spot_img
Homeຂ່າວຕ່າງປະເທດການລະເບີດຂອງພູເຂົາໄຟໃນຕອງກາ ໄດ້ຫຼຸດຜ່ອນລົງ ແຕ່ກໍເຮັດໃຫ້ຫຼາຍປະເທດໄດ້ຮັບຜົນກະທົບ

ການລະເບີດຂອງພູເຂົາໄຟໃນຕອງກາ ໄດ້ຫຼຸດຜ່ອນລົງ ແຕ່ກໍເຮັດໃຫ້ຫຼາຍປະເທດໄດ້ຮັບຜົນກະທົບ

Published on

ຈາກການລາຍງານຂອງເວັບໄຊ້ຂ່າວຕ່າງປະເທດທີ່ຜ່ານມາກ່ຽວກັບການລະເບີດຂອງພູເຂົາໄຟຮັງກາຕອງ-ຮັງກາຮາອະໄປ ມາຮອດໃນວັນທີ 16 ມັງກອນ 2022 ໄດ້ມີການອັບເດດຄວາມຄືບໜ້າກ່ຽວກັບເຫດການດັ່ງກ່າວຫຼັງຈາກທີ່ສຶນາມິໄດ້ຜ່ານພົ້ນໄປ ເຊິ່ງເຫດການພູເຂົາໄຟດັ່ງກ່າວທີ່ໄດ້ເກີດການລະເບີດນັ້ນແມ່ນເລີ່ມຕັ້ງແຕ່ວັນສຸກທີ 14 ມັງກອນ ແລະ ໄດ້ເພີ່ມທະວີຄວາມຮຸນແຮງຂຶ້ນໃນວັນທີ 15 ມັງກອນ ຈົນເຮັດໃຫ້ເກີດຄື້ນສຶນາມິພັດເຂົ້າບໍລິເວນແຄມຝັ່ງຂອງຕອງກາ  ເຮັດໃຫ້ສູນເຕືອນໄພສຶນາມິປາຊີຟິກໄດ້ອອກມາຖະແຫຼງເຖິງຄວາມຮຸນແຮງຂອງຄື້ນສຶນາມິຈາກເຫດການໃນຕອງກາທີ່ໄດ້ຜ່ານພົ້ນໄປແລ້ວ ເຖິງຢ່າງໃດກໍຕາມ ກໍຍັງໄດ້ມີການແນະນໍາໃຫ້ທາງການຂອງແຕ່ລະປະເທດທີ່ໄດ້ຮັບຜົນກະທົບໃນພື້ນທີ່ແຄມຝັ່ງໃຫ້ເຝົ້າລະວັງຢ່າງຕໍ່ເນື່ອງຈົນກວ່າສະຖານະການຈະກັບເຂົ້າມາສູ່ສະພາບປົກກະຕິ.

ສໍາລັບປະເທດນິວຊີແລນທີ່ຕັ້ງຢູ່ຫ່າງຈາກຕອງກາປະມານ 2,300 ກິໂລແມັດ ກໍໄດ້ມີການອົບພະຍົບປະຊາຊົນປະມານ 120 ຄົນ ອອກຈາກພື້ນທີ່ສ່ຽງບໍລິເວນແຄມຝັ່ງທາງພາກເໜືອ ແລະ ມີການລາຍງານວ່າບ້ານເຮືອນຈໍານວນໜຶ່ງໄດ້ຖືກຄື້ນທະເລພັດເຂົ້າໃສ່ຈົນໄດ້ຮັບຄວາມເສຍຫາຍ ແລະ ໃນຊາຍຫາດບອນໄດ ເມືອງຊິດນີ ປະເທດອົດສະຕຣາລີ ກໍໄດ້ມີການອົບພະຍົບປະຊາຊົນຕາມມາດຕະການຄວາມປອດໄພເພື່ອປ້ອງກັນເຫດການສຸກເສີນທີ່ອາດຈະເກີດຂຶ້ນ.

ທາງດ້ານສູນສັງເກດການພູເຂົາໄຟຂອງລັດອະແລສກາໄດ້ລະບຸວ່າມີການປະທຸຂອງພູເຂົາໄຟໃນເມືອງແອງຄໍເລຈ ແລະ ເມືອງ ແຟຣແບັງ ເຊິ່ງຢູ່ຫ່າງພູເຂົາໄຟຮັງກາຕອງກາ-ຮັງກາຮາອະໄປ ປະມານ 9,600 ກິໂລແມັດ.

ແຫຼ່ງຂ່າວ: Khaosod

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...