spot_img
Homeຂ່າວຕ່າງປະເທດມາໃໝ່ອີກແລ້ວ! ຝຣັ່ງກວດພົບເຊື້ອໂຄວິດ-19 ສາຍພັນໃໝ່ ທີ່ມີຊື່ວ່າ IHU

ມາໃໝ່ອີກແລ້ວ! ຝຣັ່ງກວດພົບເຊື້ອໂຄວິດ-19 ສາຍພັນໃໝ່ ທີ່ມີຊື່ວ່າ IHU

Published on

ນັກວິທະຍາສາດ ແລະ ຜູ້ຊຽວຊານໃນຝຣັ່ງ ກໍາລັງຈັບຕາເບິ່ງ IHU ໂຄວິດ-19 ສາຍພັນໃໝ່ ທີ່ຫາກໍກວດພົບໃນຊ່ວງ 2-3 ມື້ທີ່ຜ່ານມາ.

ໄວຣັສສາຍພັນນີ້ມີຊື່ເອີ້ນວ່າ IHU ຖືກຄົ້ນພົບໂດຍນັກວິຊາການຈາກສະຖາບັນ IHU Mediterranee Infection ເຊິ່ງກວດພົບຈາກຜູ້ຕິດເຊື້ອ 12 ກໍລະນີ ທີ່ຢູ່ເມືອງມາເຊ ປະເທດຝຮັ່ງ ຕາມການລາຍງານຂອງ Business Insider. ນັກວິໄຈກ່າວວ່າ ສາຍພັນຊະນິດນີ້ມີຊື່ໃນທາງວິທະຍາສາດວ່າ B.1.640.0 ມີການກາຍພັນມາແລ້ວ 46 ຄັ້ງ. ຢ່າງໃດກໍຕາມ, ຍັງບໍ່ມີການກວດພົບສາຍພັນນີ້ຢູ່ນອກປະເທດຝຣັ່ງເທື່ອ, ອົງການອານະໄມໂລກຍັງບໍ່ໄດ້ລະບຸວ່າເປັນສິ່ງທີ່ໜ້າກັງວົນ.

ເຊື້ອໄວຣັສສາຍພັນ IHU ແມ່ນຈະແຜ່ເຊື້ອໄດ້ງ່າຍ ແລະ ສາມາດແຜ່ສູ່ຄົນໄດ້ຫຼາຍຂຶ້ນ ແຕ່ກໍຍັງບໍ່ມີຂໍ້ສະຫຼຸບວ່າອາການຈະແຕກຕ່າງໄປຈາກເຊື້ອ ໂຄວິດ-19 ສາຍພັນອື່ນໆ ຫຼື ບໍ່

Eric Feigl-Ding ນັກວິທະຍາສາດທີ່ມີຊື່ສຽງໄດ້ກ່າວໃນບັນຊີ Twitter ຂອງເຂົາວ່າ “ໃນປັດຈຸບັນ, ເຊື້ອໂຄວິດ-19 ໄດ້ມີສາຍພັນໃໝ່ໆ ຈໍານວນຫຼາຍທີ່ຖືກຄົ້ນພົບຢູ່ຕະຫຼອດ ແຕ່ກໍບໍ່ໄດ້ໝາຍຄວາມວ່າພວກມັນຈະອັນຕະລາຍເພີ່ມຂຶ້ນສະເໝີໄປ, ສິ່ງທີ່ເຮັດໃຫ້ໄວຣັສສາຍພັນໃໝ່ເປັນທີ່ຮູ້ຈັກ ແລະ ອັນຕະລາຍຫຼາຍຂຶ້ນຄືຄວາມສາມາດໃນການແຜ່ເຊື້ອໄດ້ໄວຂຶ້ນ ທີ່ແຕກຕ່າງຈາກເກົ່ານັ້ນເອງ”

ຂໍ້ມູນຈາກ: DeseretNews

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...