ່າງເຂັ້ມງວດ ພວກເຮົາ ກໍ່ຍັງຈະພະເຊີນກັບການລະບາດໄປອີກດົນພໍສົມຄວນ ການລະບາດກໍ່ຈະແກ່ຍາວ, ສ່ົງຜົນກະທົບຕໍ່ວົງຈອນເສດຖະກິດ ແລະ ການດຳລົງຊີວິດປົກກະຕິປະຈຳວັນຂອງພວກເຮົາ.
• ຂ້າພະເຈົ້າເຊື່ອໝັ້ນວ່າ ບົນພື້ນຖານຄວາມສາມັກຄີ ການຮ່ວມແຮງຮ່ວມໃຈກັນ ເປັນເຈົ້າການຕົນເອງ ປະຕິບັດຕາມມາດຕະການທີ່ຄະນະສະເພາະກິດວາງອອກ ຈະເຮັດໃຫ້ຕົວເລກຜູ້ຕິດເຊື້ອໃໝ່ໃນປະເທດຂອງພວກເຮົາຫຼຸດລົງໂດຍໄວ ໂດຍການປະຕິບັດ ມາດຕະການດັ່ງນີ້:
1. ພວກເຮົາໝົດທຸກຄົນ ຕ້ອງຮຽນຮູ້ຢູ່ກັບການແຜ່ລະບາດຂອງພະຍາດໂຄວິດ-19ໃຫ້ໄດ້ຢ່າງປອດໄພ
2. ເປັນເຈົ້າການປະຕິບັດມາດຕະການປ້ອງກັນການຕິດເຊື້ອ ແລະ ພ້ອມໃຈກັນ ຫັນໄປສູ່ວິຖີການດຳລົງ
ຊີວິດປົກກະຕິແບບໃໝ່ ເຊັ່ນ: ໃສ່ຜ້າປິດ-ດັງ ເມື່ອອອກຈາກບ້ານ, ໝັ່ນລ້າງມືເລື້ອຍໆ, ຮັກສາ ມາ
ລະຍາດໃນການໄອ-ຈາມ, ບໍ່ເອົາມືສຳຜັດໃບໜ້າ ຕາ, ດັງ, ປາກ, ຮັກສາໄລຍະຫ່າງ, ອະນາໄມຂ້າ
ເຊື້ອຈຸດທີ່ສຳຜັດເລື້ອຍໆ
3. ສັກວັກຊີນໃຫ້ຄົບທຸກເຂັມທີ່ແນະນຳ ລວມທັງ ເຂັມກະຕຸ້ນ
4. ໝັ່ນສັງເກດ ແລະ ຕິດຕາມສຸຂະພາບຂອງຕົນ ແລະ ຄົນໃນຄອບຄົວ, ຖ້າຮູ້ສຶກບໍ່ສະບາຍ ໄປພົບແພດ
ເພື່ອກວດຫາເຊື້ອ ຫຼື ກວດແບບໄວ
5. ຫຼີກລ້ຽງການໄປສະຖານທີ່ແອອັດ ຫຼື ເຂົ້າຮ່ວມກິດຈະກຳ ທີ່ມີຄົນຈຳນວນຫຼາຍ, ຫຼີກລ້ຽງການສຳຜັດ
ໃກ້ຊິດ ຜູ້ທີ່ບໍ່ສະບາຍ
6. ຢູ່ບ່ອນທີ່ມີອາກາດຖ່າຍເທ, ມີການໝູນວຽນຂອງອາກາດ
• ກ່ອນຈະຈົບການຖະແຫຼງຂ່າວໃນມ້ືນ້ີ້ ຂໍແຈ້ງໃຫ້ບັນດາທ່ານຊາບວ່າ ມາຮອດມື້ນີ້ ທົ່ວປະເທດ ສັກວັກຊີນສະສົມທັງໝົດ:
– ເຂັມ1 ໄດ້ 4,675,433 ຄົນ (ກວມເອົາ 63.72 %)
– ທຸກເຂັມທີ່ແນະນໍາ 3,918,229 ຄົນ (ກວມເອົາ 53.40 %)
– ອາຍຸ 12-17 ປີ ໄດ້ 510,176 ຄົນ (ເຂັ້ມ 1 ມີ 58.9%)

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...