spot_img
Homeຂ່າວພາຍ​ໃນລາຍງານສະພາບລວມ ຂອງພະຍາດໂຄວິດ-19 ວັນທີ 17 ມັງກອນ 2022

ລາຍງານສະພາບລວມ ຂອງພະຍາດໂຄວິດ-19 ວັນທີ 17 ມັງກອນ 2022

Published on

ຕາມການລາຍງານຂອງທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຕອນເຊົ້າວັນທີ 17 ມັງກອນ 2022 ໄດ້ລາຍງານກ່ຽວກັບໂຄວິດ-19 ດັ່ງນີ້:

• ການລະບາດຂອງພະຍາດໂຄວິດ-19 ໃນທົ່ວໂລກ ແລະ ບັນດາປະເທດອ້ອມຂ້າງຂອງພວກເຮົາ ຍັງບໍ່ທັນມີທ່າອ່ຽງທີ່ຈະຢຸດຕິລົງເທື່ອ ກົງກັນຂ້າມ ການລະບາດແມ່ນແຜ່ລາມຢ່າງໄວວາ ໃນຫຼາຍປະເທດ. ຕໍ່ກັບສະພາບການດັ່ງກ່າວ ພວກເຮົາທຸກຄົນບໍ່ຄວນປະໝາດ ເພາະ ທ່ານ ຫຼື ຄົນໃນຄອບຄົວຂອງທ່ານ ອາດກາຍເປັນຜູ້ຕິດເຊື້ອ, ແຜ່ເຊື້ອສູ່ຄົນອ້ອມຂ້າງ ແລະ ຊຸມຊົນຂອງທ່ານໄດ້. ສະນັ້ນ, ພວກເຮົາຕ້ອງຮູ້ຈັກການປ້ອງກັນຕົນເອງຢ່າງຮອບດ້ານຈາກພະຍາດໂຄວິດ-19. ດັ່ງນັ້ນ, ມື້ນີ້ ຂ້າພະເຈົ້າ ຈະມາອະທິບາຍໃຫ້ບັນດາທ່ານ ເຂົ້າໃຈ ກ່ຽວກັບ ການປ້ອງກັນຕົນເອງຢ່າງຮອບດ້ານ ວ່າ ຄວນປະຕິບັດໂຕຄືແນວໃດ.
• ການປ້ອງກັນການຕິດເຊື້ອພະຍາດໂຄວິດ-19 ຢ່າງຮອບດ້ານ ໝາຍເຖິງ ການມີສະຕິລະວັງຕົວ ປ້ອງກັນຕົນເອງຢ່າງເຂັ້ມງວດ ເພື່ອໃຫ້ປອດໄພຈາກການຕິດເຊື້ອພະຍາດໂຄວິດ-19, ຂໍໃຫ້ບັນດາທ່ານ ຄິດວ່າ ພວກເຮົາທຸກຄົນ ສາມາດຕິດເຊື້ອໄດ້ໂດຍບໍ່ຮູ້ສຶກຕົວ ແລະ ບໍ່ມີອາການ, ສະນັ້ນ ການປ້ອງກັນຕົນເອງຢ່າງຮອບດ້ານ ຈຶ່ງມີຄວາມສຳຄັນ ແລະ ຈຳເປັນ ແລະ ປະຕິບັດດັ່ງນີ້:
1) ອອກຈາກບ້ານ ເມື່ອມີຄວາມຈຳເປັນ
2) ຮັກສາໄລຍະຫ່າງ ຢ່າງໜ້ອຍ 1-2 ແມັດ (ຈາກບຸກຄົນອື່ນ, ທຸກສະຖານທີ່, ທຸກກິດຈະກຳ)
3) ໃສ່ຜ້າປິດປາກ-ດັງ ໃຫ້ຖືກຕ້ອງ ແລະ ຕະຫຼອດເວລາ
4) ລ້າງມືເລື້ອຍໆ ດ້ວຍນ້ຳສະອາດໃສ່ສະບູ່ ຫຼື ເຈວລ້າງມືຂ້າເຊື້ອທີ່ມີສ່ວນຜະສົມທາດເຫຼົ້າ
ຫຼັງສຳຜັດວັດຖຸສິ່ງຂອງຮ່ວມກັນ
5) ໃນໄລຍະທີ່ໃສ່ຜ້າປິດ-ດັງ ບໍ່ໃຫ້ເອົາມືສຳຜັດ ຜ້າປິດປາກ-ດັງ ລວມທັງ ໃບໜ້າ, ຕາ,
ປາກ ແລະ ດັງ ໂດຍບໍ່ຈຳເປັນ
6) ສຳລັບ ຜູ້ທີ່ນອນຢູ່ໃນກຸ່ມສ່ຽງ ເຊັ່ນ: ຜູ້ສູງອາຍຸ ແລະ ຜູ້ທີ່ມີພະຍາດປະຈຳໂຕ ຄວນຫຼີກ
ລ້ຽງການອອກຈາກບ້ານ, ຫາກມີຄວາມຈຳເປັນ ຕ້ອງອອກຈາກບ້ານ ຄວນອອກໃຫ້ໜ້ອຍ
ທີ່ສຸດ ແລະ ໃຊ້ເວລາໃຫ້ສັ້ນທີ່ສຸດ
7) ເຮັດຄວາມສະອາດ ແລະ ຂ້າເຊື້ອບໍລິເວນທີ່ສຳຜັດເລື້ອຍໆ ບໍ່ວ່າຈະເປັນເຄື່ອງໃຊ້ ຫຼື
ສິ່ງແວດລ້ອມທີ່ຢູ່ອ້ອມຂ້າງ
8) ແຍກເຄື່ອງໃຊ້ສ່ວນຕົວທຸກຢ່າງ ບໍ່ຄວນໃຊ້ຮ່ວມກັບບຸກຄົນອື່ນ
9) ເລືອກຮັບປະທານອາຫານທີ່ປຸງແຕ່ງສຸກໃໝ່ໆ, ບໍ່ກິນເຂົ້າຮ່ວມກັນ, ຫາກມີຄວາມຈຳເປັນ
ຕ້ອງກິນເຂົ້າຮ່ວມກັບສະມາຊິກໃນຄອບຄົວ ໃຫ້ໃຊ້ບ່ວງກາງເທົ່ານັ້ນ.
10) ຖ້າຫາກທ່ານມີຄວາມສ່ຽງຕໍ່ການຕິດເຊື້ອ ຄວນແຍກໂຕອອກຈາກບຸກຄົນອື່ນ 14 ວັນ
ແລະ ກວດຫາເຊື້ອເບື້ອງຕົ້ນ ດ້ວຍຊຸດເຄື່ອງກວດແບບໄວ ພາຍຫຼັງການສຳຜັດກັບກຸ່ມສ່ຽງ
ຫຼື ສຳຜັດເຊື້ອ ປະມານ 3-5 ວັນ ຖ້າຫາກບໍ່ພົບເຊື້ອ ຄວນກວດຄືນອີກ ຫຼື ກວດເມື່ອມີ
ອາການສະແດງອອກ.
• ມາຮອດມື້ນີ້ ທົ່ວປະເທດ ສັກວັກຊີນສະສົມທັງໝົດ:
– ເຂັມ1 ໄດ້ 4,650,702 ຄົນ (ກວມເອົາ 63.38 %)
– ທຸກເຂັມທີ່ແນະນໍາ 3,815,811 ຄົນ (ກວມເອົາ 52 %)
– ອາຍຸ 12-17 ປີ ໄດ້ 500,365 ຄົນ (ເຂັ້ມ 1 ມີ 57.8%)
• ຜົນຂ້າງຄຽງຂອງການສັກວັກຊີນໂຄວິດ-19 ຄືດັ່ງນີ້:
– ມີໄຂ້ ຫຼື ເມື່ອຍ ຫຼື ເຈັບຫົວ
– ອາດຈະມີອາການປວດ ແລະ ມີຮອຍແດງຢູ່ບໍລິເວນສັກ
ເຊິ່ງທັງໝົດ ເປັນຜົນຂ້າງຄຽງໄລຍະສັ້ນ ແລະ ບໍ່ຮຸນແຮງ ອາການດັ່ງກ່າວ ຈະຫາຍໄປເອງ ພາຍໃນ 72 ຊົ່ວໂມງ. ສ່ວນໃຫຍ່ແລ້ວ ເຮົາສາມາດບັນເທົາຜົນຂ້າງຄຽງເຫຼົ່ານີ້ ໄດ້ໂດຍການພັກຜ່ອນໃຫ້ພຽງພໍ, ດື່ມນ້ຳຫຼາຍໆ, ກິນອາຫານໃຫ້ຄົບ 5 ໝູ່, ກິນຢາລົດໄຂ້ ແລະ ອາການປວດ. ຖ້າຫາກອາການບໍ່ດີຂຶ້ນ, ຮູ້ສຶກຫາຍໃຈລຳບາກ, ແໜ້ນໜ້າເອິກ ໃຫ້ໄປພົບແພດທັນທີ ເພື່ອເຂົ້າຮັບການປິ່ນປົວຢ່າງທັນການ.

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...