Homeຂ່າວຕ່າງປະເທດຜູ້ຕ້ອງສົງໄສກໍ່ເຫດຈັບຕົວປະກັນ 4 ຄົນ ໃນໂບດຍິວ ລັດເທັກຊັດ ຖືກພົບເສຍຊີວິດໃນທີ່ເກີດເຫດ.

ຜູ້ຕ້ອງສົງໄສກໍ່ເຫດຈັບຕົວປະກັນ 4 ຄົນ ໃນໂບດຍິວ ລັດເທັກຊັດ ຖືກພົບເສຍຊີວິດໃນທີ່ເກີດເຫດ.

Published on

ວັນທີ 16 ມັງກອນ 2022 ສໍານັກຂ່າວ aljazeera ລາຍງານ ເຫດການອັນໜ້າຕົກໃຈ ທີ່ເກີດຂຶ້ນທີ່ໂບດຍິວ ໃນເມືອງຄໍລີວິວ ຢູ່ພາກຕາເວັນຕົກໃນເມືອງຄັນລັສ ລັດເທັກຊັດ, ຕໍາຫຼວດໄດ້ກ່າວວ່າ ເຈົ້າໜ້າທີ່ໄດ້ຮັບແຈ້ງເຫດສຸກເສີນເມື່ອເວລາ ປະມານ 10:41 ນາທີ ຕອນເຊົ້າຂອງວັນເສົາຕາມເວລາທ້ອງຖິ່ນ ລະຫວ່າງທີ່ໂບດແຫ່ງນີ້ກໍາລັງຈັດພິທີ ເຊິ່ງຖ່າຍທອດສົດຜ່ານທາງອອນລາຍອີກດ້ວຍ.

ຄົນຮ້າຍຜູ້ກໍ່ເຫດດັ່ງກ່າວນີ້ ຮຽກຮ້ອງໃຫ້ລັດຖະບານປ່ອຍໂຕ ອາເຟຍ ຊິດດີກີ ນັກປະສາດວິທະຍາ ຄົນປາກີສະຖານ ທີ່ກໍາລັງຮັບໂທດຈໍາຄຸກເປັນເວລາ 86 ປີ ຕາມຄໍາຕິດສິນຂອງສານເມື່ອປີ 2021 ຂໍ້ຫາພະຍາຍາມຂ້າທະຫານອາເມລິກາ ແລະ ເຈົ້າໜ້າທີ່ FBI ໃນອັບການິດສະຖານ ແລະ ໄດ້ຖືກຈໍາຄຸກຢູ່ທີ່ເຮືອນຈໍາທີ່ລັດເທັກຊັດແຫ່ງນີ້.

ພາຍໃນໂບດແຫ່ງນີ້ ມີຕົວປະກັນຖືກຈັບໄວ້ 4 ຄົນ, ໜຶ່ງໃນນັ້ນຄື ແຣບໄບ ຊາລີ ເຊິ່ງເປັນຕົວປະກັນຄົນທໍາອິດທີ່ໄດ້ຮັບການປ່ອຍຕົວອອກມາກ່ອນຫຼັງຈາກຜ່ານໄປ 6 ຊົ່ວໂມງ. ເມື່ອເວລາຜ່ານໄປດົນກວ່າ 10 ຊົ່ວໂມງ ໄມເຄິ້ນ ມິນເລີ້ ຜູ້ບັງຄັບການຕໍາຫຼວດ ໄດ້ຖະແຫຼງວ່າ ໜ່ວຍຊ່ວຍເຫຼືອໄດ້ບຸກເຂົ້າໄປພາຍໃນໂບດໃນຊ່ວງຕອຍແລງວັນເສົາ ແລະ ໄດ້ຊ່ວຍເຫຼືອຕົວປະກັນທີ່ຍັງເຫຼືອ 3 ຄົນໄດ້ ໂດຍທຸກຄົນປອດໄພ ແຕ່ ຜູ້ຕ້ອງສົງໄສເສຍຊີວິດແລ້ວ.

ຜູ້ສື່ຂ່າວໃນພື້ນທີ່ກ່າວວ່າ ໄດ້ຍິນສຽງລະເບີດ ທີ່ອາດຈະເປັນສຽງລະເບີດແສງ ແລະ ສຽງປືນໃນຊ່ວງເວລາສັ້ນໆ ກ່ອນທີ່ ເກຣັກ ແອັບບອນ ຜູ້ວ່າການເທັກຊັດ ຈະຖະແຫຼງຂ່າວ ແລະ ປະກາດວ່າສະຖານະການຍຸດຕິລົງແລ້ວ

FBI ກ່າວວ່າ ສາມາດລະບຸຕົວຕົນຜູ້ຕ້ອງສົງໄສໄດ້ແລ້ວ ແຕ່ຍັງບໍ່ເປີດເຜີຍວ່າລາວແມ່ນໃຜ ແລະ ປະຕິເສດການຢືນຢັນສາເຫດການເສຍຊີວິດຂອງເຂົາ ໂດຍກ່າວວ່າຍັງຢູ່ລະຫວ່າງການສອບສວນ. ນອກຈາກນີ້, ຕໍາຫຼວດຍັງບໍ່ຢືນຢັນກ່ຽວກັບຄວາມຕ້ອງການຂອງຄົນຮ້າຍ ແຕ່ໄດ້ບອກວ່າກໍາລັງມຸ່ງເນັ້ນໄປທີ່ປະເດັນໜຶ່ງທີ່ບໍ່ໄດ້ຄຸກຄາມພຽງແຕ່ຊາວຍິວໂດຍສະເພາະ

ຂະນະທີ່ທະນາຍຄວາມຂອງ ອາເຟຍ ຊິດດີກີ ຢືນຢັນວ່າ ຄົນຮ້າຍບໍ່ແມ່ນຄົນໃນຄອບຄົວຂອງລາວ ແລະ ຈະປະນາມການກະທໍາອັນຊົ່ວຮ້າຍນີ້ອີກດ້ວຍ.

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...