Homeຂ່າວພາຍ​ໃນມວຍລາວປະເພດຟ້ອນຄູ່ປະສົມ ສາມາດຄວ້າອັນດັບທີ 2 ຂອງໂລກ!

ມວຍລາວປະເພດຟ້ອນຄູ່ປະສົມ ສາມາດຄວ້າອັນດັບທີ 2 ຂອງໂລກ!

Published on

ໃນວັນທີ 17 ມັງກອນ 2022 ທີ່ຫ້ອງປະຊຸມ ຄະນະກໍາມະການໂອແລມປິກແຫ່ງຊາດລາວ ຫຼື ຄອລ. ສະຫະພັນມວຍລາວແຫ່ງຊາດ ຈັດພິທີມອບ-ຮັບໃບຢັ້ງຢືນຜົນງານດີເດັ່ນໃຫ້ນັກກິລາມວຍລາວ ທີ່ສາມາດແຈ້ງເກີດຄວ້າອັນດັບທີ 2 ຂອງໂລກ ປະເພດຟ້ອນຄູ່ປະສົມ ໃນຮູບແບບທາງອອນລາຍ Online World Martial Arts. ໃຫ້ກຽດມອບໂດຍທ່ານ ສາຍສະໝອນ ໄຊຍະສອນ ປະທານສະຫະພັນມວຍລາວແຫ່ງຊາດ ທັງເປັນປະທານມວຍໂລກ ທ່ານ ຂັນທະລີ ໂພທິສານ ຮອງປະທານສະຫະພັນມວຍລາວແຫ່ງຊາດ ພ້ອມດ້ວຍຄະນະບໍລິຫານງານ, ຄູຝຶກ, ນັກກິລາ, ທີມງານລາວແອັກຊັນສະຕາ ແລະ ສື່ມວນຊົນບາງພາກສ່ວນເຂົ້າຮ່ວມ.

ການແຂ່ງຂັນສິລະປະຟ້ອນມວຍ ໃນຮູບແບບທາງອອນລາຍ Online World Martial Arts ໄດ້ຈັດຂຶ້ນ ເມື່ອລະຫວ່າງວັນທີ 29 ຕຸລາ ຫາ 2 ພະຈິກ 2021 ຜ່ານມາທີ່ ສ. ເກົາຫຼີ ຮັບກຽດເປັນເຈົ້າພາບ ເຊິ່ງລາຍການດັ່ງກ່າວ ພາຍໃຕ້ການດູແລຂອງ ສະຫະປະຊາຊາດ ໂດຍມີສະມາຊິກທັງໝົດ 40 ກວ່າປະເທດເຂົ້າຮ່ວມຊີງໄຊ.

ທ່ານ ຂັນທະລີ ໂພທິສານ ກ່າວວ່າ: ການເຕົ້າໂຮມຄັ້ງນີ້ແມ່ນເປັນການສະຫຼຸບລາຍການແຂ່ງຂັນທາງອອນລາຍ Online World Martial Arts ຊຶ່ງມີ 40 ກວ່າປະເທດເຂົ້າຮ່ວມຊີງໄຊ, ແຕ່ເນື່ອງຈາກປີດັ່ງກ່າວໄດ້ຮັບຜົນກະທົບຈາກໂຄວິດ-19 ຈິ່ງໄດ້ຈັດແບບອອນລາຍ ແລະ ມວຍລາວ ໄດ້ສົ່ງນັກກິລາເຂົ້າຮ່ວມຫຼາຍລາຍການບໍ່ວ່າຈະເປັນ ປະເພດດ່ຽວ, ປະເພດຄູ່, ປະເພດທີມ ແລະ ປະເພດປະສົມຊາຍຍິງ ຜ່ານການແຂ່ງຂັນໂດດເດັ່ນທີ່ສຸດແມ່ນພວກເຮົາສາມາດຍາດໄດ້ອັນດັບ 2 ຂອງໂລກ ປະເພດຄູ່ປະສົມຍິງ-ຊາຍ ຈາກ ທ້າວ ອານຸສອນ ວັນນະລາດ ແລະ ນາງອິນທິລາ ບຸດສິງຄຳ ໃນບົດຟ້ອນມວຍລາຍລາວ “ນາລີແພງເນື້ອ” ຊຶ່ງຜົນງານດັ່ງກ່າວເປັນຄວາມພາກພູມໃຈຂອງສະຫະພັນພວກເຮົາ ກໍຄື ຊາວລາວທັງປະເທດ ໂດຍຄູຝຶກແມ່ນ ອາຈານ ພິລາວັນ ຈັນທະກາລີ ເປັນຜູ້ສອນ ແລະ ຂ້າພະເຈົ້າເປັນຜູ້ອອກແບບທ່າຕ່າງໆໃນບົດຟ້ອນ ນາລີແພງເນື້ອ.

ຂະນະດຽວກັນ ທ່ານ ສາຍສະໝອນ ໄຊຍະສອນ ກໍໄດ້ກ່າວວ່າ: ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຢ່າງສຸດໃຈທີ່ນັກກິລາທຸກຄົນໄດ້ພະຍາຍາມຕັ້ງໜ້າຢ່າງສຸດຄວາມສາມາດ ສ້າງຜົນງານຢ່າງໂດດກເດັ່ນຄວ້າອັນດັບທີ 2 ຂອງໂລກປະເພດຟ້ອນຄູ່ປະສົມ ຖືເປັນຄວາມພາກພູມໃຈຂອງຊາວລາວທັງຊາດ ທີ່ໄດ້ປະກາດໃຫ້ຊາວໂລກໄດ້ຮັບຮູ້ສິລະປະມວຍລາວ ແນ່ນອນໃນຕໍ່ໜ້າສະຫະພັນມວຍແຫ່ງຊາດລາວ ໄດ້ມີແຜນຈະສືບຕໍ່ເຄື່ອນໄຫວສົ່ງນັກກິລາທັງປະເພດຕໍ່ສູ້ ແລະ ປະເພດຟ້ອນຮ່ວມແຂ່ງຂັນທັງພາຍໃນ ແລະ ຕາງປະເທດ ໂດຍສະເພາະກຽມຈະເປັນເຈົ້າການຈັດແຂ່ງຂັນມວຍລາວ ງານກິລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງຊຽງຂວາງ ແລະ ກຽມຈະສົ່ງນັກກິລາ 5 ຄົນ, ຍິງ 1 ຄົນ ຮ່ວມລ່າຫຼຽນຄຳ ງານມະຫະກຳກິລາຊີເກມ ຄັ້ງທີ 31 ທີ່ ຮ່າໂນ້ຍ ສສ ຫວຽດນາມ ຮັບກຽດເປັນຍເຈົ້າພາບ ໃນກາງປີນີ້.

Cr:ສົງການ ພັນແພງດີ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...