spot_img
Homeຂ່າວຕ່າງປະເທດອົດສະຕຣາລີ ພົບຜູ້ເສຍຊີວິດຈາກການຕິດເຊື້ອໂຄວິດ-19 “ໂອໄມຄຣອນ” ເປັນຄົນທໍາອິດຂອງປະເທດ

ອົດສະຕຣາລີ ພົບຜູ້ເສຍຊີວິດຈາກການຕິດເຊື້ອໂຄວິດ-19 “ໂອໄມຄຣອນ” ເປັນຄົນທໍາອິດຂອງປະເທດ

Published on

ເວັບໄຊ້ຂ່າວຕ່າງປະເທດ ໄດ້ລາຍງານວ່າ: ອົດສະຕຣາລີພົບຜູ້ເສຍຊີວິດຈາກພະຍາດໂຄວິດ-19 ສາຍພັນໂອໄມຄຣອນ ເປັນຄົນທໍາອິດຂອງປະເທດ ໂດຍເປັນຜູ້ຕິດເຊື້ອເພດຊາຍ ມີອາຍຸ 80 ປີ, ໄດ້ສັກວັກຊີນຄົບ ແລະ ມີພະຍາດປະຈໍາໂຕ ເຊິ່ງຕິດເຊື້ອໂຄວິດ-19 ສາຍພັນໂອໄມຄຣອນຈາກບ້ານພັກຜູ້ເຖົ້າ ກ່ອນທີ່ຈະເສຍຊີວິດໃນໂຮງໝໍຂອງເມືອງຊິດນີ.

ເຖິງແມ່ນວ່າປະເທດອົດສະຕຣາລີຈະພົບຜູ້ຕິດເຊື້ອໂຄວິດ-19 ສາຍພັນໂອໄມຄຣອນພາຍໃນປະເທດ ແຕ່ກໍຍັງບໍ່ມີການປະກາດລັອກດາວ ເນື່ອງຈາກມີຈໍານວນຜູ້ຕິດເຊື້ອທີ່ປິ່ນປົວໃນໂຮງໝໍແມ່ນຍັງມີໜ້ອຍ.

ສ່ວນທາງດ້ານລັດຖະມົນຕີກະຊວງສາທາລະນະສຸກຂອງປະເທດອົດສະຕຣາລີໄດ້ບອກວ່າ ລັດຖະບານອົດສະຕຣາລີຢູ່ລະຫວ່າງການພິຈາລະນາຜ່ອນຜັນມາດຕະການການກັກໂຕຂອງເຈົ້າໜ້າທີ່ສາທາລະນະສຸກ ເນື່ອງຈາກຕ້ອງປະເຊີນກັບບັນຫາຂາດແຄນບຸກຄະລາກອນທາງການແພດ.

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...