Homeຂ່າວຕ່າງປະເທດຈີນກວດພົບຜູ້ຕິດເຊື້ອໂຄວິດສາຍພັນໂອໄມຄຣອນໃນປະເທດຜູ້ທຳອິດ

ຈີນກວດພົບຜູ້ຕິດເຊື້ອໂຄວິດສາຍພັນໂອໄມຄຣອນໃນປະເທດຜູ້ທຳອິດ

Published on

ໃນວັນທີ 13 ທັນວາ 2021, ສຳນັກຂ່າວຣອຍເຕີລາຍງານ ໂດຍອ້າງອີງໜັງສືພິມທຽນຈີນເດລີ ຂອງທາງການຈີນວ່າ: ທາງໜ່ວຍງານສາທາລະນະສຸກຂອງນະຄອນທຽນຈິນຂອງຈີນ ໄດ້ກວດພົບຜູ້ຕິດເຊື້ອໂຄວິດສາຍພັນໂອໄມຄຣອນລາຍທຳອິດຂອງປະເທດ ທີ່ນະຄອນທຽນຈີນ ເຊິ່ງເປັນ້ມືອງທ່າຂະໜາດໃຫຍ່ທີ່ຕັ້ງຢູ່ທາງພາກເໜືອຂອງປະເທດຈີນ.

ຜູ້ຕິດເຊື້ອລາຍດັ່ງກ່າວ ເດີນທາງກັບຈາກຕ່າງປະເທດ ໃນວັນທີ 9 ທັນວາ ຜ່ານມາ ຂະນະທີ່ປັດຈຸບັນກຳລັງເຂົ້າຮັບປິ່ນປົວຢູ່ໂຮງໝໍ ແລະຢູ່ພາຍໃຕ້ການດູແລຂອງທ່ານໝໍ.

ນອກຈາກນີ້ຍັງມີລາຍງານພົບຜູ້ຕິດເຊື້ອໂຄວິດໂອໄມຄຣອນລາຍທຳອິດໃນສອງປະເທດ ໄດ້ແກ່ ຮັງກາຣີ ແລະ ປາກິສຖານ.

ຂໍ້ມູນຈາກ: ປະຊາຊາດທຸລະກິດ

ບົດຄວາມຫຼ້າສຸດ

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...