spot_img
Homeຂ່າວພາຍ​ໃນປະຫວັດຜູ້ເສຍຊີວິດຈາກໂຄວິດ-19 ປະຈໍາວັນທີ 25 ທັນວາ 2021

ປະຫວັດຜູ້ເສຍຊີວິດຈາກໂຄວິດ-19 ປະຈໍາວັນທີ 25 ທັນວາ 2021

Published on

ວັນທີ 24 ທັນວາ 2021, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊື້ອໂຄວິດ-19 ທັງໝົດ 11,248 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອ ທັງໝົດ 1,007 ຄົນ (ຕິດເຊື້ອພາຍໃນ ມີ 1,005 ຄົນ ແລະ ຕິດເຊື້ອນໍາເຂົ້າ 02 ຄົນ).

ຂໍ້ມູນໂດຍຫຍໍ້ກ່ຽວກັບ ການຕິດເຊື້ອພາຍໃນໃໝ່ ທັງໝົດ 1,005 ຄົນ ຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນ ມີລາຍລະອຽດ ດັ່ງນີ້:

  1. ນະຄອນຫຼວງ 500 ຄົນ
  2. ອຸດົມໄຊ 107 ຄົນ
  3. ຫຼວງພະບາງ 63 ຄົນ
  4. ບໍ່ແກ້ວ 57 ຄົນ
  5. ວຽງຈັນ 54 ຄົນ
  6. ຫຼວງນໍ້າທາ 46 ຄົນ
  7. ຜົ້ງສາລີ 28 ຄົນ
  8. ຊຽງຂວາງ 28 ຄົນ
  9. ບໍລິຄໍາໄຊ 24 ຄົນ
  10. ໄຊສົມບູນ 24 ຄົນ
  11. ຄໍາມ່ວນ 21 ຄົນ
  12. ສະຫັວນນະເຂດ 13 ຄົນ
  13. ຈໍາປາສັກ 13 ຄົນ
  14. ຫົວພັນ 9 ຄົນ
  15. ເຊກອງ 6 ຄົນ
  16. ສາລະວັນ 5 ຄົນ
  17. ໄຊຍະບູລີ 4 ຄົນ
  18. ອັດຕະປື 3 ຄົນ

 

ຮອດປັດຈຸບັນ ມີຜູ້ຕິດເຊື້ອສະສົມ ຢຸ່ໃນ ສປປ ລາວ ທັງໝົດ 105,380 ກໍລະນີ, ຄົນເຈັບຫາຍດີອອກໂຮງໝໍມື້ວານນີ້ 1,246 ຄົນ, ກໍາລັງປິ່ນປົວ 10,475 ຄົນ ແລະ ເສຍຊີວິດສະສົມທັງໝົດ 317 ຄົນ (ເສຍຊີວິດໃໝ່ 12 ຄົນ).

ຕໍ່ໄປຂ້າພະເຈົ້າຂໍລາຍງານກ່ຽວກັບ ຜູ້ເສຍຊີວິດໃໝ່ 12 ຄົນ, ລາຍລະອຽດດັ່ງນີ້:

1). ເພດຊາຍ 46 ປີ  ບ້ານ ດົງໂພສີ, ເມືອງ ຫາດຊາຍຟອງ, ແຂວງນະຄອນຫຼວງ

  • ພະຍາດປະຈໍາຕົວ: ພະຍາດຫືດຊໍ້າເຮື້ອ
  • ສັກຢາວັກຊີນ 2 ເຂັມ
  • ວັນທີ 23/12/21: ເວລາ 02:30 ຄົນເຈັບເສຍຊີວິດ

2). ເພດຊາຍ ອາຍຸ 58 ປີ ອາຊີບ ຊາວນາ ບ. ຄູນຄໍາ ມ. ຄູນຄໍາ  ຂ ຄໍາມ່ວນ (ນັບເປັນຄົນເຈັບ ເສຍຊີວິດຂອງ ນຄຫຼ)

  • ພະຍາດປະຈຳໂຕ : ຄວາມດັນເລືອດສູງ
  • ບໍ່ໄດ້ສັກຢາວັກຊີນ
  • ວັນທີ 21/12/21: ເວລາ: 17:00 ມ ຄົນເຈັບເຂົ້າມາໂຮງໝໍມິດຕະພາບ ດ້ວຍອາການຫາຍໃຈຝືດ, ໄອຫຼາຍ, ເມື່ອຍ, ນອນພຽງບໍ່ໄດ້ 4ມື້
  • ວັນທີ 24/12/2021: ເວລາ: 03 ໂມງ ຄົນເຈັບເສຍຊີວິດ

3). ເພດຊາຍ ອາຍຸ 68 ປີ, ບ້ານ ສີຖານເໜືອ, ເມືອງ ສີໂຄດຕະບອງ, ນະຄອນຫຼວງວຽງຈັນ

  • ພະຍາດປະຈຳຕົວ: ເບົາຫວານ
  • ສັກຢາວັກຊີນ 1 ເຂັມ
  • ແຕ່ວັນທີ 20/12/21 ຜູ້ກ່ຽວມີອາການຕັນດັງ ແລະ ນ້ຳມູກຍ່ອຍ
  • ວັນທີ 23/12/21: ໄດ້ກວດພົບເຊື້ອ COVID-19 ຢູ່ໂຮງໝໍມະໂຫສົດ
  • ຄົນເຈັບມີອາການເມື່ອຍ, ຫາຍໃຈຝືດ, ແໜ້ນໜ້າເອິກ
  • ວັນທີ 24/12/21: ເວລາ 9:45, ຄົນເຈັບໄດ້ເສຍຊີວິດ

4). ຊາຍ ອາຍຸ 56 ປີ ບ້ານ ດົງຫຼວງ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ

  • ພະຍາດປະຈຳຕົວ: ຄວາມດັນເລືອດສູງ
  • ສັກຢາວັກຊີນ 2 ເຂັມ
  • ວັນທີ 21/12/21: ໄດ້ເກັບຕົວຢ່າງກວດຫາເຊື້ອ COVID-19 ຢູ່ໂຮງໝໍ 103
  • ວັນທີ 22/12/21: ຜົນກວດອອກມາແມ່ນພົບເຊື້ອ,
  • ວັນທີ 23/12/21: ເວລາ 14:40, ຄົນເຈັບໄດ້ເສຍຊີວິດ

5). ເພດຊາຍ ອາຍຸ 82 ປີ ບ້ານ ດອນຕິ້ວ ເມືອງ ໄຊທານີ ນະຄອນຫຼວງວຽງຈັນ

  • ພະຍາດປະຈຳຕົວ: ຄວາມດັນເລືອດສູງ, ເບົາຫວານ, ພະຍາດຫືດ, ອັກເສບຂໍ່ກະດູກ
  • ບໍ່ໄດ້ສັກຢາວັກຊີນ
  • ວັນທີ 15/12/21: ຄົນເຈັບເຂົ້າໂຮງໝໍ 103 ດວ້ຍອາການໄຂ້, ໄອ, ຫາຍໃຈຍາກ, ແໜ້ນໜ້າເອິກ, ນອນຊຶມ ແລະ ລ່ອຍເຄິ່ງຊີກ
  • ວັນທີ 23/12/21: ເວລາ 12:55 ຄົນເຈັບໄດ້ເສຍຊີວິດ

6). ເພດຍິງ ອາຍຸ 58 ປີ.   ອາຊີບ:  ແມ່ເຮືອນ ,  ບ້ານ ຊາຍຈະເລີນ.  ເມືອງ ຫ້ວຍຊາຍ. ແຂວງ ບໍ່ແກ້ວ.

  • ວັນທີ 21 ທັນວາ 2021 ກວດພົບເຊື້ອ covid-
  • ວັນທີເຂົ້ານອນໂຮງໝໍ : 21 ທັນວາ 2021.
  • ພະຍາດປະຈໍາຕົວ : ເບົາຫວານ ສັກ Insulin
  • ບໍ່ໄດ້ສັກຢາກັນພະຍາດໂຄວິດ 19.
  • ວັນທີ 24/12/2021 ຄົນເຈັບເສຍຊີວິດ

7). ເພດຊາຍ ອາຍຸ 90 ປີ  ບ້ານ ໂພສີ  ນະຄອນຫລວງພະບາງ  ແຂວງຫຼວງພະບາງ

  • ພະຍາດປະຈຳຕົວ: ຄວາມດັນເລືອດສູງ, ພະຍາດຫືດ
  • ສັກວັກຊີນ 2 ເຂັມ
  • ວັນທີ 22/12/21: ກວດພະຍາດ COVID-19
  • ວັນທີ 23/12/21: ປະມານເວລາ 11:30 : ຄົນເຈັບເສຍຊີວິດ,
  1. ເພດຍິງ 70 ປີ ບ້ານ ວັດທາດ  ນະຄອນຫຼວງພະບາງ  ແຂວງຫຼວງພະບາງ
  • ເຂົ້າໂຮງໝໍ ວັນທີ່ 22/12/2021, RDT: Positive
  • ສັກວັກຊີນ 2 ເຂັມ
  • ເຂົ້າມາຍ້ອນມີອາການຫາຍໃຈຝືດ ນອນພຽງບໍ່ໄດ້ ກະວົນກະວາຍ
  • ວັນທີ່ 23.12.2021 ຄົນເຈັບອິດເມື່ອຍຫຼາຍ ຫາຍໃຈຫອບ
  • 12.2021 ເວລາ 5:00 ໂມງ ຄົນເຈັບເສຍຊີວິດ
  1. ເພດຍິງ ອາຍຸ 55 ປີ ບ້ານ ໂພສີ ນະຄອນຫຼວງພະບາງ  ແຂວງຫຼວງພະລາງ
    ເຂົ້າໂຮງໝໍ 23.12.2021, PDT: Positive,
    ສັກວັກຊີນ 2 ເຂັມ
    ພະຍາດປະຈໍາໂຕ ເບົາຫວານ, ຄວາມດັນເລືອດສູງ, ເລືອດຈາງ
    ເວລາ 20:40 ໂມງ ຄົນເຈັບບໍ່ຕອບສະໜອງ, ຄົນເຈັບເສຍຊີວິດ
  1. ເພດຊາຍ ອາຍຸ 49 ປີ ບ້ານ ປາກຫ້ວຍກາງ ມ ຈອມເພັດ  ແຂວງ ຫຼວງພະບາງ
  • ເຂົ້າໂຮງໝໍ 18.12.2021, RDT: Positive ,
  • ສັກວັກຊີນ 2 ເຂັມ
  • ປະຫວັດຜ່ານມາແຂວງແຮງດີ
  • ເຂົ້າໂຮງໝໍ ຍ້ອນເຈັບປັ້ນທ້ອງ+ ໄຂ້, ແລະ ຖ່າຍເປັນນ້ຳ 3 ຄັ້ງຢູ່ບ້ານ
  • ເວລາ 8:30ໂມງ ຄົນເຈັບມີອາການຊັກຈັງ ແລະ ມີອາການປ່ວງໄບໂລເລ ເວົ້າບໍ່ຮູ້ເລື່ອງ, ກ້ານຄໍແຂງ
  • ເວລາ 15:30 ຄົນເຈັບເສຍຊີວິດ
  1. ເພດຍິງ 56 ປີ ບ້ານ ຜານົມ   ນະຄອນຫຼວງພະບາງ   ແຂວງຫຼວງພະບາງ
  • ເຂົ້າໂຮງໝໍ ວັນທີ່: 16.12.2021, RDT: Positive ,
  • ບໍ່ໄດ້ສັກຢາກັນພະຍາດ
  • ເວລາ 3:00ໂມງ ຄົນເຈັບ ຄົນເຈັບເສຍຊີວິດ

12.ເພດຍິງ ອາຍຸ 85 ປີ  ບ້ານຊຽງທອງ  ນະຄອນຫລວງພະບາງ  ແຂວງຫຼວງພະບາງ

  • ເຂົ້າໂຮງໝໍ: 22.12.2021, RDT: Positive,
  • ສັກວັກຊີນ 2 ເຂັມ
  • ວັນທີ 24.12.2021 ຄົນເຈັບເສຍຊີວິດ

 

ບົດຄວາມຫຼ້າສຸດ

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...

ຕ້ອນຮັບຢ່າງອົບອຸ່ນ! ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໃນວັນທີ 16 ຕຸລາ 2025 ນີ້, ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ...

ຍທຂ ຈະສຸມໃສ່ວຽກງານເຄຫາ-ຜັງເມືອງ ນໍ້າປະປາຕາມແຜນພັດທະນາແບບຍືນຍົງ

ວຽກງານເຄຫາ ແລະ ຜັງເມືອງ, ວຽກງານນໍ້າປະປາ ກໍເປັນວຽກງານສໍາຄັນທີ່ພັກ-ລັດ ກໍຄືກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໃຫ້ຄວາມສໍາຄັນ ແລະ ຈະສືບຕໍ່ສຸມໃສ່ແກ້ໄຂ ເພື່ອເຮັດໃຫ້ວຽກງານດັ່ງກ່າວບັນລຸຄາດໝາຍຕາມແຜນພັດທະນາແບບຍືນຍົງ. ສະຫາຍ ເຫຼັກໄຫຼ...

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...