Homeເກັບຕົກ-ເລື່ອງແປກປາຕິຫານ! ຕາບອດຕັ້ງແຕ່ນ້ອຍ ກັບມາເບິ່ງເຫັນອີກຄັ້ງ ຫລັງຫົວໂຂກໃສ່ໂຕະ!

ປາຕິຫານ! ຕາບອດຕັ້ງແຕ່ນ້ອຍ ກັບມາເບິ່ງເຫັນອີກຄັ້ງ ຫລັງຫົວໂຂກໃສ່ໂຕະ!

Published on

Lisa-Reed-from-Auckland-in-New-Zealand-had-her-vision-restored-at-24

 

ເລື່ອງປາຕິຫານ ປານກັບນິຍາຍໃນຮູບເງົາ ເມື່ອຍິງຊາວນິວຊີແລນ ເຊິ່ງຕາບອດມາຕັ້ງແຕ່ນ້ອຍ ກັບມາເບິ່ງເຫັນ

ໄດ້ ຫລັງຫົວໂຂກໃສ່ໂຕະ.

 

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 1 ພະຈິກຜ່ານມານີ້ວ່າ ຍິງຊາວນິວຊີແລນ ເຊິ່ງຕາບອດມາຕັ້ງແຕ່ນ້ອຍ

ສາມາດກັບມາເບິ່ງເຫັນໄດ້ອີກເທື່ອໜຶ່ງ ຫລັງຈາກທີ່ຫົວຂອງນາງໄປໂຂກໃສ່ກັບໂຕະກາເຟ.

 

ນາງ ລີຊາ ຣີດ ອາຍຸ 38 ປີ ສູນເສຍການເບິ່ງເຫັນໄປຢ່າງສິ້ນເຊີງ ຕັ້ງແຕ່ອາຍຸໄດ້ 11 ປີ ຈາກພາວະເນື້ອງອກກົດທັບ

ເສັ້ນປະສາດຕາ ໂດຍຕະຫລອດເວລາຜ່ານມາ ນາງຕ້ອງໃຊ້ໝາເປັນຜູ້ນຳທາງ ແທນດວງຕາຂອງນາງ ຈົນເຖິງມື້

ໜຶ່ງກໍເກີດມີປາຕິຫານເກີດຂຶ້ນ ໃນລະຫວ່າງທີ່ ລິຊ່າ ກຳລັງກົ້ມລົງຈູບໝາຂອງນາງ ຫົວຂອງນາງກໍໄປໂຂກໃສ່ຫລ່ຽມ

ໂຕະກາເຟເຂົ້າເຕັມໆ ຈົນເຮັດໃຫ້ໄດ້ຮັບບາດເຈັບທີ່ຫົວ, ເມື່ອຕື່ນຂຶ້ນມາໃນຕອນເຊົ້າຂອງມື້ຕໍ່ມາ ນາງກໍໄດ້ພົບກັບ

ແສງສະຫວ່າງຂອງດວງຕາເວັນ ເຊິ່ງເຮັດໃຫ້ນາງສາມາດເບິ່ງເຫັນໄດ້ອີກເທື່ອໜຶ່ງຢ່າງໜ້າເຫລືອເຊື່ອ.

 

Lisa-Reed-from-Auckland-in-New-Zealand-had-her-vision-restored-at-24-(1)

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...