spot_img
Homeຂ່າວພາຍ​ໃນລາວໄດ້ຮັບວັກຊີນໄຟເຊີ້ (Pfizer) ເພີ່ມ 1,704,690 ໂດສ

ລາວໄດ້ຮັບວັກຊີນໄຟເຊີ້ (Pfizer) ເພີ່ມ 1,704,690 ໂດສ

Published on

ຖືວ່າເປັນຂ່າວດີຕ້ອນຮັບປີໃໝ່ຂອງປະຊາຊົນລາວເຮົາ ທີ່ໄດ້ຮັບການຊ່ວຍເຫຼືອດ້ານວັກຊີນໄຟເຊີ້ ຈຳນວນ 1,704,690 ໂດສ ເຊິ່ງເປັນການຊ່ວຍເຫຼືອຈາກສະຫະລັດອາເມລິກາ ແລະ ລັດຖະບານອົດສະຕຣາລີ.

ໃນວັນທີ 2 ມັງກອນ 2022 ທີ່ຜ່ານມາ, ສປປ ລາວ ໄດ້ຮັບຢາວັກຊີນປ້ອງກັນພະຍາດ ໂຄວິດ-19 Pfizer BioNTech ຊຸດໃໝ່ ເຊິ່ງເປັນການຊ່ວຍເຫຼືອຈາກລັດຖະບານສະຫະລັດອາເມລິກາຜ່ານ COVAX Facility ເຊີ່ງແມ່ນການຮ່ວມມືກັນລະຫວ່າງ ອົງການກາວີ (Gavi), ອົງການພັນທະມິດຮ່ວມມືດ້ານນະວັດຕະກໍາເພື່ອຮັບມືກັບພະຍາດລະບາດ (CEPI) ແລະ ອົງການອະນາໄມໂລກ (WHO), ໂດຍມີ ອົງການຢູນິເຊັບ ເປັນຄູ່ຮ່ວມງານສຳຄັນໃນການຈັດສົ່ງ.

ວັກຊີນ Pfizer BioNTech ເເມ່ນໄດ້ຮັບຮອງວ່າປອດໄພ ແລະ ມີປະສິດທິພາບໂດຍອົງການອະນາໄມໂລກເເລ້ວ ເເລະ ຍັງເປັນວັກຊີນປ້ອງກັນພະຍາດ ໂຄວິດ-19 ທຳອິດທີ່ອະນຸມັດໂດຍ ອົງການອະນາໄມໂລກ ໃຫ້ນຳໃຊ້ກັບກຸ່ມຄົນອາຍຸ 12 ປີ ຂຶ້ນໄປ. ການຈັດສົ່ງວັກຊີນລ້າສຸດນີ້ໂດຍ ສະຫະລັດອາເມລິກາ ເເມ່ນປະກອບດ້ວຍວັກຊີນ Pfizer BioNTech ຈໍານວນ 799,110 ໂດສ໌. ວັກຊີນຈຳນວນດັ່ງກ່າວເປັນຊຸດທໍາອິດຈາກຈຳນວນທັງໝົດຂອງການຊ່ວຍເຫຼືອວັກຊິນຄັ້ງລ້າ​ສຸດຈາກ ສະຫະລັດອາເມລິກາ ໃຫ້ເເກ່ ສປປ ລາວ, ໂດຍຈຳນວນທັ້ງໝົດຂອງວັກຊີນທັ້ງສອງຊຸດແມ່ນ 1,698,840 ໂດສ໌ເເລະ ຄາດວ່າວັກຊີນຊຸດທີສອງ, ຈໍານວນ 899,730 ໂດສ໌ ແມ່ນຈະມາຮອດ ສປປ ລາວ ໃນກາງເດືອນມັງກອນ 2022.

ວັນທີ  02 ມັງກອນ​ 2022 ຜ່ານມາ, ສປປ ລາວ ໄດ້ຮັບວັກຊີນປ້ອງ​ກັນໂຄວິດ-19  “Pfizer BioNTech” ຈາກລັດຖະບານອົດສະຕາລີ ຈຳນວນ 905,580 ໂດສ ຊຶ່ງເປັນການຊ່ວຍເຫຼືອສອງຝ່າຍຈາກລັດຖະບານອົດສະຕາລີ ໃຫ້ເເກ່ ລັດຖະບານ ສປປ ລາວ ໂດຍມີການຈັດສົ່ງຜ່ານ ອົງການຢູນິເຊັບ.

ເຊິ່ງກະຊວງສາທາລະນະສຸກ ໄດ້ໃຫ້ກຽດຕ້ອນຮັບວັກຊີນເຫຼົ່ານີ້ ທີ່ສະໜາມບິນສາກົນວັດໄຕ ພ້ອມດ້ວຍທ່ານ ແດນ ເຮວເດິນ, ອຸປະທູດອົດສະຕຣາລີ ແລະ ທ່ານນາງ ລີໂອເຕັສ ເຮລິນ, ວ່າການແທນຜູ້ຕາງໜ້າ ອົງການຢູນິເຊັບ ປະຈຳ ສປປ ລາວ.

 

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...