spot_img
Homeຂ່າວພາຍ​ໃນລາຍງານສະພາບ ການແຜ່ລະບາດຂອງໂຄວິດ-19 ໃນລາວ 14 ມັງກອນ 2022

ລາຍງານສະພາບ ການແຜ່ລະບາດຂອງໂຄວິດ-19 ໃນລາວ 14 ມັງກອນ 2022

Published on

ຕາມການລາຍງານຂອງ ດຣ. ຣັດຕະນະໄຊ ເພັດສຸວັນ ໃນຕອນເຊົ້າ ວັນທີ 14 ມັອງກອນ 2022 ກ່ຽວກັບສະພາບລວມຂອງໂຄວິດ-19 ໃນລາວ ມີດັ່ງນີ້:

• ການແຜ່ລະບາດຂອງພະຍາດໂຄວິດ-19 ສາຍພັນໂອໄມຄຣອນ ໃນທົ່ວໂລກ ຈຳນວນຜູ້ຕິດເຊື້ອເພິ່ມຂຶ້ນແບບກ້າວກະໂດດ ແລະ ແຜ່ລະບາດຢ່າງໄວວາ ພ້ອມດຽວກັນ ກໍ່ຍັງສົ່ງຜົນກະທົບຕໍ່ລະບົບສາທາລະນະສຸກຂອງຫຼາຍໆປະເທດອີກດ້ວຍ.
• ສະເພາະ ປະເທດຂອງພວກເຮົາ ເຖິງແມ່ນວ່າ ຈະມີລາຍການການກວດພົບໂອໄມຄຣອນຈາກກໍລະນີນຳເຂົ້າ ແຕ່ບໍ່ທັນມີລາຍງານ ກວດພົບໂອໄມຄຣອນພາຍໃນປະເທດຂອງເຮົາເທື່ອ, ແຕ່ພວກເຮົາໝົດທຸກຄົນ ກໍ່ບໍ່ຄວນປະໝາດ ແລະ ຫຼະເຫຼິງ ຕ້ອງມີສະຕິລະວັງຕົວ ແລະ ເຂັ້ມງວດ ໃນການປ້ອງກັນຕົນເອງ ເພາະເປັນວິທີພື້ນຖານທີ່ດີທີ່ສຸດ ແລະ ຄວນໃຫ້ຄວາມສຳຄັນ ໃນການປະຕິບັດຢ່າງຖືກຕ້ອງ ເພື່ອຫຼຸດຜ່ອນຄວາມສ່ຽງ ທີ່ຈະຕິດເຊື້ອໃນຊຸມຊົນ, ຄຽງຄູ່ກັນນັ້ນ ກໍ່ຕ້ອງໝັ່ນສັງເກດອາການຂອງຕົນເອງຢ່າງເປັນປະຈຳ.

• ສິ່ງທີ່ຄວນປະຕິບັດ ເມື່ອທ່ານກັກໂຕ ຢູ່ເຮືອນ ຫຼື ສະຖານທີ່ພັກເຊົາຂອງຕົນ (Home Isolation):
– ກິນເຂົ້າຄົນດຽວ ແລະ ຄວນແຍກເຄື່ອງໃຊ້ສ່ວນຕົວ ກັບ ສະມາຊິກໃນຄອບຄົວ
– ງົດການອອກຈາກບ້ານ ຕະຫຼອດເວລາ
– ໃຊ້ຫ້ອງນ້ຳແຍກຈາກຄົນອື່ນ ກໍລະນີບໍ່ສາມາດແຍກໄດ້ ໃຫ້ໃຊ້ຫ້ອງນ້ຳເປັນຄົນສຸດທ້າຍ, ປິດຝາຊັກໂຄກກ່ອນກົດໄລນ້ຳທຸກຄັ້ງ ແລະ ເຮັດຄວາມສະອາດຈຸດທີ່ສຳຜັດ ເຊັ່ນ: ປຸ່ມກົດຊັກໂຄກ, ກ໋ອກນ້ຳ ແລະ ບໍລິເວນອື່ນໆ ດ້ວຍນ້ຳຢາຂ້າເຊື້ອທັນທີ
– ຄວນໃສ່ຜ້າປິດປາກ-ດັງ ຕະຫຼອດເວລາ ທີ່ຕ້ອງພົບ ຫຼື ໂອ້ລົມກັບ ຍາດຕິພີ່ນ້ອງ ແລະ ຜູ້ດູແລ ພ້ອມດຽວກັນ ກໍ່ຕ້ອງຮັກສາໄລຍະຫ່າງ ຢ່າງໜ້ອຍໃຫ້ໄດ້ 1 ແມັດຂຶ້ນໄປ
– ງົດການໃຫ້ບຸກຄົນອື່ນມາຢ້ຽມ ຢູ່ເຮືອນ ໃນໄລຍະທີ່ທ່ານກັກໂຕຢູ່
– ລ້າງມືດ້ວຍສະບູ່ ແລະ ນ້ຳສະອາດ ຫຼື ເຈວທີ່ມີສ່ວນຜະສົມຂອງທາດເຫຼົ້າ ເປັນປະຈຳ
– ແຍກເຄື່ອງຊັກຕາງຫາກ ຕາກແດດໃຫ້ແຫ້ງ ເພື່ອຂ້າເຊື້ອ
– ແຍກຖ້ວຍ, ບ່ວງ, ຈອກ ແລະ ນ້ຳຢາລ້າງຖ້ວຍ ຕາງຫາກ
– ຖິ້ມ ຜ້າປິດປາກ-ດັງ, ເຈ້ຍທິດຊູ່ ທີ່ໃຊ້ແລ້ວ ໃສ່ຖົງຂີ້ເຫຍື້ອຕາງຫາກ ແລະ ປິດປາກຖົງຂີ້ເຫຍື້ອໃຫ້ແໜ້ນ
– ສຳລັບ ຜູ້ດູແລ ຫາກມີຄວາມຈຳເປັນຕ້ອງໂອ້ລົມ ກັບ ຜູ້ທີ່ກັກໂຕ ໃຫ້ໃສ່ຜ້າປິດປາກ-ດັງ ຕະຫຼອດເວລາ​, ຮັກສາໄລຍະຫ່າງ 1 ແມັດຂຶ້ນໄປ, ໝັ່ນລ້າງມືດ້ວຍສະບູ່ ແລະ ນ້ຳສະອາດ ຫຼື ເຈວທີ່ມີສ່ວນຜະສົມຂອງທາດເຫຼົ້າເລື້ອຍໆ. ສ່ວນການຈັດສົ່ງອາຫານ ແລະ ນ້ຳດື່ມ ອາດໃຊ້ວິທີ ແຂວນໄວ້ທີ່ລູກບິດປະຕູໜ້າຫ້ອງແທນ.

• ກ່ອນຈະຈົບການຖະແຫຼງຂ່າວໃນມ້ືນ້ີ້ ຂໍແຈ້ງໃຫ້ບັນດາທ່ານຊາບວ່າ ມາຮອດມື້ນີ້ ທົ່ວປະເທດ ສັກວັກຊີນສະສົມທັງໝົດ:
– ເຂັມ1 ໄດ້ 4,643,202 ຄົນ (ກວມເອົາ 63.28 %)
– ທຸກເຂັມທີ່ແນະນໍາ 3,786,147 ຄົນ (ກວມເອົາ 51.60 %)
– ອາຍຸ 12-17 ປີ ໄດ້ 497,036 ຄົນ (ເຂັ້ມ 1 ມີ 57.4%)

• ພວກເຮົາຍັງຈະຕ້ອງດຳລົງຊີວິດຢູ່ຮ່ວມກັບພະຍາດໂຄວິດ-19 ໄປອີກດົນພໍສົມຄວນ,​ ຂ້າພະເຈົ້າເຊື່ອໝັ້ນວ່າ ບົນພື້ນຖານ ຄວາມສາມັກຄີເປັນຈິດໜຶ່ງໃຈດຽວກັນ ຈະເຮັດໃຫ້ປະເທດຂອງພວກເຮົາສາມາດກ້າວຂ້າມຜ່ານວິກິດນີ້ໄປດ້ວຍກັນ.

ບົດຄວາມຫຼ້າສຸດ

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...