Homeຂ່າວຕ່າງປະເທດເກີດເຫດສະຫຼົດ ໄຟໄໝ້ຮຸນແຮງທີ່ລັດ Pennsylvania ເສຍຊີວິດທັງໝົດ 13 ສົບ

ເກີດເຫດສະຫຼົດ ໄຟໄໝ້ຮຸນແຮງທີ່ລັດ Pennsylvania ເສຍຊີວິດທັງໝົດ 13 ສົບ

Published on

ເກີດເຫດໄຟໄໝ້ຮຸນແຮງໃນເຂດ Falmouth ເມືອງ Philadephia ຢູ່ທີ່ລັດ Pennsylvania ໃນຕອນເຊົ້າທີ່ຜ່ານມາ ເສຍຊີວິດທັງໝົດ 13 ສົບ ໃນນັ້ນມີເດັກນ້ອຍ 7 ສົບ ແລະ ໜຶ່ງໃນນັ້ນມີເດັກນ້ອຍອາຍຸພຽງ 1 ປີເທົົ່ານັ້ນ. ຂະນະທີ່ມີຜູ້ຕິດຢູ່ຂ້າງໃນໄດ້ໜີເອົາຊີວິດລອດອອກມາໄດ້ 8 ຄົນ ແລະ ມີຜູ້ບາດເຈັບໄດ້ຖືກນໍາໂຕສົ່ງໂຮງໝໍອີກ 2 ຄົນ.

ເຈົ້າໜ້າທີ່ດັບເພີງໄດ້ກ່າວວ່າ ຍັງຄົງເລັ່ງຄົ້ນຫາພາຍໃນອາຄານ ເພາະຄິດວ່າອາດຈະມີຜູ້ເສຍຊີວິດ ແລະ ໄດ້ຮັບບາດເຈັບຫຼາຍກວ່ານີ້ ເນື່ອງຈາກບ້ານທີ່ຖືກໄຟໄໝ້ມີຄົນພັກອາໄສປະມານ 26 ຄົນ ແຕ່ຂະນະທີ່ເກີດເຫດສັນຍານເຕືອນທີ່ຕິດຕັ້ງທັງໝົດ 4 ບ່ອນແມ່ນໃຊ້ການບໍ່ໄດ້.

ຖືໄດ້ວ່າເປັນເຫດໄຟໄໝ້ຄັ້ງດຽວທີ່ເກີດຄວາມສູນເສຍຫຼາຍທີ່ສຸດໃນຮອບສະຕະວັດ ຂອງເມືອງ Philadephia ເຊິ່ງສາເຫດຂອງໄຟໄໝ້ນັ້ນຍັງຫາຂໍ້ສະຫຼຸບທີ່ຊັດເຈນບໍ່ທັນໄດ້ ແລະ ຈະເລັ່ງສອບສວນຕໍ່ໄປ, ໂດຍຫຼັງເກີດເຫດ ປະຊາຊົນທີ່ຢູ່ບໍລິເວນໃກ້ຄຽງທີ່ຮູ້ຂ່າວກໍໄດ້ຈູດທຽນ ແລະ ວາງດອກໄມ້ເພື່ອໄວ້ອາໄລໃຫ້ແກ່ຜູ້ເສຍຊີວິດຈໍານວນຫຼາຍ.

ຂໍ້ມູນຈາກ: thairath

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...