spot_img
Homeຂ່າວຕ່າງປະເທດ1 ໃນ 2 ລ້ານ! ແອນ້ອຍຝາແຝດເກີດຫ່າງກັນ 15 ນາທີ ແຕ່ເກີດຄົນລະປີ!

1 ໃນ 2 ລ້ານ! ແອນ້ອຍຝາແຝດເກີດຫ່າງກັນ 15 ນາທີ ແຕ່ເກີດຄົນລະປີ!

Published on

ວັນທີ 1 ມັງກອນ 2022 ໄດ້ມີເລື່ອງລາວສຸດປະທັບໃຈຂອງຄອບຄົວໜຶ່ງໃນລັດແຄລິຟໍເນຍ ຢູ່ທີ່ອາເມລິກາ ທີ່ໄດ້ຕ້ອນຮັບສະມາຊິກໃໝ່ເປັນແອນ້ອຍຝາແຝດຕ່າງໄຂ່ ຫຼື ແຝດທຽມ ເຊິ່ງເກີດຫ່າງກັນ 15 ນາທີ ໃນຄືນສົ່ງທີ່ທ້າຍປີເກົ່າຕ້ອນຮັບປີໃໝ່ ຢູ່ທີ່ Natividad Medical Center.

ກາຍເປັນຝາແຝດທີ່ເກີດຄົນລະມື້ ຄົນລະເດືອນ ແລະ ຄົນລະປີ ໂດຍແຝດອ້າຍມີຊື່ວ່າ Alfredo Antonio Trujillo  ເກີດເວລາ 23:45 ນາທີ ຂອງວັນທີ 31 ທັນວາ 2021, ສ່ວນແຝດນ້ອງ (ຍິງ) ມີຊື່ວ່າ Aylin Yolanda Trujillo ເກີດໃນອີກ 15 ນາທີຕໍ່ມາ ເຊິ່ງກົງກັບວັນທີ 1 ມັງກອນ ປີ 2022. ໂດຍແຝດອ້າຍມີນໍ້າໜັກຫຼັງເກີດ 2,7 ກິໂລກຣັມ, ແຝດນ້ອງ 2,2 ກິໂລກຣັມ

ຖະແຫຼງການຈາກໂຮງໝໍ ລະບຸວ່າ ແຕ່ລະປີໄດ້ມີຝາແຝດເກີດຢູ່ທີ່ອາເມລິກາ 120,000 ຄູ່ ໄລ່ເປັນ 3% ຂອງແອນ້ອຍທັງໝົດທີ່ເກີດໃນອາເມລິກາ ແຕ່ໂອກາດທີ່ຝາແຝດຈະເກີດຄົນລະມື້ກັນນັ້ນມີໜ້ອຍຫຼາຍ ເກີດຂຶ້ນພຽງແຕ່ 1 ໃນ 2 ລ້ານເທົ່ານັ້ນ.

ຂໍ້ມູນຈາກ: nbc

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...