Homeຂ່າວພາຍ​ໃນລາວ ໄດ້ຮັບວັກຊີນ ຈາກໂປໂລຍ ຊະນິດ AstraZeneca ຈຳນວນ 138.600 ໂດສ

ລາວ ໄດ້ຮັບວັກຊີນ ຈາກໂປໂລຍ ຊະນິດ AstraZeneca ຈຳນວນ 138.600 ໂດສ

Published on

ພິທີມອບຮັບວັກຊິນ AstraZeneca ຈາກປະເທດໂປໂລຍ ຈໍານວນ 138.600 ໂດສ

ໃນຕອນແລງ ວັນທີ 16 ທັນວາ 2021 ຜ່ານມາ ທີ່ກະຊວງສາທາລະສະສຸກ ໄດ້ຈັດພິທີມອບຮັບວັກຊິນ AstraZeneca ຈາກປະເທດໂປໂລຍ ຈໍານວນ 138.600 ໂດສ ໂດຍທ່ານ ເວັງຊອງ ເວຍ, ອຸປະທູດຂອງ ສະຫະພາບເອີຣົບປະຈໍາລາວເປັນຜູ້ ກ່າວມອບ ແລະທ່ານ ບຸນແຝງ ພູມມະໄລສິດ, ລັດຖະມົນຕີກະຊວງສາທາລະນະສຸກເປັນຜູ້ກ່າວຮັບ ໂດຍມີຜູ້ຕາງໜ້າຈາກກະຊວງການຕ່າງປະເທດພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນ ຕີກະຊວງສາທາລະນະສຸກໄດ້ສະແດງ ຄວາມຂອບໃຈຕໍ່ລັດຖະບານໂປໂລຍໃນການປະກອບສ່ວນອັນສໍາຄັນໃນຄັ້ງນີ້ ຊື່ງຈະຊ່ວຍໃຫ້ ສປປ ລາວ ສາມາດຈັດຕັ້ງປະຕິບັດແຜນການສັກວັກຊິນໃຫ້ປະຊາຊົນ ບັນລຸຕາມຄາດໝາຍທີ່ວາງໄວ້ ໂດຍສະເພາະໃນໄລຍະທີ່ລາວພວມເລັ່ງສັກເຂັມກະຕຸ້ນຫລືເຂັມສາມເພື່ອສ້າງພູມຄຸ້ມກັນໃຫ້ປະຊາຊົນ ແລະ ຊ່ວຍຫລຸດຜ່ອນ ຈໍານວນຜູ້ຕິດເຊື້ອໂຄວິດ19 ທີ່ມີຈໍານວນເພີ່ມຂື້ນຢ່າງວ່ອງໄວໃນໄລຍະຫລາຍເດືອນຜ່ານມາໃຫ້ຫລຸດຜ່ອນລົງ ເພື່ອກຽມຄວາມພ້ອມໃນການເປີດປະເທດຄືນໃໝ່.

ການໄດ້ຮັບວັກຊິນຈາກປະເທດໂປໂລຍ ແມ່ນພາກສ່ວນໜຶ່ງຂອງຄວາມສາມັກຄີໃນທົ່ວໂລກ ຂອງສະຫະພາບເອີຣົບ, ໂດຍສະເພາະ ການຊ່ວຍເຫລືອ ສປປ ລາວ ໄດ້ມີມາຢ່າງຕໍ່ເນື່ອງ ໃນການຕໍ່ຕ້ານການລະບາດຂອງພະຍາດໂຄວິດ19, ປັດຈຸບັນສະຫະພາບເອີຣົບ, ປະເທດສະມາຊິກ ແລະ ສະຖາບັນການເງິນ ພວມຮ່ວມມືກັນລະດົມທຶນ ແລະວິຊາການ ເພື່ອຮ່ວມກັນແກ້ໄຂຜົນກະທົບທາງລົບຈາກພະຍາດໂຄວິດ19 ໃນທົ່ວໂລກ. ເນື່ອງຈາກວ່າບໍ່ມີໃຜຈະປອດໄພ ຈາກພະຍາດໂຄວິດ19 ຈົນກວ່າໝົດທຸກ ຄົນຈະປອດໄພ.

ຂໍ້ມູນ: Lao National Radio

ບົດຄວາມຫຼ້າສຸດ

ຫວຽດນາມ ຈະສ້າງໄຟຟ້າພະລັງງານລົມ Savan 2 ມູນຄ່າສູງເຖິງ 768 ລ້ານໂດລາສະຫະລັດ ຫຼື ປະມານ 17 ພັນຕື້ກີບ

ກຸ່ມບໍລິສັດ T&T Group ຂອງຫວຽດນາມ ສືບຕໍ່ລົງທຶນໃຫຍ່! ເປີດໂຕໂຄງການໄຟຟ້າພະລັງງານລົມ "Savan 2" ເກືອບ 500 MW ຢູ່ແຂວງສະຫວັນນະເຂດ (ຝ່າຍຫວຽດນາມເປັນຜູ້ຈ່າຍ ແລະ...

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງສະຫາຍ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ, ນາຍົກລັດຖະມົນຕີ...

ສອງນາຍົກລັດຖະມົນຕີ ລາວ – ຫວຽດນາມ ຮ່ວມກັນ ເປີດໂຄງການກໍ່ສ້າງ ມະຫາວິທະຍາໄລມິດຕະພາບ ລາວ – ຫວຽດນາມ

ໃນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ທ່ານ...

ຮອງປະທານສະພາແຫ່ງຊາດ ຕາງໜ້າໃຫ້ ຄປຈສພຊ ປະກອບ 16 ຄໍາເຫັນຕໍ່ບົດລາຍງານຂອງລັດ

ວັນທີ 5 ຕຸລາ 2026, ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ປະກອບຄໍາເຫັນຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ...