spot_img
Homeຂ່າວພາຍ​ໃນຂໍ້ມູນຜູ້ເສຍຊີວິດໃໝ່ ວັນທີ 28 ທັນວາ 2021

ຂໍ້ມູນຜູ້ເສຍຊີວິດໃໝ່ ວັນທີ 28 ທັນວາ 2021

Published on

ລາຍງານກ່ຽວກັບ ຜູ້ເສຍຊີວິດໃໝ່ 14 ຄົນ, ລາຍລະອຽດດັ່ງນີ້:
1. ເພດຍິງ, ອາຍຸ 31ປີ ອາຊີບ: ແມ່ເຮືອນ, ບ້ານ ມັດຈົງໃຫຍ່, ເມືອງ ປາກແບ່ງ, ແຂວງ ອຸດົມໄຊ (ນັບເປັນຄົນເຈັບເສຍຊີວິດ ນະຄອນຫຼວງ)
– ພະຍາດປະຈຳໂຕ : ໄຂ່ຫຼັງຊຸດໂຊມ, ເຄີຍເປັນວັນນະໂລກປອດ
– ບໍ່ໄດ້ສັກຢາວັກຊີນປ້ອງກັນໂຄວິດ
2. ເພດຊາຍ, ອາຍຸ 72 ປີ, ບ້ານ ນໍ້າພ້າວ, ເມືອງ ວັງວຽງ, ແຂວງ ວຽງຈັນ (ນັບເຂົ້າເປັນຄົນເຈັບເສຍຊີວິດຂອງ ນະຄອນຫຼວງ)
– ພະຍາດປະຈຳໂຕ : ຄວາມດັນເລືອດສູງ ແລະ ເບົາຫວານ
– ບໍ່ໄດ້ສັກຢາວັກຊີນປ້ອງກັນໂຄວິດ
3. ເພດຊາຍ, ອາຍຸ 72ປີ ບ້ານ ນາທົ່ມ ເມືອງ ໄຊທານີ ນະຄອນຫຼວງວຽງຈັນ
– ພະຍາດປະຈຳໂຕ : ຄວາມດັນເລືອດສູງ, ເບົາຫວານ ແລະ ເຄິຍເປັນວັນນະໂລກປອດ
– ສັກຢາວັກຊີນຄົບ Astra Zeneca
4. ເພດຍິງ, ອາຍຸ 81 ປີ, ບ້ານ ຜາງແຫ້ງ, ເມືອງນາຊາຍທອງ, ນະຄອນຫຼວງວຽງຈັນ
– ພະຍາດປະຈຳໂຕ: ບໍ່ມີຂໍ້ມູນ
– ສັກຢາວັກຊີນ 1 ເຂັມ J&J
5. ເພດຍິງ, ອາຍຸ 23 ປີ, ບ້ານວຽງແກ້ວ, ເມືອງວັງວຽງ,​ ແຂວງ ວຽງຈັນ (ນັບເປັນກໍລະນີນະຄອນຫຼວງວຽງຈັນ)
– ພະຍາດປະຈຳໂຕ: HIV positive
6. ເພດຍີງ 68 ປີ, ອາຊີບ ປະຊາຊົນ, ບ້ານປາງຄອນ, ເມືອງໄຊຍະບູລີ, ແຂວງໄຊຍະບູລີ
– ພະຍາດປະຈຳໂຕ: ອຳມະພາດ 4​ ປີ
– ບໍ່ໄດ້ສັກຢາວັກຊີນປ້ອງກັນໂຄວິດ
7. ເພດຍີງ 68 ປີ, ອາຊີບ ປະຊາຊາຊົນ, ບ້ານຫ້ວຍຊາຍຄຳ, ເມືອງປາກລາຍ, ໄຊຍະບູລີ
– ພະຍາດປະຈຳໂຕ: ເບົາຫວານ, ຄວາມດັນເລືອດສູງ, ຫົວໃຈຊຸດໂຊມ, ໄຂ່ຫລັງຊຸດໂຊມ
– ບໍ່ໄດ້ສັກວັກຊີນປ້ອງກັນໂຄວິດ
8. ເພດຊາຍ 87 ປີ, ອາຊີບ ປະຊາຊົນ, ບ້ານຕາລານ, ເມືອງໄຊຍະບູລີ
– ພະຍາດປະຈຳໂຕ: ອຳມະພາດ 5 ປີ, ອັກເສບປອດຊຳເຮື້ອ, ໄຂ່ຫຼັງຊຸດໂຊມ, ຫອບຫືດ
– ບໍ່ໄດ້ສັກວັກຊີນປ້ອງກັນໂຄວິດ
9. ເພດ​ຊາຍ, ອາຍຸ 40 ປີ, ອາຊີບ ປະຊາຊົນ, ບ້ານ​ໂພນ​ສະ​ອາດ, ເມືອງ​​ໄຊ​ຍະ​ບູ​ລີ, ແຂວງໄຊຍະບູລີ
– ພະຍາດປະຈຳໂຕ: ໄຂ່ຫຼັງ​ຊຸດ​ໂຊມ​ຊຳ​ເຮື້ອ
– ບໍ່​ໄດ້​ສັກ​ຢາ​ວັກ​ຊິນ​​ປ້ອງກັນໂຄວິດ
10. ເພດ​ຍິງ ອາຍຸ 114 ປີ,​ ບ້ານ ໃຫຍ່, ເມືອງໄຊຍະບູລີ, ແຂວງ ໄຊບະບູລີ
– ພະຍາດປະຈຳໂຕ: ບໍ່ມີ
– ບໍ່ໄດ້ສັກຢາວັກຊີນປ້ອງກັນໂຄວິດ
11. ເພດຊາຍ ອາຍຸ 85 ປີ, ບ້ານ ນາເລົາ, ເມືອງ​ໄຊຍະບູລີ, ແຂວງໄຊຍະບູລີ
– ພະຍາດປະຈຳໂຕ: ຄວາມດັນເລືອດສູງ, ປະດົງຂໍ່ ແລະ ຫົວໃຈຊຸດໂຊມ​
– ບໍ່ໄດ້ສັກຢາວັກຊີນປ້ອງກັນໂຄວິດ
12. ເພດຊາຍ, ອາຍຸ 67 ປີ, ບ້ານ ເນີນສະຫວ່າງ, ເມືອງ ນານ, ແຂວງ ຫຼວງພະບາງ (ແຕ່ມາປິ່ນປົວຢູ່ໂຮງໝໍແຂວງໄຊຍະບູລີ)
– ພະຍາດປະຈຳຕົວ: ໄຂ່ຫຼັງຊຸດໂຊມ ແລະ ຄວາມດັນເລືອດສູງ
– ໄດ້ສັກວັກຊີນ J & J
13. ເພດຊາຍ, ອາຍູ 43 ປີ, ອາຊີບ ພະນັກງານ, ບ້ານ ນາທອງ, ເມືອງ ຊຳເໜືອ, ແຂວງ ຫົວພັນ
– ບໍ່ມີພະຍາດປະຈຳໂຕ
– ໄດ້ສັກຢາວັກຊີນ 2 ເຂັມ ( ຊີໂນຟາມ)
14. ອາຍຸ 75 ປີ, ອາຊີບ ປະຊາຊົນ, ບ້ານ ຜາລະແວກ, ເມືອງຮົ່ມ, ແຂວງໄຊສົມບູນ
– ພະຍາດປະຈໍາໂຕ: ຄວາມດັນເລືອດສູງ, ເບົາຫວານ ແລະ ໄອຊຳເຮື້ອ
– ບໍ່ໄດ້ຮັບວັກຊີນປ້ອງກັນໂຄວິດ

ຂໍສະແດງຄວາມເສຍໃຈ ມານຳຄອບຄົວ ແລະ ຍາດຕິພີ່ນ້ອງ ທີ່ໄດ້ສູນເສຍຄົນທີ່ຮັກ ແລະ ເຄົາລົບ ມານະທີ່ນີ້ດ້ວຍ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...