spot_img
Homeຂ່າວຕ່າງປະເທດພາຍຸຖະຫຼົ່ມ ເຮັດໃຫ້ເດັກນ້ອຍຕົກຈາກເຄື່ອງຫຼິ້ນເສຍຊີວິດ

ພາຍຸຖະຫຼົ່ມ ເຮັດໃຫ້ເດັກນ້ອຍຕົກຈາກເຄື່ອງຫຼິ້ນເສຍຊີວິດ

Published on

ເວັບໄຊ້ຂ່າວຕ່າງປະເທດ ໄດ້ລາຍງານວ່າ: ໃນວັນທີ 16 ທັນວາ 2021 ທີ່ຜ່ານມາ ໄດ້ເກີດມີລົມພັດແຮງໃສ່ງານຂອງໂຮງຮຽນປະຖົມແຫ່ງໜຶ່ງໃນປະເທດອົດສະຕຣາລີ. ທາງດ້ານຕໍາຫຼວດໄດ້ອອກມາເປີດເຜີຍວ່າມີເດັກນ້ອຍເສຍຊີວິດຢ່າງໜ້ອຍ 4 ຄົນ ເປັນເດັກນ້ອຍຜູ້ຊາຍ 2 ຄົນ ແລະ ຜູ້ຍິງ 2 ຄົນ ແລະ ອີກ 5 ຄົນແມ່ນໄດ້ຮັບບາດເຈັບ ໂດຍຕົກຈາກເຄື່ອງຫຼີ້ນທີ່ລົມພັດຂຶ້ນໄປ ເຮັດໃຫ້ເດັກນ້ອຍຕົກຈາກຄວາມສູງປະມານ 10 ແມັດ.

ທາງດ້ານໜ່ວຍແພດໄດ້ໄປບ່ອນເກີດເຫດ ແລະ ປະຖົມພະຍາບານເບື້ອງຕົ້ນໃຫ້ກັບເດັກນ້ອຍຜູ້ທີ່ໄດ້ຮັບບາດເຈັບ ແລະ ນໍາສົ່ງໂຮງໝໍດ້ວຍເຮລິຄອບເຕີ. ເຫດການດັ່ງກ່າວແມ່ນເກີດຂຶ້ນໃນມື້ສຸດທ້າຍຂອງງານຈົບປີການສຶກສາ.

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...