spot_img
Homeຂ່າວຕ່າງປະເທດສະຫະລັດກຽມຊອກທາງກົດດັນຜູ້ນຳທະຫານມຽນມາໃຫ້ພາປະເທດກັບຄືນສູ່ປະຊາທິປະໄຕ

ສະຫະລັດກຽມຊອກທາງກົດດັນຜູ້ນຳທະຫານມຽນມາໃຫ້ພາປະເທດກັບຄືນສູ່ປະຊາທິປະໄຕ

Published on

ເວັບໄຊ ຊີເອັນບີຊີ ລາຍງານ: ສະຫະລັດອາເມລິກາກຳລັງຄົ້ນຄວ້າຊ່ອງທາງໃໝ່ເພື່ອກຽມດຳເນີນການເພີ່ມເຕີມ ຕໍ່ລັດຖະບານຜະເດັດການທະຫານໃນມຽນມາ ຂະນະທີ່ສະຖານະການພາຍໃນປະເທດຍັງບໍ່ມີທ່າທີຈະດີຂຶ້ນ.

ທ່ານ ແອນໂທບີ ບລິງເຄນ, ລັດຖະມົນຕີຕ່າງປະເທດສະຫະລັດກ່າວໃນວັນທີ 15 ທັນວາຜ່ານມາ ວ່າ: ໃນຊ່ວງ 10 ເດືອນນັບແຕ່ມີການເຮັດລັດຖະປະຫານໃນມຽນມາ ຍິ່ງເຮັດໃຫ້ວິກິດການພາຍໃນປະເທດຮ້າຍແຮງລົງເລື້ອຍໆ ສະນັ້ນ ຈິ່ງມີຄວາມສຳຄັນຫຼາຍທີ່ຈະຕ້ອງໄດ້ມີການພິຈາລະນາ ແລະອອກມາດຕາການເພີ່ມເຕີມທີ່ຈະສາມາດດຳເນີນການເພື່ອກົດດັນລັດຖະບານທະຫານມຽນມາໃຫ້ນຳພາປະເທດກັບຄືນສູ່ວິຖີປະຊາທິປະໄຕ.

ລະບອບການປົກຄອງທະຫານມຽນມາ ໄດ້ຂັບໄລ່ອະດີດຜູ້ນຳ ທ່ານ ນາງ ອອງຊານ ຊູຈີ ໃນການລັດຖະປະຫານຊ່ວງເດືອນກຸມພາ 2021 ເຮັດໃຫ້ເກີດການປະທະກັນຢ່າງຮຸນແຮງລະຫວ່າງຜູ້ສະໜັບສະໜູນທ່ານ ນາງ ອອງຊານ ຊູຈີ ກັບກອງທັບ ຂະນະທີ່ໃນຊ່ວງອາທິດຜ່ານມາ ສານພິເສດທີ່ບໍລິຫານໂດຍກອງທັບມຽນມາ ກໍໄດ້ຕັດສິນຈຳຄຸກອະດີດຜູ້ນຳຍິງຄົນນີ້ເປັນເວລາ 4 ປີ ໂດຍຕັ້ງຂໍ້ຫາວ່າ ເປັນຜູ້ມີຄວາມຜິດຖານຍຸຍົງ ແລະຝ່າຝືນຂໍ້ຈຳກັດດ້ານການສະກັດກັ້ນໄວຣັສໂຄໂຣນ່າ.

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...