spot_img
Homeຂ່າວຕ່າງປະເທດແຜ່ນດິນໄຫວໃນລາວ 5.8 ຣິກເຕີ ຜ່ານມາ, ສະເທືອນເຖິງແຂວງນ່ານປະເທດໄທ

ແຜ່ນດິນໄຫວໃນລາວ 5.8 ຣິກເຕີ ຜ່ານມາ, ສະເທືອນເຖິງແຂວງນ່ານປະເທດໄທ

Published on

ໃນເວລາ 04:06 ໂມງເຊົ້າຂອງວັນທີ 20 ທັນວາ ຜ່ານມາໄດ້ເກີດແຜ່ນດິນໄຫວ 5.8 ຣິກເຕີ ສູນການຢູ່ໃນ ສປປ ລາວ ເກີດແຜ່ນດິນໄຫວຢູ່ທີ່ບໍລິເວນ ບ້ານຫ້ວຍສະຫຼອດ, ເມືອງໄຊສະຖານ, ແຂວງໄຊຍະບູລີ ເຊິ່ງໄດ້ສ້າງແຮງສະເທືອນເປັນວົງກວ້າງໄປເຖິງແຂວງນ່ານ ປະເທດໄທ ເຊິ່ງຫ່າງຈາກລາວປະມານ 20 ກິໂລແມັດ ແລະ ຍັງອີກຫຼາຍແຂວງໃນໄທໄລ່ຕັ້ງແຕ່ຊຽງລາຍ, ພະເຍົາ, ແພ່, ອຸຕາລະດິດ, ເລີຍ, ອຸດອນ ແລະ ຂອນແກ່ນ.

ຫຼັງຈາກນັ້ນກໍໄດ້ມີແຜ່ນດິນໄຫວຫຼາຍຄັ້ງລຽນຕິດກັນ ເຊິ່ງລວມທັງໝົດ 7 ຄັ້ງ ໃນມື້​ດຽວເຊິ່ງມີເນື້ອໃນດັ່ງນີ້:

  • ຈາກການລາຍງານຂອງກົມອຸຕຸນິຍົມ ແລະ ອຸທົກກະສາດກ່ຽວກັບການເກິດແຜ່ນດິນໄຫວໃນວັນທີ 20 ທັນວາ 2021, ເວລາ 05:35 ໂມງຫາ 16:27 ໂມງ ໃນເຂດແຂວງ ໄຊຍະບູລີ ລະດັບຄວາມແຮງ 5.8 ຣິກເຕີ ເຫດການແຜ່ນດິນໄຫວຈຳນວນ 7 ຄັ້ງ ໃນເບື້ອງຕົ້ນຍັງບໍ່ມີລາຍງານຜົນເສຍຫາຍໃດໆຍັງເຊິ່ງມີລາຍລະອຽດດັ່ງນີ້
  • ໃນເວລາ 04:06:13 ໂມງ ໄດ້ພົບສັນຍານແຜ່ນດິນໄຫວຈຸດສູນກາງ ເສັ້ນຂະໜານທີ່ 19.4459N ແລະ ເສັ້ນ ແວງທີ່ 101.366°E ຄວາມແຮງສັ່ນສະເທືອນວັດແທກໄດ້ 5.8 ຮິກເຕີ, ມີຄວາມເລິກຈາກໜ້າດິນ 10 Km ເຊີ່ງຈຸດເກີດແຜ່ນດິນໄຫວຢູ່ທີ່ບໍລິເວນ ບ້ານ ຫ້ວຍສະຫຼອດ, ເມືອງ ໄຊສະຖານ, ແຂວງ ໄຊຍະບູລີ, ຈຸດເກີດແຜ່ນດິນໄຫວແມ່ນໄກຈາກຕົວເມືອງ ໄຊສະຖານ ປະມານ 4 Km .
  • ໃນເວລາ 04:02:41 ໂມງ ໄດ້ພົບສັນຍານແຜ່ນດິນໄຫວຈຸດສູນກາງ ເສັ້ນຂະໜານທີ່ 19.461°N ແລະ ເສັ້ນ ແວງທີ່ 101.282°E ຄວາມແຮງສັ່ນສະເທືອນວັດແທກໄດ້ 3.5 ຮິກເຕີ, ມີຄວາມເລິກຈາກໜ້າດິນ 10 Km ເຊີ່ງຈຸດເກີດແຜ່ນດິນໄຫວຢູ່ທີ່ບໍລິເວນ ບ້ານ ສະລາ ເມືອງ ໄຊສະຖານ, ແຂວງ ໄຊຍະບູລີ, ຈຸດເກີດແຜ່ນດິນໄຫວແມ່ນໄກຈາກຕົວເມືອງ ໄຊສະຖານ ປະມານ 9 Km .
  • ໃນເວລາ 05:35:39 ໂມງ ໄດ້ພົບສັນຍານແຜ່ນດິນໄຫວຈຸດສູນກາງ ເສັ້ນຂະໜານທີ່ 19.435°N ແລະ ເສັ້ນແວງທີ່ 101.254°E ຄວາມແຮງສັ່ນສະເທືອນວັດແທກໄດ້ 2.4 ຣິກເຕີ, ມີຄວາມເລິກຈາກໜ້າດິນ 10 Km ເຊີ່ງຈຸດເກີດແຜ່ນດິນໄຫວຢູ່ທີ່ບໍລິເວນ ບ້ານ ສະລາ ເມືອງ ໄຊສະຖານ, ແຂວງ ໄຊຍະບູລີ, ຈຸດເກີດແຜ່ນດິນໄຫວແມ່ນໄກຈາກຕົວເມືອງ ໄຊສະຖານ ປະມານ 10 Km .
  • ໃນເວລາ 07:08:41 ໂມງ ໄດ້ພົບສັນຍານແຜ່ນດິນໄຫວ ຈຸດສູນກາງ ເສັ້ນຂະໜານທີ່ 19,462°N ແລະ ເສັ້ນແວງທີ່ 101.474°E ຄວາມແຮງສັ່ນສະເທືອນວັດແທກໄດ້ 2.4 ຮິກເຕີ, ມີຄວາມເລິກຈາກໜ້າດິນ 9 Km ເຊີ່ງຈຸດເກີດແຜ່ນດິນໄຫວຢູ່ທີ່ບໍລິເວນ ບ້ານ ມີໄຊ, ເມືອງ ໄຊສະຖານ, ແຂວງ ໄຊຍະບູລີ, ຈຸດເກີດແຜ່ນດິນໄຫວແມ່ນໄກຈາກຕົວເມືອງ ໄຊສະຖານ ປະມານ 14 Km .
  • ໃນເວລາ 09:49:03 ໂມງ ໄດ້ພົບສັນຍານແຜ່ນດິນໄຫວ ຈຸດສູນກາງ ເສັ້ນຂະໜານທີ່ 19.502°N ແລະ ເສັ້ນແວງທີ່ 101.320°E ຄວາມແຮງສັ່ນສະເທືອນວັດແທກໄດ້ 2.4 ຮິກເຕີ, ມີຄວາມເລິກຈາກໜ້າດິນ 9 Km ເຊີ່ງຈຸດເກີດແຜ່ນດິນໄຫວຢູ່ທີ່ບໍລິເວນ ບ້ານ ເສົາດຽວ, ເມືອງ ໄຊສະຖານ, ແຂວງ ໄຊຍະບູລີ, ຈຸດເກີດແຜ່ນດິນໄຫວແມ່ນໄກຈາກຕົວເມືອງ ໄຊສະຖານ ປະມານ 11 Km .
  • ໃນເວລາ 11:45:03 ໂມງ ໄດ້ພົບສັນຍານແຜ່ນດິນໄຫວ ຈຸດສູນກາງ ເສັ້ນຂະໜານທີ່ 19.419°N ແລະ ເສັ້ນແວງທີ່ 101.275°E ຄວາມແຮງສັ່ນສະເທືອນວັດແທກໄດ້ 2.1 ຣິກເຕີ, ມີຄວາມເລິກຈາກໜ້າດິນ 10 Km ເຊີ່ງຈຸດເກີດແຜ່ນດິນໄຫວຢູ່ທີ່ບໍລິເວນ ບ້ານ ກິ່ວເປາະ, ເມືອງ ໄຊສະຖານ ແຂວງ ໄຊຍະບູລີ, ຈຸດເກີດແຜ່ນດິນໄຫວແມ່ນໄກຈາກຕົວເມືອງ ໄຊສະຖານ ປະມານ 8 Km.
  • ໃນເວລາ 16:27:45 ໂມງ ໄດ້ພົບສັນຍານແຜ່ນດິນໄຫວຈຸດສູນກາງ ເສັ້ນຂະໜານທີ່ 19.507°N ແລະ ເສັ້ນແວງທີ່ 101.298°E ຄວາມແຮງສັ່ນສະເທືອນວັດແທກໄດ້ 2.3 ຮິກເຕີ, ມີຄວາມເລິກຈາກໜ້າດິນ 5 Km ເຊີ່ງຈຸດເກີດແຜ່ນດິນໄຫວຢູ່ທີ່ບໍລິເວນ ບ້ານ ສາມັກຄີ, ເມືອງ ໄຊສະຖານ, ແຂວງ ໄຊຍະບູລີ, ຈຸດເກີດແຜ່ນດິນໄຫວແມ່ນໄກຈາກຕົວເມືອງ ໄຊສະຖານ ປະມານ 12 Km.

ຈາກລາຍງານເບື້ອງຕົ້ນແມ່ນຍັງບໍ່ພົບຄວາມເສຍຫານເທື່ອ.

ແຫຼ່ງຂ່າວ: mgronline

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...