Homeຂ່າວຕ່າງປະເທດອິນໂດເນເຊຍ ເລັ່ງຕິດຕາມກຸ່ມສໍາຜັດໃກ້ຊິດກັບຜູ້ຕິດເຊື້ອໂຄວິດ-19 ໂອໄມຄຣອນພາຍໃນປະເທດ

ອິນໂດເນເຊຍ ເລັ່ງຕິດຕາມກຸ່ມສໍາຜັດໃກ້ຊິດກັບຜູ້ຕິດເຊື້ອໂຄວິດ-19 ໂອໄມຄຣອນພາຍໃນປະເທດ

Published on

ເວັບໄຊ້ຂ່າວຕ່າງປະເທດ ໄດ້ລາຍງານວ່າ: ໃນວັນທີ 28 ທັນວາ 2021 ປະເທດອິນໂດເນເຊຍພົບຜູ້ຕິດເຊື້ອໂຄວິດ-19 ສາຍພັນໃໝ່ ໂອໄມຄຣອນ ເປັນຄົນທໍາອິດໃນປະເທດ ທີ່ຖືເປັນຜູ້ຕິດເຊື້ອຄົນທໍາອິດທີ່ບໍ່ມີປະຫວັດການເດີນທາງອອກນອກປະເທດ ໃນຕອນນີ້ທາງເຈົ້າໜ້າທີ່ສາທາລະນະສຸກອິນໂດເນເຊຍກໍາລັງຕິດຕາມຫາຜູ້ສໍາຜັດໃກ້ຊິດ ເພື່ອສະກັດກັ້ນການແຜ່ລະບາດຂອງໂຄວິດ-19 ໂອໄມຄຣອນ.

ເຈົ້າໜ້າທີ່ກະຊວງສາທາລະນະສຸກຂອງອິນໂດເນເຊຍໄດ້ອອກມາຊີ້ແຈງວ່າ ພົບຜູ້ຕິດເຊື້ອໂຄວິດ-19 ໂອໄມຄຣອນໃນປະເທດ ເປັນຄົນທໍາອິດ ເປັນຜູ້ຊາຍ ອາຍຸ 37 ປີ ເຊິ່ງເດີນທາງມາຈາກເມືອງເມດັນ ເມືອງທີ່ໃຫຍ່ທີ່ສຸດທີ່ຢູ່ໃນແຂວງ ສຸມາດຕາເໜືອ ແລະ ໄດ້ໄປກິນເຂົ້າໃນຮ້ານອາຫານແຫ່ງໜຶ່ງໃນຈາກາຕາ ໃນຕົ້ນເດືອນທັນວາທີ່ຜ່ານມາ.

ນອກຈາກນັ້ນ, ຜູ້ຕິດເຊື້ອຄົນນີ້ບໍ່ເຄີຍມີປະຫວັດເດີນທາງໄປຕ່າງປະເທດໃນໄລຍະທີ່ຜ່ານມາ ແລະ ບໍ່ໄດ້ຕິດຕໍ່ໂອ້ລົມກັບຄົນຕ່າງຊາດ ແລະ ເປັນການຕິດເຊື້ອທີ່ບໍ່ສະແດງອາການ ແລະ ຖືກກັກໂຕໃນສະຖານກັກໂຕໃນເມືອງຈາກາຕາ. ທັ້ງນີ້ ປະເທດອິນໂດເນເຊຍ ເປັນປະເທດທີ່ມີປະຊາກອນຫຼາຍທີ່ສຸດເປັນອັນດັບທີ 4 ຂອງໂລກ ໂດຍມີຈໍານວນປະຊາກອນປະມານ 270 ລ້ານຄົນ ແລະ ພົບຜູ້ຕິດເຊື້ອໂຄວິດ-19 ໂອໄມຄຣອນທີ່ເດີນທາງມາຈາກຕ່າງປະເທດແລ້ວ 47 ຄົນ.

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...