spot_img
Homeຂ່າວພາຍ​ໃນລາຍງານຜູ້ເສຍຊີວິດຈາກໂຄວິດ-19 ປະຈຳວັນ

ລາຍງານຜູ້ເສຍຊີວິດຈາກໂຄວິດ-19 ປະຈຳວັນ

Published on

ຕາມການລາຍງານ ຂອງຄະນະສະເພາະກິດປະຈຳວັນທີ 21 ທັນວາ 2021 ໃຫ້ຮູ້ວ່າ: ລາວ ມີຜູ້ຕິດເຊື້ອຈາກໂຄວິດ-19 ໃໝ່ 10 ຄົນ

ຂໍ້ມູນເບື້ອງຕົ້ນ ຜູ້ເສຍຊີວິດໃໝ່ 10 ຄົນ, ລາຍລະອຽດດັ່ງນີ້:

ຜູ້ທີ 1: ເພດຍິງ  ອາຍຸ  56 ປີ  ບ້ານ ນາໂພ  ນະຄອນຫລວງພະບາງ  ແຂວງຫຼວງພະບາງ, ເຂົ້າໂຮງໝໍວັນທີ່ 13.12.2021, ຜ່ານມາແຂງແຮງດີ, ຮອດເວລາ 7:10 ວັນທີ່ 19.12.2021 ຄົນເຈັບເລີ່ມມີອາການຫອບເມື່ອຍ ກະວົນກະວາຍ ຫາຍໃຈຍາກ, ຮອດເວລາ 22:30 ຄົນເຈັບຫອບເມື່ອຍຫຼາຍ ເລີ່ມບໍ່ຮູ້ສະຕິ ແລະຢູດຫາຍໃຈ ແລະ ເສຍຊິວິດ.

ຜູ້ທີ 2: ເພດຊາຍ  58 ປີ ບ້ານ ໂນນຂີ້ເຫຼັກ, ເມືອງ ສີໂຄດຕະບອງ, ນະຄອນຫຼວງ, ເຂົ້າໂຮງໝໍວັນທີ 15/12/2021, ບໍ່ໄດ້ສັກຢາກັນພະຍາດໂຄວິ, ມີພະຍາດປະຈຳຕົວແມ່ນ ເບົາຫວານ, ຄວາມດັນເລືອດສູງ, ເສັ້ນເລືອດສະໝອງຕີບຫລືອຸດຕັນ(Old ischemic stroke 1) ຮອດເວລາ 10:00 ວັນທີ່ 19/12/2021 ຄົນເຈັບເສຍຊີວິດ

ຜູ້ທີ 3: ເພດຍິງ ອາຍຸ 58 ປີ ອາຊີບ ແມ່ເຮືອນ ບ. ພູຄໍາ ມໄຊທານີ, ນະຄອນຫຼວງວຽງຈັນ, ເຂົ້າມາໂຮງໝໍມິດຕະພາບ ວັນທີ່ 19/12/2021 (ຮັບຈາກສຸກເສີນ) ເວລາ 17ມ 15, ໄດ້ສັກຢາ Pfizer 2 ເຂັມ, ພະຍາດປະຈຳໂຕ : ເບົາຫວານ, ຄວາມດັນເລືອດສູງ, ພະຍາດໄຂ່ຫລັງຊຸດໂຊມ, ຄົນເຈັບເສຍຊີວິດ (ເວລາ : 4:00 ຂອງວັນທີ່ 20/12/2021)

ຜູ້ທີ 4: ເພດຊາຍ, ອາຍຸ 78 ປີ, ບ. ຫວຍປຸງ , ມ. ໂພນໂຮງ    ແຂວງ ວຽງຈັນ, ເຂົ້າໂຮງໝໍວັນທີ 16/12/2021 ເວລາ 19:00,ໄອຊໍ້າເຮື້ອ ບໍ່ໄດ້ກີນຢາປະຈຳ , ເຈັບກະເພາະ, ຕິດເຊື້ອ ບໍ່ຮູ້ສາຍເຫດ,ບໍ່ໄດ້ສັກວັກຊີນ

ຜູ້ທີ 5: ເພດຍິງ ອາຍຸ 3 ເດືອນ, ບ. ດົງຂາວ, ມ. ໂພນໂຮງ, ແຂວງ ວຽງຈັນ, ເຂົ້າໂຮງໝໍວັນທີ 19/12/2021

ຜູ້ທີ 6: ເພດຍິງ 58 ປີ ບ. ນໍ້າປຸງ ມ. ເຟືອງ  ແຂວງ ວຽງຈັນ, ເຂົ້າໂຮງໝໍວັນທີ 10/12/2021, ພະຍາດປະຈຳເປັນຄວາມດັນເລືອດສູງ ມາໄດ້ຫລາຍປີກີນຢາເອງບໍ່ໄດ້ຕິດຕາມ,ບໍ່ໄດ້ສັກວັກຊີນ

ຜູ້ທີ 7: ເພດຍິງ, ອາຍຸ 72 ປີ.   ອາຊີບ:  ແມ່ເຮືອນ ,  ບ້ານ ຫ້ວຍຊາຍເໜືອ.  ເມືອງ ຫ້ວຍຊາຍ. ແຂວງ ບໍ່ແກ້ວ. ວັນທີ 16 ທັນວາ 2021  ກວດພົບເຊື້ອ covid-19. ວັນທີເຂົ້ານອນໂຮງໝໍ :  16 ທັນວາ 2021. ພະຍາດປະຈຳຕົວ :  ຄວາມດັນເລືອດສູງ, ບໍ່ໄດ້ສັກຢາກັນພະຍາດ ໂຄວິດ 19. ເວລາ 6:00 ຂອງວັນທີ່ 20/12/2021 ຄົນເຈັບເສຍຊີວິດ

ຜູ້ທີ 8: ເພດຊາຍ ອາຍຸ 2 ປີ 3 ເດືອນ, ບ້ານບໍ່ເຫຼັກ.  ເມືອງ ຫ້ວຍຊາຍ. ແຂວງ ບໍ່ແກ້ວ. ວັນທີ 19 ທັນວາ 2021  ກວດພົບເຊື້ອ covid-19. ວັນທີເຂົ້ານອນໂຮງໝໍ :  19 ທັນວາ 2021. ພະຍາດປະຈຳຕົວ :  ເປັນເດັກພິການມາແຕ່ກຳເນີດ ບໍ່ໄດ້ສັກຢາກັນພະຍາດ ໂຄວິດ 19. ເວລາ 12:30 ຂອງວັນທີ່ 20/12/2021 ຄົນເຈັບເສຍຊີວິດ

ຜູ້ທີ 9: ເພດຊາຍ ອາຍຸ 40 ປີ, ນັກໂທດຢູ່ຂຸມຂັງແຂວງບໍ່ແກ້ວ (ເປັນຄົນບ້ານດອນເຫລືອງ, ເມືອງເຟືອງ, ແຂວງວຽງຈັນ) ເຂົ້າໂຮງໝໍທະຫານແຂວງວັນທີ 17-18/2021, ບໍ່ໄດ້ສັກຢາກັນພະຍາດ ໂຄວິດ 19. ວັນທີ 20/12/2021 ເສຍຊີວິດ

ຜູ້ທີ 10: ເພດຍິງ ອາຍຸ 52 ປີ ບ. ໃຫມ່  ມ. ໂພນໂຮງ  ແຂວງ ວຽງຈັນ, ພະຍາດປະຈຳໂຕ: ເບົາຫວານ, ຄວາມດັນເລືອດສູງ, ໄຂ່ຫລັງຊຸດໂຊມ ເປັນມາຫລາຍປີ ໄດ້ຕິດຕາມປະຈຳ , ບໍ່ໄດ້ຟອກ, ບໍ່ໄດ້ສັກຢາວັກຊີນ ວັນທີ  13/12/2021 ເວລາ 17 : 30, ຄົນເຈັບໄດ້ເຂົ້າມາກວດຢູ່ຮູ້ເມືອງເມືອງໂພນໂຮງດ້ວຍອາການອິດ ເມື່ອຍ , ອີງຕາມການສອບຖາມ ຄົນເຈັບອີດເມື້ອຍມາໄດ້ຫລາຍກວ່າ 1 ອາທິດ,ຫາຍໃຈຝືດ. ໄດ້ເກັບຕົວຢາງເພື່ອກວດ RDT ແລະໃຫ້ຜົນເປັນບວກ ເສຍຊີວິດວັນທີ 20/12/2021

ຂໍສະແດງຄວາມເສຍໃຈມາຍັງຍາດຜູ້ເສຍຊີວິດໃນມື້ນີ້ດ້ວຍ.

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...