Homeຂ່າວພາຍ​ໃນລັດຖະບານຣັດເຊຍທຸ້ມງົບ 12 ລ້ານໂດລາປັບປຸງໂຮງໝໍມິດຕະພາບໃນ ນວ ໃຫ້ທັນສະໄໝ

ລັດຖະບານຣັດເຊຍທຸ້ມງົບ 12 ລ້ານໂດລາປັບປຸງໂຮງໝໍມິດຕະພາບໃນ ນວ ໃຫ້ທັນສະໄໝ

Published on

ລັດຖະບານ​ສະຫະພັນຣັດ​ເຊຍ​ຈະ​ໃຊ້​ງົບປະມານ 12 ລ້ານ​ໂດ​ລາ​ສະຫະລັດ ເຂົ້າໃນການປັບປຸງໂຮງໝໍມິດຕະພາບ, ນະຄອນຫຼວງວຽງຈັນ ໃຫ້ທັນສະໄໝ ໂດຍປະຕິບັດ​ພາລະກິດປົດປ່ອຍ​ປະ​ເທດ​ລາວອອກຈາກ​ໝວດ “ປະ​ເທດ​ດ້ອຍ​ພັດທະນາ​ໃນ​ໂລກ”​ ໃນ​ປີ 2026, ພ້ອມ​ທັງ​ບັນລຸ​ເປົ້າ​ໝາຍ​ການ​ພັດທະນາ​ແບບ​ຍືນ​ຍົງ.

ວັນທີ 19 ທັນວາ 2021, ລັດຖະບານຂອງສະຫະພັນຣັດເຊຍ ໄດ້ອະນຸມັດການສຶກສາຄວາມເປັນໄປໄດ້ສໍາລັບການປັບປຸງທີ່ທັນສະໄໝຂອງໂຮງໝໍມິດຕະພາບຢ່າງຮອບດ້ານ, ກະກຽມໂດຍຫ້ອງການປະຈຳປະເທດສໍາລັບການບໍລິການໂຄງການຂອງອົງການສະຫະປະຊາຊາດ (UNOPS) ເຊິ່ງລັດຖະບານ​ສະຫະພັນຣັດ​ເຊຍ​ຈະ​ໃຊ້​ງົບປະມານ​ປະມານ 12 ລ້ານ​ໂດ​ລາ​ສະຫະລັດ, ຈະ​ປັບປຸງ​ລະບົບ​ສາທາລະນະສຸກຂອງ ສປປ ລາວ ຕື່ມ​ອີກ, ​ເສີມ​ຂະຫຍາຍ​ຄວາມ​ສາມາດ​ຕ້ານ​ການ​ຕິດ​ເຊື້ອ​ພະຍາດ​ ໂຄ​ໂຣນາ ​ສາຍ​ພັນ​ໃໝ່, ​ແລະ ປະຕິບັດ​ພາລະກິດປົດປ່ອຍ​ປະ​ເທດ​ລາວອອກຈາກ​ໝວດ “ປະ​ເທດ​ດ້ອຍ​ພັດທະນາ​ໃນ​ໂລກ”​ ໃນ​ປີ 2026, ພ້ອມ​ທັງ​ບັນລຸ​ເປົ້າ​ໝາຍ​ການ​ພັດທະນາ​ແບບ​ຍືນ​ຍົງ.

ໂຮງໝໍມິດຕະພາບ ຣັດເຊຍ-ລາວ ສ້າງຂຶ້ນໃນປີ 1990, ເພື່ອເປັນສ່ວນໜຶ່ງຂອງການຊ່ວຍເຫຼືອຂະໜາດໃຫຍ່ຮອບດ້ານ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງລາວ ເຊິ່ງໂຮງໝໍແຫ່ງນີ້ໄດ້ກາຍເປັນໜຶ່ງໃນບັນດາສັນຍາລັກຫຼັກ ຂອງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງປະຊາຊົນຣັດເຊຍ ແລະ ລາວ, ສາຍພົວພັນມິດຕະພາບອັນໃກ້ຊິດ ແລະຄວາມໄວ້ເນື້ອເຊື່ອໃຈຂອງການພົວພັນຄູ່ຮ່ວມມືຍຸດທະສາດທີ່ນັບມື້ນັບພັດທະນາ.

ຂໍ້ມູນຈາກ: ສະຖານທູດຣັດເຊຍປະຈຳລາວ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...