Homeຂ່າວພາຍ​ໃນນວດຕີນໂດຍໃຊ້ປາກ! ເທັກນິກການນວດແບບໃໝ່

ນວດຕີນໂດຍໃຊ້ປາກ! ເທັກນິກການນວດແບບໃໝ່

Published on

ອີງຕາມການລາຍງານຈາກ sydneytoday.com ໄດ້ໃຫ້ຮູ້ວ່າ: ມີຮູບແບບການນວດຕີນໂດຍໃຊ້ປາກ ເກີດຂຶ້ນໃນເມືອງເຫີນານ ປະເທດຈີນ ເມື່ອມີຮ້ານນວດຮ້ານໜຶ່ງໃນເຂດອັນຢາງ ຕິດປ້າຍປະກາດວ່າ ເທັກນິກການນວດຈັບຈຸດແບບໃໝ່ ເຊິ່ງໃຜກໍບໍ່ຄາດຄິດວ່ານັ້ນແມ່ນການໃຊ້ປາກນວດຕີນ.

ເຊິ່ງວິທີການນວດແບບເດີມແມ່ນການໃຊ້ມືນວດເພື່ອໃຫ້ຜ່ອນຄາຍແຕ່ແຕກຕ່າງຈາກການນວດແບບໃໝ່ໂດຍທາງຮ້ານໄດ້ອາທິບາຍວິທີດັ່ງກ່າວວ່າ: ໝໍນວດຈະເປົ່າລົມ ແລະ ກັດໄປທີ່ຝາຕີນຂອງລຸກຄ້າຄ່ອຍໆເພື່ອເປັນການກົດຈຸດໃຫ້ລຸກຄ້າມີຄວາມຜ່ອນຄາຍເນື່ອງຈາກແຮງກັດຂອງແຂ້ວຈະສາມາດລົງໄປຮອດກ້າມເນື້ອຂອງລູກຄ້າໄດ້ຫຼາຍກວ່າການນວດທົ່ວໄປ ແລະ ຍັງຊ່ວຍໃນການກະຕຸ້ນການໄຫຼວຽນຂອງເລືອດໄດ້ດີອີກດ້ວຍ.

ຢ່າງໃດກໍຕາມຊາວເນັດສ່ວນໃຫຍ່ລົງຄວາມຄິດເຫັນວ່າ ສິ່ງທີ່ທາງຮ້ານອາທິບາຍມາທັງໝົດມັນຄືຂໍ້ແກ້ໂຕທັງນັ້ນ ແລະ ບໍ່ແມ່ນເທັກນິກຫຍັງທີ່ພິເສດເລີຍພຽງແຕ່ພວກເຂົາຢາກຫາວິທີໃໝ່ໆເພື່ອດຶງດູດລູກຄ້າເທົ່ານັ້ນເອງ.

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...