spot_img
Homeຂ່າວພາຍ​ໃນລາຍງານປະຫວັດຜູ້ເສຍຊີວີດໃໝ່ ວັນທີ 16 ທັນວາ 2021

ລາຍງານປະຫວັດຜູ້ເສຍຊີວີດໃໝ່ ວັນທີ 16 ທັນວາ 2021

Published on

ສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ
ວັນທີ 15 ທັນວາ 2021, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ-19 ທັງໝົດ 6,858 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອ ທັງໝົດ 1,493 ຄົນ (ຕິດເຊື້ອພາຍໃນ ມີ 1,493 ຄົນ ແລະ ຕິດເຊື້ອນໍາເຂົ້າ 00 ຄົນ).

ຂໍ້ມູນໂດຍຫຍໍ້ກ່ຽວກັບ ການຕິດເຊືື້ອພາຍໃນໃໝ່ ທັງໝົດ 1,493 ຄົນ ຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນ ມີລາຍລະອຽດ ດັ່ງນີ້:
1. ນະຄອນຫຼວງ 723 ຄົນ ໃນ 9 ເມືອງ
2. ຫຼວງພະບາງ 117 ຄົນ ໃນ 5 ເມືອງ
3. ອຸດົມໄຊ 110 ຄົນ ໃນ 7 ເມືອງ
4. ບໍ່ແກ້ວ 99 ຄົນ ໃນ 5 ເມືອງ
5. ຫຼວງນໍ້າທາ 103 ຄົນ ໃນ 3 ເມືອງ
6. ສະຫວັນນະເຂດ 30 ຄົນ ໃນ 3 ເມືອງ
7. ແຂວງວຽງຈັນ 110 ຄົນ ໃນ 10 ເມືອງ
8. ໄຊຍະບູລີ 40 ຄົນ ໃນ 6 ເມືອງ
9. ຈຳປາສັກ 19 ຄົນ ໃນ 6 ເມືອງ
10. ບໍລິຄຳໄຊ 29 ຄົນ ໃນ 5 ເມືອງ
11. ໄຊສົມບູນ 45 ຄົນ
12. ຊຽງຂວາງ 26 ຄົນ ໃນ 4 ເມືອງ
13. ເຊກອງ 7 ຄົນ ໃນ 3 ເມືອງ
14. ຜົ້ງສາລີ 2 ຄົນ ໃນ 1 ເມືອງ
15. ຄຳມ່ວນ 18 ຄົນ ໃນ 3 ເມືອງ
16. ຫົວພັນ 4 ຄົນ ໃນ 1 ເມືອງ
17. ສາລະວັນ 5 ຄົນ ໃນ 2 ເມືອງ
18. ອັດຕະປື 6 ຄົນ
ສ່ວນການຕິດເຊືື້ອນໍາເຂົ້າ ຂອງຜູ້ທີ່ເດີນທາງເຂົ້າປະເທດແມ່ນບໍ່ມີ

• ຮອດປັດຈຸບັນ ມີຜູ້ຕິດເຊື້ອສະສົມ ຢຸ່ໃນ ສປປ ລາວ ທັງໝົດ 94,554 ກໍລະນີ, ຄົນເຈັບຫາຍດີອອກໂຮງໝໍມື້ວານນີ້ 685 ຄົນ, ກໍາລັງປິ່ນປົວ 12,228 ຄົນ ແລະ ເສຍຊີວິດສະສົມທັງໝົດ 262 ຄົນ (ໃໝ່ 6 ຄົນ).

• ຂໍ້ມູນສຳລັບຄົນທີ່ເສຍຊີວິດໃໝ່ 06 ຄົນ ລາຍລະອຽດ ດັ່ງນີ້:
1). ເພດຍິງ ອາຍຸ 72ປີ, ບ້ານໜອງໄຮ, ເມືອງຫາດຊາຍຟອງ, ນະຄອນຫຼວງວຽງຈັນ
-​ສັກຢາວັກຊີນຄົບ

2). ເພດຍິງ ອາຍຸ 38 ປີ,​ ບ້ານ ດອນກອຍ, ເມືອງສີສັດຕະນາກ, ນະຄອນຫຼວງວຽງຈັນ
-​ພະຍາດປະຈຳໂຕ: ເບົາຫວານ
-​ສັກຢາວັກຊີນຄົບ

3). ເພດຊາຍ ອາຍຸ 67 ປີ, ບ້ານ ໜອງຊາຍ, ເມືອງ ຫຼວງພະບາງ, ແຂວງ ຫຼວງພະບາງ
-​ພະຍາດປະຈຳໂຕ: ໄຂ່ຫຼັງຊຸດໂຊມ, ຄວາມດັນເລືອດສູງ ແລະ ເບົາຫວານ
-​ບໍ່ໄດ້ສັກວັກຊີນກັນໂຄວິດ

4). ເພດຊາຍ ອາຍຸ 23 ປີ, ບ້ານ ຂົວທີ່1, ເມືອງ ຫຼວງພະບາງ, ແຂວງ ຫຼວງພະບາງ
-​ພະຍາດປະຈຳໂຕ: ຕັບແຂງ
-​ໄດ້ສັກວັກຊິນຄົບ

5). ເພດຍິງ ອາຍຸ 60 ປີ, ບ້ານ: ໂນນຄໍາ, ເມືອງ: ເລົ່າງາມ, ແຂວງ: ສາລະວັນ
-​ພະຍາດປະຈຳໂຕ: ເບົາຫວານ, ຄວາມດັນເລືອດສູງ, ໄຂ່ຫລັງຊຸດໂຊມ ແລະ ເປັນກະດັນຕັບ
-​ສັກຢາວັກຊີນຄົບ

6). ເພດຍິງ ອາຍຸ 30 ປີ, ບ້ານ ປ່າຂາມ, ເມືອງ ຫຼວງພະບາງ, ແຂວງ ຫຼວງພະບາງ
-​ພະຍາດປະຈຳໂຕ: ໄຂ່ຫລັງຊຸດໂຊມ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...